ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Merkel ໄປເທີກີ ເພື່ອຫາທາງ ຜ່ອນຜັນ ຄວາມເຄັ່ງຕຶງ ດ້ານອົບພະຍົບ


ຊາວອົບພະຍົບຮ້ອງຂໍການຊ່ວຍເຫລືອຈາກເຮືອແຊມທີ່ຈະຫລົ້ມ ໃນຂະນະທີ່ເຂົາເຈົ້າເຂົ້າໄປໃກ້ກໍາປັ່ນ Aquarius ທີ່ເຫັນຢູ່ເບື້ອງ ຫລັງ.
ຊາວອົບພະຍົບຮ້ອງຂໍການຊ່ວຍເຫລືອຈາກເຮືອແຊມທີ່ຈະຫລົ້ມ ໃນຂະນະທີ່ເຂົາເຈົ້າເຂົ້າໄປໃກ້ກໍາປັ່ນ Aquarius ທີ່ເຫັນຢູ່ເບື້ອງ ຫລັງ.

ນາຍົກ​ລັດຖະມົນຕີ​ເຢຍຣະ​ມັນ ທ່ານ​ນາງ Angela Merkel ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຢູ​ໂຣບ ອື່ນໆ ຈະເດີນທາງ​ໄປ​ເທີ​ກີ ໃນ​ວັນ​ທ້າຍ​ສັບປະດາ​ນີ້ ​ເພື່ອ​ພະຍາ ຍາມ​ຫລຸດຜ່ອນຄວາມ​ ເຄັ່ງ​ຕຶງທີ່​ໄດ້​ທະວີ​ຂຶ້ນ​ນັບ​ແຕ່​ສອງ​ຝ່າຍ​ໄດ້​ເຊັນ​ຂໍ້ຕົກລົງໃນເດືອນ​ແລ້ວ​ນີ້ ​ເພື່ອເຮັດ​ໃຫ້ຈຳ ນວນ​ອົບພະຍົບທີ່ຫລັ່ງ​ໄຫລ​ເຂົ້າໄປສູ່​ຢູ​ໂຣບ ຫລຸດ​ໜ້ອຍ​ລົງ.

ພາຍໃຕ້ຂໍ້​ຕົກລົງທີ່​ມີ​ອາຍຸ​ບໍ່​ຮອດ​ນຶ່ງ​ເດືອນ ​ແລະ​ມີ​ມູນ​ຄ່າເກືອບ 7 ພັນ​ລ້ານ​ໂດ​ລານັ້ນ ພວກ​ອົບ​ພະ​ຍົບທີ່ໄປເຖິງ​ຊາຍ​ຝັ່ງ​ຂອງ​ກຣິສ ຈະ​ຖືກ​ສົ່ງ​ຄື​ນ​ໄປ​ຍັງ​ເທິ​ກີ​ແລະເພື່ອ​ເປັນ ການແລກປ່ຽນ ​ຊາວເທີ​ກີ​ຈະ​ໄດ້​ຮັບອະນຸຍາດ​ໃຫ້​ເດີີນທາງ​ໄປ​ຢູ​ໂຣບໂດຍບໍ່​ຕ້ອງ​ຂໍ​ວີ​ຊ່າ.

ຂໍ້​ຕົກລົງ​ທີ່ໄດ້​ເລີ້ມ​ມີຜົນບັງຄັບ​ໃຊ້​ເມື່ອ​ສາມ​ອາທິດ​ກ່ອນ ​ໃນ​ຂັ້ນ​ຕົ້ນແມ່ນເພື່ອເຮັດ​ໃຫ້​ຈຳ ນວນ​ອົບ​ພະຍົບ ​ທີ່​ລັ່ງ​ໄຫລ​ເຂົ້າໄປ​ໃນກຣິສ​ແບບ​ຜິດ​ກົດໝາຍຊັກ​ຊ້າລົງ. ​ແຕ່ວ່າ ຫວ່່າງ ມໍ່ໆ​ມາ​ນີ້​ບັນດາ​ເຮືອ​ໄດ້​ເລີ້ມໄປ​ເຖິງ​ກຣິສພ້ອມ​ກັບ​ພວກ ອົບ​ພະຍົບ​ປະມານ 150 ຄົນ​ຕໍ່​ມື້ ​ອີງ​ຕາມ​ອົງການຜູ້​ຍົກຍ້າຍ​ຖິ່ນ​ຖານສາກົນ.

ຄວາມສຳພັນ​ທາງ​ການ​ທູດ​ໄດ້ເກີດ​ເປັນ​ບັນຫາ​ຂຶ້ນ ຫ​ລັງ​ຈາກປະທານາທິບໍດີ​ເທິກີີ ທ່ານ Recep Tayyip Erdogan ​ເຕືອນ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຍົກ​ເລີກ​ຂໍ້​ຕົກລົງ ​ຖ້າ​ຫາກ ​ວ່າ ສະຫະພາບຢູ​ໂຣບ ບໍ່​ປະຕິບັດ​ຄຳ​ສັນຍາ​ໃນ​ການ​ຕໍ່​ລອງ​ຂອງ​ຕົນ ​ໂດຍ​ອະນຸຍາດ​ໃຫ້ ພົນ​ລະ​ເມືອງ​ຊາວ​ເທີ​ກີ​ເດີນທາງ​ໂດຍ​ບໍ່​ຕ້ອງ​ຂໍວີ​ຊ່າ.​

ທ່ານ​ນາງ Markel ​ແລະ​ບັນດາ​ນັກ​ການ​ທູດ​ອຶ່ນໆ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ສະ​ເໜີການ ໃຫ້ວີ​ຊ່າ​ໃນ​ຂັ້ນ​ຕໍ່​ໄປ ​ແຕ່ກໍ​ຕໍ່​ເມື່ອວ່າເທີ​ກີ ປະ​ຕິ​ບັດ​ຕາມ​ຄຳ​ສັນຍາ​ຂອງຕົນ​ກ່ຽວ​ກັບຂໍ້​ຕົກ ລົງ​ ​ແລະ​ໃຫ້ການ​ລີ້​ໄພ​ຢ່າງ​ປອດ​ໄພແກ່ພວກ​ອົບ​ພະຍົບ.

ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດ ຮວມ​ທັງ ອົງການ​ນິລະ​ໂທ​ດກຳ​ສາກົນ ​ໄດ້​ກ່າວ​ຫາທະ
ຫານ​ເທິ​ກີວ່າ ຍິງປືນໃສ່ອົບ​ພະ​ຍົບຊີ​ເຣຍຢ່າງ​ຜິດ​ກົດໝາຍ ​ແລະ​ສົ່ງ​ເຂົາ​ເຈົ້າ​ກັບ​ຄືນ​ປະ​ ເທດ​ທີ່​ພວມ​ເກີດ​ສົງ​ຄາມຢູ່​ນັ້ນ.

​ໃນ​ວັນ​ສຸກ​ວານ​ນີ້ ອົງການ​ນິລະ​ໂທ​ດກຳ​ສາກົນ ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຜູ້ຕາງ ໜ້າຂອງ ​ຢູໂຣບຢ່າ​ໄດ້ “ປິດຫູ​ປິດ​ຕາ​ເຂົາ​ເຈົ້າ​ກ່ຽວ​ກັບ​ການລະ​ເມີດ​ສິດທິ​ມະນຸດທີ່​ອົບ​ພະຍົບປ​ະ ເຊີນ​ໜ້າ” ຢູ່​ໃນ​ເທີ​ກີ.

EU Turkey
please wait
Embed

No media source currently available

0:00 0:00:35 0:00

ອ່ານຂ່າວນີ້ຕຶ່ມເປັນພາສາອັງກິດ

XS
SM
MD
LG