ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວເຄີດສ໌ ຈາກຊີເຣຍ ຫຼາຍກວ່າ 130 ພັນຄົນ ອົບພະຍົບເຂົ້າໄປ ອາໄສຢູ່ໃນເທີກີ (ສະໄລດ໌/ວີດີໂອ)


ບັນດາ​ເຈົ້າ​ໜ້າ​ທີ່​ເທີ​ກີ​ກ່າວ​ວ່າ ພວກ​ຊາວ​ເຄີ​ດຊີ​ເຣຍ ຈຳນວນ​
ຫຼາຍ​ກວ່າ 130 ພັນ​ຄົນ ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເທີ​ກີ ຕັ້ງ​
ແຕ່​ທ້າຍ​ສັບປະດາ​ຜ່ານ​ມາ​ນີ້ ​ເພື່ອ​ຫລົບໜີ​ຈາກ​ການ​ບຸກຄືບ​ໜ້າ
​ໃກ້​ເຂົ້າ​ມາຂອງ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດອິສລາມ.

ຮອງ​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Numan Kurtulmus ກ່າ
ວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລັດຖະບານ​ຄາດ​ວ່າ​ ຈຳນວນ​ດັ່ງກ່າວ​ຈະ​
ເພີ້​ມຂຶ້ນ​ອີກ ​ແລະ​ກະກຽມ​ເພື່ອ​ຮັບ​ມືກັບ “ສະຖານະ​ການ​ທີ່
ຮ້າຍ​ແຮງ​ທີ່​ສຸດ ທີ່​ອາດ​ຈະ​ເກີດ
ຂຶ້ນ​ໄດ້​ນັ້ນ”.

​ເທີ​ກີ ​ໄດ້​ຮັບ​ເອົາ​ອົບ​ພະຍົບຈາກຊີ​ເຣຍ ປະມານ 850 ພັນ​ຄົນ​
ຢູ່​ແລ້ວນັບ​ແຕ່​ສົງຄາມ​ກາງ​ເມືອງ​ໄດ້​ເລີ້ມ​ຂຶ້ນ​ຢູ່​ທີ່​ນັ້ນ​ ໃນ​ເດືອນ​ມີນາ​ປີ 2011 ​ເປັນ​ຕົ້ນ​ມາ. ປະມານ 3 ​ແສນ​ຄົນ​ແມ່ນ​ໄດ້​ເດີນທາ​ງໄປ​ຮອດໃນ​ປີ​ນີ້​ເອງ.

ວີດີໂອ: ການບຸກຄືບໜ້າຂອງກຸ່ມລັດອິສລາມ ເຮັດໃຫ້ຊາວເຄີດສ໌ຕ້ອງຫລົບໜີ:

Militant Assault in Syria Displaces Thousands of Kurds
please wait

No media source currently available

0:00 0:02:49 0:00

ການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ເທີ​ກີ​ຂອງ​ພວກ​ອົບ​ພະຍົບຄັ້ງ​ຫຼ້າ​ສຸດນີ້ ມີ​ຂຶ້ນໃນຂະນະ​ທີ່​ກຸ່ມ​ລັດ​ອິສລາມ​ກຳລັງບຸກຄືບ​ໜ້າ​ເຂົ້າ​ໄປ​ຍັງຂົງ​ເຂດ​ຕ່າງໆຂອງ​ຊາວ​ເຄີ​ດສ໌ ​ໃນ​ພາກ​ເໜືອ​ຂອງ
​ຊີ​ເຣຍ​ໃນໄລຍະ​ນຶ່ງ​ອາທິດ​ມາ​ນີ້.

ການ​ບຸກຄື​ບໜ້າໄປ​ທາງ​ທິດ​ເໜືອ​ຂອງ​ທີ່ໝັ້ນ​ຂອງ​ພວກ​ເຂົາ​ໃນ​ເມືອງ Raqqa ຂອງ​ຊີ​ເຣຍນັ້ນ​ ໄດ້​ເພີ້​ມດິນ​ແດນ​ໃສ່ພື້ນ​ທີ່ ​ທີ່​ກຸ່ມ​ລັດ​ອິສລາມ ໄດ້​ເຂົ້າ​ຄວບ​ຄຸມ​ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ຕະຫຼອດ​ທັງ​ພາກ ສ່ວນໃຫຍ່ໆ​ຫຼາຍ​ແຫ່ງ​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​
ເວັນ​ຕົກ​ຂອງ​ອີຣັກນຳ.

ພັກ​ແຮງ​ງານ​ເຄີ​ດີ​ສຖານ ​ຫຼື PKK ​ໄດ້​ອອກ​ຄຳ​ຮຽກຮ້ອງ​ໃຫ້​ຊາວ​ເຄີ​ດ​ໃນ​ເທີ​ກີ ຈົ່ງ​ລຸກ​ຂຶ້ນ​ຈັບ​ອາວຸດ ​ເພື່ອ​ປ້ອງ​ກັນ​ພວກ​ຫົວ​ເມືອງ​ຕ່າງໆ​ໃນ​ເຂດ​ຊາຍ​ແດນ​ຊີ​ເຣຍນັ້ນ.

turkeysyria22september14
please wait

No media source currently available

0:00 0:00:57 0:00

XS
SM
MD
LG