ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ຮຽກຮ້ອງ ການປະຊຸມ ພິ​ເສດກັບ NATO


ເຮືອບິນທະຫານເທີກີ Air Force A400M ຈອດຢູ່ຖານທັບອາກາດ Incirlik ທີ່ເມືອງ Adana ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ເທີ​ກີ. July 24, 2015.
ເຮືອບິນທະຫານເທີກີ Air Force A400M ຈອດຢູ່ຖານທັບອາກາດ Incirlik ທີ່ເມືອງ Adana ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ເທີ​ກີ. July 24, 2015.

ສະຫະລັດ ​ໃຫ້ການ​ໜູນ​ຫຼັງ​ການ​ໂຈມ​ຕີ​ທາງ​ອາກາດ ​ແລະ ປືນ​ໃຫຍ່ໃນ​ສອງ​ພາກ​ພື້ນ​ຂອງ ​ເທີ​ກີ ​ໂດ​ຍ​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງ​ ລັດ​ອິສລາມ ​ໃນ ​ຊີເຣຍ ​ແລະ ພວກ​ກະບົດຊາວ ​ເຄີ​ດ ​ໃນ
ອີ​ຣັກ.

ຖະ​ແຫຼ​ງການ​ ​ເຊິ່ງຕິດຕາມ​ຄວາມ​ຮຸ​ນ​ແຮງມາໜຶ່ງອາທິດ​ໃນ ​ເທີ​ກີ ​ໄດ້​ກ່າວ​ປະນາມໃສ່​ທັງ​ສອງ​ອົງ​ກອນ ​ເຊິ່ງພວກ​ເຂົາ​ເອງ​ກໍ​ເປັນ
​ປໍ​ລະ​ປັກ​ທີ່​ເດັດດ່ຽວກັນ​ຢູ່​ນັ້ນ.

​ເທີ​ກີ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ຊຸມ​ພິ​ເສດ​ ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ກັບ​ບັນ​ດາ​ສະມາ​ຊິກ​ອົງການ NATO ​ເພື່ອ​ປຶ​ກສາ​ຫາລື​ບັນ​ຫາ​ຄວາມ​ປອ​ດ​ໄພ​ຂອງ ​ເທີ​ກີ.

ຄູ່​ພັນທະ​ມິດ​ກ່າວ​ວ່າ ການ​ປະຊຸມ​ແມ່ນ​ໄດ້​ຖືກ​ຮ້ອງ​ຂໍ “ເນື່ອງ​ຈາກ​ຄວາມ​ຮ້າຍແຮ​ງຂ​ອງສະຖານະ​ການ ຫຼັງ​ຈາກ​ເກີດ​ເຫດການໂຈມ​ຕີ​ກໍ່​ການ​ຮ້າຍ​ ​ໃນ​ບໍ່​ເທົ່າໃດ​ມື້​ທີ່​ຜ່ານ​ມາ.”

​ໂຄສົກ​ທຳນຽບຂາວ​ກ່າວ ວັນ​ອາທິດ​ວານ​ນີ້​ວ່າ ນະຄອນຫຼວງ Ankara ​ແມ່ນ​ຢູ່ໃນຂອບ​ເຂດ​ການ​ໃຊ້​ສິດທິ​ຂອງ​ພວກ​ເຂົາ​ເພື່ອ “ປະຕິ​ບັດ​ການ ​ເຊິ່ງກ່ຽວ​ຂ້ອງ​ກັບ​ເປົ້າ​ໝາຍ​ການ​ກໍ່​ການ​ຮ້າຍ,” ລວມທັງ​ການ​ໂຈມ​ຕີ​ເມືອງ​ຂອງ ພັກ​ກຳມະກອນ ຊາວ ​ເຄີ​ດ ຫຼື Kurdish Worker’s Party ຫຼື PKK ຂ້າ​ມຄື​ນວັນສຸ​ກທີ່​ຜ່ານ​ມາ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ອີຣັກ, ​ເປັນການໂຈມ​ຕີ​ຄັ້ງ​ທຳ​ອິດ​ຕໍ່​ກັບ​ພວກກະບົດນອກ​ກົດໝາຍຊາວ ​ເຄີ​ດ ​ຕັ້ງ​ແຕ່​ການ​ປະກາດ​ຂໍ້​ຕົກລົງ​ສັນຕິ​ພາບ​ໃນ​ປີ 2013 ​ເປັນ​ຕົ້ນ​ມາ.

ພັກ PKK ກ່າວ​ວ່າ ຂໍ້​ຕົກລົງ​ສັນຕິພາບ​ຂອງ​ຕົນ​ກັບ ນະຄອນຫຼວງ Ankara ​ໄດ້​ສູນ​ເສຍ​ຄວາມ​ໝາຍ​ທຸກ​ຢ່າງໄປແລ້ວ​ ຫຼັງ​ຈາກ​ການ​ໂຈມ​ຕີທາງ​ອາກາດ​ໄດ້​ມີ​ຂຶ້ນ.

Turkey
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG