ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີ​ກີ ແນ​ເປົ້າໃສ່​ຜູ້​ຮັບ​ເໝົາ​ກໍ່​ສ້າງ ເພື່ອ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ພັງ​ລົງ​ຂອງ​ຕຶກ​ຕ່າງໆ


ແມ່​ຍິງ​ຄົນ​ນຶ່ງ​ຢືນ​ຢູ່​ຕໍ່​ໜ້າ​ຕຶກຫຼັງ​ນຶ່ງ​ທີ່​ໄດ້​ພັງ​ລົງ​ໃນ​ເມືອງ ອິ​ສ​ລາ​ຮີ​ຢາ, ໃນ​ພາກ​ພື້ນ ກາ​ຊຽນ​ເທັບ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ, 11 ກຸມ​ພາ 2023.
ແມ່​ຍິງ​ຄົນ​ນຶ່ງ​ຢືນ​ຢູ່​ຕໍ່​ໜ້າ​ຕຶກຫຼັງ​ນຶ່ງ​ທີ່​ໄດ້​ພັງ​ລົງ​ໃນ​ເມືອງ ອິ​ສ​ລາ​ຮີ​ຢາ, ໃນ​ພາກ​ພື້ນ ກາ​ຊຽນ​ເທັບ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ, 11 ກຸມ​ພາ 2023.

ເທີ​ກີ ແມ່ນ​ກຳ​ລັງ​ແນ​ເປົ້າ​ໃສ່​ຜູ້​ຮັບ​ເໝົາ​ກໍ່​ສ້າງ 134 ບໍ​ລິ​ສັດ ແລະ ອື່ນໆ​ສຳ​ລັບ​ການ​ກ່າວ​ຫາ​ວິ​ທີ​ການກໍ່​ສ້າງທີ່​ມີ​ຄຸນ​ນະ​ພາບບໍ່​ດີ ແລະ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ກອບ​ກູ້​ສົບ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ເຕີມ​ອອກ​ມາ​ຈາກ​ຕຶກ​ທີ່​ພັງ​ລົງ ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ສອງ​ຄັ້ງ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ທີ່​ໄດ້​ສັງ​ຫານຫຼາຍກວ່າ 33,000 ຄົນ ແລະ ບາດ​ເຈັບ​ອີກ 92,000 ຄົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ເທີ​ກີ ທ່ານ ເບ​ເກຍ ບອ​ສ​ແດກ ໄດ້​ປະ​ຕິ​ຍານ​ທີ່​ຈະ​ລົງ​ໂທດ​ທຸກ​ຄົນ ​ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຕຶ​ກຫຼາຍ​ພັນຫຼັງ ​ທີ່​ໄດ້​ພັງ​ລົງ ໃນ​ຂະ​ນະ​ທີ່​ແຜ່ນ​ດິນ​ໄຫວ​ເມື່ອ​ວັນ​ຈັນ​ອາ​ທິດ​ແລ້ວນີ້​ໄດ້​ທຳ​ລາຍ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ທີ​ກີ ແລະ ພາ​ກ​ເໜືອ​ປະ​ເທດ ຊີ​ເຣຍ. ທ່ານ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ປັດ​ຈຸ​ບັນ​ນີ້ 3 ຄົນ​ ໄດ້​ຖືກ​ຈັບ​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ​ຢູ່, 7 ຄົນ​ຖືກ​ຄວບ​ຄຸມ​ຕົວ ແລະ ອີກ 7 ຄົນ​ຖືກ​ຫ້າມ​ອອກ​ຈາກ​ປະ​ເທດ.

ແມ່ນ​ກະ​ທັ້ງ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ເມີນ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ພັງ​ລົງ​ຂອງ​ຕຶກຫຼາຍຫຼັງ​ນັ້ນ, ບັນ​ດາ​ນັກ​ກູ້​ໄພຫຼາຍ​ພັນ​ຄົນ, ເຖິ​ງ​ແມ່ນ​ວ່າ​ຍາກ​ທີ່​ຈະ​ເປັນ​ໄປ​ໄດ້, ໄດ້​ສືບ​ຕໍ່​ຊອກ​ຫາ​ຜູ້​ລອດ​ຊີ​ວິດ, ແລະ ປະ​ຊາ​ຊົນ​ຈຳ​ນວນ​ນ້ອຍ​ແມ່ນ​ຖືກ​ພົບ​ມີ​ຊີ​ວິດ​ຢູ່. ກ້ອງ​ຖ່າຍ​ຄື້ນ​ຄວາມ​ຮ້ອນ​ແມ່ນ​ໄດ້​ຖືກ​ໃຊ້​ເພື່ອກວດ​ສອບກອງ​ຄອນ​ກ​ຣີດ ແລະ ເຫຼັກ, ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ກູ້​ໄພ​ໄດ້​ຮຽກ​ຮ້ອງ​ຄວາມ​ມິດ​ງຽບ ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສາ​ມາດ​ໄດ້​ຍິນ​ສຽງ​ຂອງ​ຜູ້​ທີ່​ຕິດ​ຄ້າງ​ຢູ່​ໃນ.

ແມ່​ມານ​ຄົນ​ນຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ​ອອກ​ມາ​ເມື່ອ​ວັນ​ອາ​ທິດ​ວານນີ້, 157 ຊົ່ວ​ໂມງຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ແຂວງ ຮາ​ເຕ ທີ່​ໄດ້​ຮັບ​ຜົນ​ກະ​ທົບຫຼາຍກວ່າ​ໝູ່, ອີງ​ຕາມ​ວິ​ທະ​ຍຸລັດ​ຖະ​ບານ TRT.

ໂທ​ລະ​ພາບ ຮາ​ເບີ ເທີກ (HaberTurk) ໄດ້​ຖ່າຍ​ທອດ​ສົດການ​ກູ້​ໄພ​ເດັກ​ຊາຍ​ອາ​ຍຸ 6 ປີ ທີ່​ຖືກ​ນຳ​ອອກ​ມາ​ຈາກ​ຊ​າກ​ຫັກ​ພັງ​ຂອງ​ເຮືອນ​ຂອງ​ລາວ ​ໃນ​ເມືອງ ອາ​ດີ​ຢາມານ. ເດັກ​ຊາຍ​ຄົນ​ດັ່ງ​ກ່າວ​ຖືກ​ຄຸມ​ດ້ວຍ​ຜ້າ​ຫົ່ມອະ​ວະ​ກາດ ຫຼື Space Blanket ແລະ ນຳ​ຂຶ້ນ​ລົດ​ໂຮງ​ໝໍ. ນັກ​ກູ້​ໄພ​ທີ່​ອິດ​ເມື່ອຍ​ຄົນ​ນຶ່ງ​ໄດ້​ເອົາ​ໜ້າ​ກາກ​ຂອງ​ລາວ​ອອກ ແລະ ຫາຍ​ໃຈ​ເລິກໃນ​ຂະ​ນະ​ທີ່​ແມ່​ຍິງ​ກຸ່ມ​ນຶ່ງ​ສາ​ມາດ​ໄດ້​ຍິນ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ດີ​ໃຈ.

ບັນ​ດາ​ໄອ​ຍະ​ການ​ໄດ້​ເລີ່ມ​ເກັບ​ເອົາຕົວ​ຢ່າງ​ຂອງ​ຕຶກ​ຕ່າງໆ​ສຳ​ລັບຫຼັກ​ຖານ​ຂອງ ວັດ​ຖຸ​ທີ່​ຖືກ​ໃຊ້​ໃນ​ການ​ກໍ່​ສ້າງ​ຂອງ​ເຂົາ​ເຈົ້າ. ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຮຸນ​ແຮງ, ແຕ່​ຜູ້​ເຄາະ​ຮ້າຍ ແລະ ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເຕັກ​ນິກ​ໄດ້​ຖິ້ມ​ໂທດ​ໃສ່​ການ​ກໍ່​ສ້າງ​ທີ່ບໍ່​ດີ ແລະ ການບໍ່​ເອົາ​ໃຈ​ໃສ່​ຕໍ່​ຫຼັກ​ເກນ​ການ​ກໍ່​ສ້າງ, ສຳ​ລັບ​ການ​ທຳ​ລາຍ​ທີ່​ຮ້າຍ​ແຮງກວ່າ​ເກົ່າ.

ສອງ​ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ ຖືກ​ລາຍ​ງານ​ວ່າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ໜີ​ອອກ​ຈາກ​ປະ​ເທດ​ໄປ​ປະ​ເທດ ຈໍ​ເຈຍ ແມ່ນ​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ່​ສະ​ໜາມ​ບິນ ອີ​ສ​ຕານ​ບູ​ລ ໃນ​ວັນ​ອາ​ທິດ​ວານນີ້. ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ດັ່ງ​ກ່າວ​ຖືກ​ນຳ​ມາ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ກ່າວ​ຫາ​ກໍ່​ສ້າງ​ຕຶກ​ທີ່​ມີ​ຄຸນ​ນະ​ພາບບໍ່​ດີ​ທີ່​ໄດ້​ພັງ​ລົງຫຼາຍ ຫຼັງ​ໃນ​ເມືອງ ອາ​ດີ​ຢາ​ມານ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ກະ​ຊົນ DHA ແລະ ການ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG