ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ​ການ​ຮຽກ​ຮ້ອງ ​ຄັ້ງ​ໃໝ່ ສຳ​ລັບ ​ຄຳ​ອະ​ທິ​ບາຍ ກ່ຽວ​ກັບ ການ​ຫາຍ​ສາບ​ສູນ ​ຂອງ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ


ບັນ​ດາ​ນັກ​ເຄື່ອນ​ໄຫ​ວ, ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສິດ​ທິ​ມະ​ນຸດສາ​ຂາ ອິ​ສ​ຕັນ​ບູ​ລ, ຖືກ​ປ້າຍ​ພ້ອມ​ກັບ​ຮູບ​ຂອງ​ນັກ​ຂ່າວ​ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຫາຍ​ສາບ​ສູນ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ, ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງເພື່ອ​ສະ​ໜັບ​ສະ​ໜູນ​ລາວ ຢູ່​ສະ​ຖານ​ກົງ​ກຸນ ຊາ​ອຸ​ດີ ອາ​ຣາ​ເບຍ. ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 9 ຕຸ​ລາ, 2018.
ບັນ​ດາ​ນັກ​ເຄື່ອນ​ໄຫ​ວ, ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສິດ​ທິ​ມະ​ນຸດສາ​ຂາ ອິ​ສ​ຕັນ​ບູ​ລ, ຖືກ​ປ້າຍ​ພ້ອມ​ກັບ​ຮູບ​ຂອງ​ນັກ​ຂ່າວ​ ຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຫາຍ​ສາບ​ສູນ ທ້າວ ຈາ​ມາ​ລ ຄາ​ຊອກ​ກີ, ລົມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສື່ມວນ​ຊົນ, ໃນ​ລະ​ຫວ່າງ​ການ​ປະ​ທ້ວງເພື່ອ​ສະ​ໜັບ​ສະ​ໜູນ​ລາວ ຢູ່​ສະ​ຖານ​ກົງ​ກຸນ ຊາ​ອຸ​ດີ ອາ​ຣາ​ເບຍ. ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ. 9 ຕຸ​ລາ, 2018.

ຄູ່​ໝັ້ນ​ຂອງ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ຜູ້​ທີ່​ໄດ້​ຫາຍ​ສາບ​ສູນ​ໄປ ຫຼັງ​ຈາກ​ໄດ້​ເຂົ້າ​ໄປ​
ໃນ​ສະ​ຖານ​ກົງ​ສຸນ ​ຂອງ​ປະ​ເທດ​ດັ່ງ​ກ່າວ ທີ່​ຕັ້ງ​ຢູ່​ນະ​ຄອນ ອິ​ສ​ຕັນບູ​ລ ປະ​ເທດ ເທີ​ກີ
ເມື່ອສັບປະດາທີ່ຜ່ານມາໄດ້ເວົ້າວ່າ ລາວ “ໄດ້ເປັນຫ່ວງຢ່າງໃດຢ່າງນຶ່ງວ່າ ລາວອາດ
ຕົກຢູ່ໃນອັນຕະລາຍ,” ແຕ່ສິ່ງດັ່ງກ່າວນັ້ນ ບໍ່ໄດ້ເຮັດໃຫ້ລາວຢ້ານວ່າ ຈະມີຫຍັງເກີດ
ຂຶ້ນກັບລາວ ຢູ່ສະຖານທີ່ການທູດນັ້ນ.

ນາງ ຮາ​ຕິ​ສ ເຊັນ​ກິ​ສ ໄດ້​ຂຽນ​ລົງ​ໃນ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສທ໌ ວ່າ​ຄູ່​ໝັ້ນ​ຂອງ​ລາວ,
ທ້າວ ຈາມາລ ຄາຊອກກີ, ທຳອິດໄດ້ໄປສະຖານກົງສຸນໃນວັນທີ 28 ກັນຍາທີ່ຜ່ານມາ
ແລະໄດ້ກັບຄືນໄປຕາມນັດ ເພື່ອຮັບເອົາເອກະສານທີ່ສອງຄົນນັ້ນຕ້ອງການເພື່ອໄປ
ແຕ່ງງານ. ແລະລາວກໍບໍ່ໄດ້ຖືກພົບເຫັນນັບຕັ້ງ ແຕ່ນັ້ນມາ.

ນາງ ເຊັນ​ກິ​ສ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ເທີ​ກີ
ໃນ​ການ​ຊອກ​ຫາ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ທ້າວ ຄາ​ຊອກ​ກີ, ແລະ ຕໍ່​ມາ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​
ທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ “ຊ່ວຍກະຈາຍຂ່າວ” ກ່ຽວກັບ ການຫາຍຕົວ
ຂອງນັກຂ່າວຄົນດັ່ງກ່າວ. ລາວຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງ ຊາອຸດີ ອາຣາ
ເບຍ ເປີດເຜີຍວິດີໂອຈາກກ້ອງວົງຈອນປິດ ໃນບໍລິເວນຂອງສະຖານກົງສຸນນັ້ນ.

ຊາ​ອຸ​ດີ ອາ​ຣາ​ເບຍ ເວົ້າ​ວ່າ​ທ້າວ ຄາ​ຊອກ​ກີ ໄດ້​ອອກ​ໄປ​ຈາກ​ສະ​ຖານ​ກົງ​ສຸນ ແລະ ໄດ້​
ປະຕິເສດຂໍ້ກ່າວຫາຈາກບັນດາເຈົ້າໜ້າທີ່ ຜູ້ທີ່ໄດ້ເວົ້າວ່າ ລາວໄດ້ຖືກຂ້າຕາຍຢູ່ທີ່ນັ້ນ.
ທັງສອງຝ່າຍບໍ່ສະໄດ້ສະແດງຫຼັກຖານ ເພື່ອສະໜັບສະໜູນ ຄຳເວົ້າຂອງເຂົາເຈົ້າ ກ່ຽວ
ກັບ ສິ່ງທີ່ໄດ້ເກີດຂຶ້ນ.

ທ້າວ ຄ​າ​ຊອກ​ກີ ໄດ້​ຕ້ອງ​ຕິ​ລັດ​ຖະ​ບານ ຊາ​ລ​ມານ, ລວມ​ທັງ​ໃນ​ຫຼາຍ​ບົດ​ຂ່າວ​ຂອງ​ໜັງ​
ສື​ພິມ ວໍ​ຊິງ​ຕັນ ໂພ​ສທ໌ ກ່ຽວ​ກັບ ອົງ​ມົງ​ກຸດ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ, ແລະ ໄດ້​ມາ​ອາ
ໄສແບບລີ້ໄພຕົນເອງໃນ ສະຫະລັດ ນຶ່ງປີ ຫຼັງຈາກລັດຖະບານ ຣີຢາດ ໄດ້ທຳການປາບ
ປາມພວກຄັດຄ້ານ ໃນຣາຊະອານາຈັກດັ່ງກ່າວ.

ຜູ້​ບໍ​ລິ​ຫານ​ໜັງ​ສື​ພິມ ວໍ​ຊິງ​ຕັນ ໂພ​ສ​ທ໌ ທ່ານ ເຟ​ຣັດ ຣາຍ​ອັນ (Fred Ryan) ທີ່ໄດ້​ອອກ​
ຄຳຮ້ອງຂອງໜັງສືພິມ ເພື່ອຂໍຂໍ້ມູນນັ້ນ ໃນວັນອັງຄານວານນີ້, ໄດ້ກ່າວວ່າ ທັງຊາອຸດີ
ອາຣາເບຍ ແລະ ເທີກີ ບໍ່ໄດ້ສະໜອງຄຳຕອບທີ່ໜ້າເພິ່ງພໍໃຈໃຫ້.

ທ່ານ ຣາຍ​ອັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ການ​ມິດ​ງຽບ, ປະ​ຕິ​ເສດ ແລະ
ເລື່ອນເວລາແມ່ນບໍ່ເປັນທີ່ຍອມຮັບໄດ້. ພວກເຮົາຕ້ອງການຄວາມຈິງ.”

ໜັງ​ສື​ພິມ​ທີ່​ສະ​ໜັບ​ສະ​ນູນ​ລັດ​ຖະ​ບານ ເທີ​ກີ ຊື່​ວ່າ ຊາ​ບາ (Sabah) ໄດ້​ກ່າວ​ໃນ​ວັນ​ພຸດ
ມື້ນີ້ວ່າ ເຂົາເຈົ້າຮູ້ ກ່ຽວກັບ ກຸ່ມຂອງຜູ້ຊາຍ ຊາອຸດີ ອາຣາເບຍ 15 ຄົນ ຜູ້ທີ່ຖືກກ່າວວ່າ
ໄດ້ເດີນທາງໄປນະຄອນ ອິສຕັນບູລ ໃນວັນທີ່ທ້າວ ຄາຊອກກີ ຫາຍສາບສູນ, ແລ້ວ
ເດີນທາງອອກຈາກ ເທີກີ ໃນຕອນແລງຂອງວັນດຽວກັນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG