ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເທີກີ ຂົ່ມຂູ່ຈະທຳການແກ້ແຄ້ນ ຕໍ່ກອງກຳລັງ ຂອງທ່ານ ຮາຟຕາ ໃນປະເທດ ລີເບຍ


ເຮືອບິນລຳນຶ່ງໄດ້ຮັບຄວາມເສຍຫາຍ ຈາກການລະດົມຍິງ ຢູ່ສະໜາມບິນ ມິຕິກາ ຂອງນະຄອນຫຼວງ ຕຣີໂປລີ, ປະເທດ ລີເບຍ. 10 ພຶດສະພາ, 2020.
ເຮືອບິນລຳນຶ່ງໄດ້ຮັບຄວາມເສຍຫາຍ ຈາກການລະດົມຍິງ ຢູ່ສະໜາມບິນ ມິຕິກາ ຂອງນະຄອນຫຼວງ ຕຣີໂປລີ, ປະເທດ ລີເບຍ. 10 ພຶດສະພາ, 2020.

ລັດຖະບານ ເທີີກີ ແມ່ນກຳລັງຂົ່ມຂູ່ທີ່ຈະທຳການແກ້ແຄ້ນຢ່າງໜັກ ຖ້າກອງ ກຳລັງທີ່ຈົງຮັກພັກດີຕໍ່ນາຍພົນ ລີເບຍ ທ່ານ ຄາລີຟາ ຮາຟຕາ ໂຈມຕີຜົນປະໂຫຍດ ຂອງ ເທີກີ ຫຼື ກຸ່ມນັກການທູດຂອງເຂົາເຈົ້າທີ່ປະຈຳການໃນນະຄອນຫຼວງ ຕຣີໂປລີ ຫຼື ບ່ອນອື່ນໆ.

ທ່ານ ຮາຟຕາ, ຜູ້ທີ່ໄດ້ຕັ້ງລັດຖະບານຄູ່ແຂ່ງຂຶ້ນໃນພາກຕາເວັນອອກຂອງປະເທດ ລີເບຍ, ໄດ້ທຳການຕໍ່ສູ້ເພື່ອໂຄ່ນລົ້ມລັດຖະບານຂອງນາຍົກລັດຖະມົນຕີ ຟາເຢສ ອາລ-ຊາຣາຈ ທີ່ຖືກຮັບຮູ້ໂດຍສາກົນ.

ກະຊວງການຕ່າງປະເທດຂອງ ເທີກີ ໄດ້ກ່າວໃນວັນອາທິດວານນີ້ວ່າ “ຖ້າພາລະກິດ ແລະ ຜົນປະໂຫຍດຂອງພວກເຮົາໃນ ລີເບຍ ຖືກແນເປົ້າໃສ່, ພວກເຮົາຈະຖືວ່າກອງກຳລັງຂອງທ່ານ ຮາຟຕາ ເປັນເປົ້າໝາຍຢ່າງຖືກຕ້ອງຕາມກົດໝາຍ.”

ເທີກີ ເວົ້າວ່າບໍລິເວນໃກ້ກັບສະຖານທູດຂອງເຂົາເຈົ້າໃນນະຄອນຫຼວງ ຕຣີໂປລີ ໄດ້ຖືກລະດົມຍິງໃສ່ໃນອາທິດທີ່ຜ່ານມາ. ກອງກຳລັງຂອງທ່ານ ຮາຟຕາ ໄດ້ປະຕິເສດບໍ່ຮັບເອົາຄວາມຮັບຜິດຊອບ.

ແຕ່ ເທີກີ ແມ່ນກຳລັງກ່າວປະນາມອົງການສະຫະປະຊາຊາດຢ່າງຮຸນແຮງ ສຳລັບສິ່ງທີ່ເຂົາເຈົ້າເວົ້າວ່າ ເປັນຄວາມລົ້ມແຫຼວຂອງອົງການສະຫະປະຊາຊາດ ທີ່ເຄື່ອນໄຫວຕໍ່ຕ້ານທ່ານ ຮາຟຕາ.

ຖະແຫຼງການຂອງກະຊວງການຕ່າງປະເທດເວົ້າວ່າ “ມັນເປັນທີ່ຍອມຮັບບໍ່ໄດ້ ສຳລັບອົງການສະ ຫະປະຊາຊາດ ຈະມິດງຽບຢູ່ ກ່ຽວກັບ ການສັງຫານນີ້ຕໍ່ໄປ. ປະເທດຕ່າງໆທີ່ສະໜອງດ້ານການທະຫານ, ການເງິນ ແລະ ການຊ່ວຍເຫຼືອ ທາງການເມືອງຕໍ່ທ່ານ ຮາຟຕາ ແມ່ນຮັບຜິດຊອບສຳລັບຄວາມທຸກທໍລະມານ ທີ່ປະຊາຊົນຂອງ ລີເບຍ ກຳລັງໄດ້ຮັບ ແລະ ຄວາມວຸ້ນວາຍ ແລະ ຄວາມບໍ່ໝັ້ນຄົງທີ່ປະເທດດັ່ງກ່າວໄດ້ຖືກແກ່ເຂົ້າໄປ.”

ເທີກີ ສະໜັບສະໜູນລັດຖະບານທີ່ຕັ້ງຢູ່ນະຄອນຫຼວງ ຕຣີໂປລີ ໃນຂະນະທີ່ ເຂົາເຈົ້າພະຍາຍາມປ້ອງກັນຕົນເອງ ຈາກການໂຈມຕີຕະຫຼອດປີຈາກທ່ານ ຮາຟຕາ ເພື່ອຍຶດເອົານະຄອນຫຼວງນັ້ນ.

ການລະດົມຍິງໂຈມຕີໃນທ້າຍອາທິດທີ່ຜ່ານມາຢູ່ໃນ ແລະ ອ້ອມນະຄອນຫຼວງ ຕຣີໂປລີ ໄດ້ສັງ ຫານຫຼາຍເຖິງຫົກຄົນ ແລະ ບາດເຈັບຫຼາຍສິບຄົນ, ອີງຕາມການລາຍງານຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG