ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ທ່ານ Obama ​ເອົາ​ທ່າ​ທີ ​ຢ່າງ​ລະມັດລະວັງ​ ຫຼັງຈາກລັດຖະປະຫານ ໃນເທີກີ


ເຈົ້າໜ້າທີ່ຮັກສາຄວາມປອດໄພເທີກີຄົນນຶ່ງ ຢືນຍາມຢູ່ ບ່ອນ ປະຕູທີ່ແຕກແຫ ງທາງເຂົ້າໄປຫ້ອງສະພາ.
ເຈົ້າໜ້າທີ່ຮັກສາຄວາມປອດໄພເທີກີຄົນນຶ່ງ ຢືນຍາມຢູ່ ບ່ອນ ປະຕູທີ່ແຕກແຫ ງທາງເຂົ້າໄປຫ້ອງສະພາ.

ລັດຖະບານທ່ານ Obama ​ເອົາ​ທ່າ​ທີ​ຢ່າງ​ລະມັດລະວັງ​ຫລັງ​ຈາກ​ໄດ້​ມີ​ການພະ ຍາຍາມ​ເຮັດ​ລັດຖະປະຫານ​ທີ່​ປະສົບ​ກັບ​ຄວາມລົ້​ມ​ແຫລວ​ໃນ​ເທີ​ກີ ​ໃນ​ຂະນະ​ທີ່ ຊອກ​ຫາ​ການ​ສະໜັບສະ​ໜູນ ຈາກ​ອົງການ NATO ທີ່​ເປັນພັນທະມິ​ດ​ສຳຄັນ​ຢູ່​ໃນ​ວິ​ກິດ​ການ ​ແລະ​ລະ​ມັດ​ລະວັງ ​ໃນ​ການ​ເອົາ​ບາດກ້າວ​ຂອງ Ankara ​ທີ່​ອາດ ຈະ​ທຳ​ລາຍປະຊາທິປະ​ໄຕ.

ໂຄສົກ​ທຳນຽບຂາວ ທ່ານ Josh Ernest ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ປະຊາຊົນ​ຢູ່ໃນທົ່ວ​ປະ​ເທດ​ພາ​ກັນ​ຢູ່ດ້ວຍ​ຄວາມ​ຕື່ນ​ຕົກ​ໃຈ ແລະ​ບໍ່​ສະບາຍ​ໃຈ ​ເພາະສະ​ນັ້ນ ​ສະຫະລັດ ກຳລັງ​ສັງ​ເກດ​ເບິ່ງ​ສະຖານະ​ການຢ່າງ​ໃກ້ ຊິດ ​ແລະ​ເຄື່ອນໄຫວ​ໄປ​ໜ້າ.”

ນັບ​ແຕ່​ທະຫານ​ໄດ້​ພະຍາຍາມເຂົ້າຍຶດ​ອຳນາດ​ໃນ​ວັນ​ທີ 15 ​ເດືອນກໍ​ລະ​ກົດ ລັດຖະບານ ປະທາ​ນານ​ທິບໍດີ Tayyip Recep Erdogan ​ໄດ້​ທຳ​ການ​ເຄື່ອ​ນ ໄຫວ​ຢ່າງ​ຮີ​ບດ່ວນ ຈັບ​ກຸມ​ເກືອບ 10,000 ຄົນ. ​ເຈົ້າ​ໜ້າ​ທີ່ຕຳຫລວດ​ຫລາຍ​ພັນ​ຄົນ ຜູ້​ພິພາກສາ ​ແລະ​ຄູ​ອາຈານ ໄດ້​ຖືກ​ໄລ່​ອອກ ຫລື​ສັ່ງ​ໃຫ້​ລາ​ອອກ.

ລັດຖະບານ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ເປັນ​ເວລາ 90 ມື້ ​ເພື່ອ​ໃຫ້​ລັດຖະບານ “ມີ​ໂອກາດ​ອັນ​ດີ​ເພື່ອ​ຕໍ່ສູ້​ຕ້ານ​ຜູ້​ວາງ​ແຜນເຮັດລັດຖະປະຫານ” ​ອີງ​ຕາມ​ຮອງ​ນາ ຍົກລັດຖະມົນຕີ ທ່ານ Numan Kurtulmas.

ລັດຖະບານ​ເທີ​ກີ​ໄດ້ໂຈະ ກອງ​ປະ​ຊຸ​ມກັບຢູ​ໂຣບກ່ຽວ​ກັບ​ເລື້ອງ​ສິດທິ​ມະນຸດແລະ ​ທ່ານ Erdogan ​ໄດ້​ກ່າວ​ຫາ​ອະດີດພັນທະ​ມິດ​ແລະ​ອາຈານສອນ​ສາສະໜາ​ອິສ ລາມ ​ທ່ານ Felthullah Gulen ​ເປັນ​ຜູ້​ອອກ​ຫົວຄິດພະຍາຍາມ​ທີ່​ຈະ​ຂັ​ບ​ໄລ່​ທ່ານ​ອອກ​ຈາກ​ອຳນາດ.

ທ່ານ Gulen ກຳລັງ​ລີ້ໄພ​ຢູ່​ເຂດ​ຊົນນະບົດ​ໃນ​ຂອງ​ລັດ Pensylvania ​ແລະ​ລັດຖະບານ​ເທີ​ກີ ​ໄດ້​ຕິດ​ຕໍ່​ກັບບັນດາ​ເຈົ້າ​ໜ້າ​ທີ່​ສະຫລັດ ກ່ຽວ​ກັບ​ການສົ່ງ​ໂຕ ທ່ານ​ໃຫ້​ແກ່​ເທີ​ກີ.

ທຳນຽບຂາວ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຍັງ​ທົບ​ທວນ​ລາຍ​ລະອຽດ ທີ່​ເທີ​ກີ​ໄດ້​ສົ່ງ​ໃຫ້​ກ່ຽວ​ກັບ​ທ່ານ Gulen ​ແລະ​ເບິ່ງ​ວ່າ​ຂໍ້​ສະ​ເໜີ​ເຫັນ​ສົມຄວນ​ເປັນຄຳ​ຮ້ອງ​ຂໍ​ທີ່​ຈະ​ສົ່ງກັບ​ຄືນ.

ຈຳນວນ​ນື່ງ​ເຫັນ​ວ່າ ທ່ານ Erdogan ​ໃຊ້​ຄວາມ​ພະຍາຍາມ​ເຮັດ​ລັດຖະປະຫານ ​ເພື່ອ​ເຂົ້າ ກຳອຳນາດ​ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ.

ຢູ່​ໃນ​ການ​ໂທລະສັບ​ຫາ​ຜູ້ນຳ​ເທີ​ກີ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ປະທານາທິບໍດີ Barack Obama ​ໄດ້ສະ​ແດງໃຫ້​ເຫັນວ່າ ສະຫະລັດສະໜັບສະໜູນ​ລັດຖະ ບານ​ເທີ​ກີ ທີ່​ຖືກ​ເລືອກ​ຕັ້ງ​ຢ່າງຖືກຕ້ອງແບບ​ປະຊາທິປະ​ໄຕ ​ແຕ່​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການ​ປາບ​ປາມ​ຂອງ Ankara.​

ປະທານາທິບໍດີເທີກີ ທ່ານ Tayyip Erdogan ກ່າວຢູ່ກອງປະຊຸມນັກຂ່າວ.
ປະທານາທິບໍດີເທີກີ ທ່ານ Tayyip Erdogan ກ່າວຢູ່ກອງປະຊຸມນັກຂ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG