ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ເທີກີ ຈະສືບຕໍ່ ຢຶດຄອງ ສວນສາທາລະນະ Gezi (ສະໄລດ໌/ວີດີໂອ)


ແມວໂຕນຶ່ງ ພວມຍ່າງຜ່ານພວກປະທ້ວງ ທີ່ພາກັນນອນຢູ່ ສວນສາທາລະນະ Gezi ໃນບໍລິເວນຈະຕຸລັດ Taksim ນະຄອນອິສຕັນບູລ (15 ມິຖຸນາ 2013)
ແມວໂຕນຶ່ງ ພວມຍ່າງຜ່ານພວກປະທ້ວງ ທີ່ພາກັນນອນຢູ່ ສວນສາທາລະນະ Gezi ໃນບໍລິເວນຈະຕຸລັດ Taksim ນະຄອນອິສຕັນບູລ (15 ມິຖຸນາ 2013)
ພວກປະທ້ວງໃນເທີກີ ປະກາດວ່າ ຈະສືບຕໍ່ການຢຶດຄອງສວນ
ສາທາລະນະ Gezi ໃນນະຄອນອິສຕັນບູລໂດຍເວົ້າວ່າ ລັດຖະ ບານບໍ່ໄດ້ເອົາຫົວຊາຕໍ່ການຮຽກຮ້ອງຂອງພວກເຂົາເຈົ້າ.

ອົງການສາມັກຄີ Taksim ທີ່ຕາງໜ້າ ໃຫ້ແກ່ພວກປະທ້ວງນັ້ນ
ກ່າວໃນວັນເສົາມື້ນີ້ວ່າ ຕົນຈະບໍ່ອອກໄປ ຈາກສວນສາທາລະ
ນະດັ່ງກ່າວ ທັງໆທີ່ໄດ້ມີການຮຽກຮ້ອງໂດຍລັດຖະບານ ແລະ
ນາຍົກລັດຖະມົນຕີ Recep Tayyip Erdogan ກໍໄດ້ໃຫ້ຄຳ
ໝັ້ນສັນຍາວ່າ ຈະປ່ອຍໃຫ້ສານ ເປັນຜູ້ຕັດສິນກ່ຽວກັບຊະຕາ
ກຳຂອງແຜນການ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ໃນການພັດ ທະນາສວນສາທາລະນະນີ້ ເພື່ອຈຸດປະສົງທາງດ້ານການຄ້າ.



ໃນຕອນເຊົ້າຂອງວັນເສົາມື້ນີ້ ຕຳຫຼວດໄດ້ຈັບພວກປະທ້ວງຫຼາຍສິບຄົນ ທີ່ນະຄອນຫຼວງ ອັງກາຣາ ບໍ່ເທົ່າໃດຊົ່ວໂມງ ລຸນຫຼັງທີ່ໄດ້ມີການເຄື່ອນໄຫວ ເພື່ອສ້າງຄວາມປອງດອງສາ ມັກຄີຂອງທ່ານ Erdogan.

ໃນວັນສຸກວານນີ້ນາຍົກລັດຖະມົນຕີເທີກີກ່າວຕໍ່ພວກປະທ້ວງວ່າທ່ານຈະໂຈະແຜນການ ພັດທະນາສວນສາທາລະນະແຫ່ງນີ້ ຈົນກວ່າສານຈະຕັດສິນແລະຈັດໃຫ້ມີການລົງປະຊາ ມະຕິຖ້າຫາກສານຕັດສິນເຂົ້າຂ້າງລັດຖະບານ.

ເຖິງແມ່ນໄດ້ມີການໃຫ້ຄຳໝັ້ນສັນຍາ ຂອງທ່ານກໍຕາມ ແຕ່ພວກປະທ້ວງຈຳນວນຫລາຍ ຮ້ອຍຄົນ ໄດ້ພາກັນໂຮມຊຸມນຸມຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນອັງກາຣາ ເພື່ອເດີນຂະບວນຕໍ່ຕ້ານພັກ AK ຊຶ່ງເປັນພັກລັດຖະບານ ທີ່ປົກຄອງເທີກີ ຢູ່ໃນເວລານີ້. ຕຳຫຼວດໄດ້ໃຊ້ລົດສີດນໍ້າ ແລະລະເບີດນໍ້າຕາ ຂັບໄລ່ພວກປະທ້ວງ ໃຫ້ສະຫຼາຍຕົວ.

ວີດີໂອ - ການປະທ້ວງ ຢູ່ເທີກີ
please wait

No media source currently available

0:00 0:01:20 0:00
XS
SM
MD
LG