ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ອັງກາຣາ ໂຈມຕີ ນາຍົກລັດຖະມົນຕີ ເຢຍຣະມັນ ຄືນ ຫຼັງຈາກເທີກີ ຖືກຕິຕຽນ


ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ອອກໄປຄົນລະທາງ ຫລັງຈາກຈັບມືກັນ ທີ່ກອງປະຊຸມສຸດຍອດ G20.

ພວກ​ເຈົ້າ​ໜ້າ​ທີ່​ເທີ​ກີ ​ໄດ້​ຮ້ອງໂຮຢ່າງ​ໂກດ​ແຄ້ນ ​ຕໍ່ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​
ນາງ Angela Merkel ​ແລະ​ຄູ່​ແຂ່ງໃນການ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ຄື​ທ່ານ Martin
Schulz ທີ່​ຕິຕຽນ​ເທີ​ກີ ລະຫວ່າງ​ການ​ໂຕ້​ວາ​ທີ່​ຜ່ານ​ທາງ​ໂທລະພາບໃນ​ວັນ​ອາທິດ​ແລ້ວ
​ນີ້ ກ່ອນ​ການ​ເລື​ອກຕັ້ງ.

​ໂຄສົກ​ປະທານາທິບໍດີ​ເທີ​ກີ ທ່ານ Ibrahim Kalin ​ໄດ້​ສົ່ງ​ຂໍ້ຄວາມ​ໂດຍຂຽນ​ລົງ​ທາງ
Twitter ​ໃນ​ວັນຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ຫວັງ​ວ່າ​ບັນຍາ​ກາດທີ່ເປັນ​ບັນຫາ​ດັ່ງກ່າວ ທີ່​ເປັນການສ່ຽງສຳລັບ ສາຍພົວພັນ​ເທີ​ກີ-​ເຢຍຣະມັນ ​ເຮັດ​ໃຫ້​ເຫັນ​ການປ່ຽນ​ແປງ​ແນວ
ທາງ​ການ​ເມືອງ​ພໍແຄບໆ​ໃນ​ບໍ່​ຊ້າ​ນີ້.”

ລະຫວ່າງ​ການໂຕ້​ວາທີ​ຂອງ​ພວກເພິ້ນນັ້ນ ທ່ານ​ນາງ Merkel ກ່າວ​ວ່າ​ເທີ​ກີ ບໍ່​ສົມຄວນ​
ມາ​ເປັນ​ສະມາຊິກ​ສະຫະພາບ​ຢູ​ໂຣບ ​ໃນຂະ​ນະ​ທີ່​ທ່ານ Schulz ​ໄດ້​ກ່າວ​ຫາ​ທ່ານ​ນາງ
Merkel ວ່່າ​ອ່ອນ​ແອ​ຕໍ່​ເທີ​ກີ ​ແລະ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ເ​ຂັ້ມງວດ​ຂຶ້ນ.

ຮູບພາບຈາກໂທລະພາບ ສະແດງໃຫ້ເຫັນການໂຕ້ວາທີ ລະຫວ່າງ ນາຍົກລັກຖະມົນຕີເຢຍຣະມັນ ທ່ານນາງ Angela Merke ແລະຜູ້ສະໝັກທ້າທາຍ ທ່ານ Martin Schulz ໃນນະຄອນ Berlin.
ຮູບພາບຈາກໂທລະພາບ ສະແດງໃຫ້ເຫັນການໂຕ້ວາທີ ລະຫວ່າງ ນາຍົກລັກຖະມົນຕີເຢຍຣະມັນ ທ່ານນາງ Angela Merke ແລະຜູ້ສະໝັກທ້າທາຍ ທ່ານ Martin Schulz ໃນນະຄອນ Berlin.

ຄຳ​ຖະ​ແຫລ​ງຂອງ​ທ່ານ Kalin ສົ່ງ​ຢູ່​ໃນ​ຂໍ້ຄວາມ​ໃນ​ການ​ຂຽນ​ລົງ​ທາງ Twitter ບໍ່​ໄດ້
ໃຫ້​ຄວາມ​ສົນ​ໃຈ​ກັບ​ການ​ໂຕ້​ວາທີດັ່ງກ່າວ. “ບໍ່​ກ່ຽວ​ວ່າ​ພັກ​ການ​ເມືອງ​ໃດ​ຈະ​ຊະນະ
ການ​ເລືອກຕັ້ງຢູ່​ໃນ​ເຢຍຣະມັນ ​ເພາະວ່າ​ບັດ​ນີ້​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ການ​ຕັດສິນ
​ໃຈຢ່າງ​ໃດ​ທີ່​ຈະ​ຊະນະ. ຄວາມ​ຈິງບໍ່​ວ່າ​ແຕ່​ ທ່ານ​ນາງ Markel ຫລື ທ່ານ Schulz ​
ໄດ້​ຖະ​ແຫລ​ງ​ເຖິງ​ການ​ຈຳ​ແນ​ກ ຫລື​ເພີ້​ມຄວາມ​ກຽດ​ຊັງ​ຜິວ​ພັນ​ຜ່ານ​ການ​ໂຕ້​ວາທີ
ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ເຢຍຣະມັນ​ທີ່ໄ​ອອກ​ມານັ້ນ.”

ຮູບພາບໃນວັນທີ 21 ກໍລະກົດ 2016 ທີເຫັນນັກຂ່າວເທີກີ ທ່ານ Deniz Yucel ລະຫວ່າງການສົນະນາທາງໂທລະພາບ ທີ່ນະຄອນ Berlin ປະເທດ Germany.
ຮູບພາບໃນວັນທີ 21 ກໍລະກົດ 2016 ທີເຫັນນັກຂ່າວເທີກີ ທ່ານ Deniz Yucel ລະຫວ່າງການສົນະນາທາງໂທລະພາບ ທີ່ນະຄອນ Berlin ປະເທດ Germany.

ໂຄສົກ​ໄດ້​ກ່າວ​ຫາ​ເຢຍຣະມັນວ່າ ​ເກັບ​ກຳ​ເອົາ​ສັດ​ຕູເທີ​ກີ. ຫລາຍ​ກວ່າ 250 ຄົນ​ທີ່
​ເປັນທະຫານ​ເທີ​ກີ ​ແລະ​ພະນັກງານ​ການ​ທູດ ​ໄດ້​ຮ້ອງ​ຂໍ​ຖານະ​ເປັນ​ອົບ​ພະຍົບ ຢູ່​ໃນ
​ເຢຍຣະມັນ ຫລັງ​ຈາກ​ຄວາມ​ພະຍາ​ມ​ເຮັດ​ລັດຖະປະຫານ​ຢູ່​ໃນ​ເທີ​ກີໃນປີ​ແລ້ວ​ນີ້.

ພວກຄົນເຂົ້າເມືອງ ພາກັນລຳຖ້າຢູ່ຕໍ່ໜ້າ ຫ້ອງການຄົນເຂົ້າເມືອງ ແລະອົບພະຍົບ ລັດຖະບານກາງ ທີ່ເຂດ Spandau ຂອງນະຄອນ Berlin.
ພວກຄົນເຂົ້າເມືອງ ພາກັນລຳຖ້າຢູ່ຕໍ່ໜ້າ ຫ້ອງການຄົນເຂົ້າເມືອງ ແລະອົບພະຍົບ ລັດຖະບານກາງ ທີ່ເຂດ Spandau ຂອງນະຄອນ Berlin.

ນອກນັ້ນ Ankara ຍັງ​ໄດ້​ກ່າວ​ຫາ Berlin ວ່າກຳລັງ​ລົ້ມ​ແຫລວ ໃນ​ການ ທັບມ້າງ
ກິດຈະການກຸ່ມ​ກະບົດ PKK ຢູ່​ໃນ​ເຢຍຣະມັນ. PKK ​ໄດ້​ຈັດ​ວ່າ​ເປັນ​ອົງການກຸ່ມ​ກໍ່
​ການ​ຮ້າຍ ​ໂດຍ​ເທີ​ກີ ສະຫະພາບ​ຢູ​ໂຣບ ​ແລະ​ສະຫະລັດ.

ລະຫວ່າງ​ປີ​ກາຍ​ນີ້ ສາຍພົວພັນ​ກັບພາຄີຂອງອົງ​ການ NATO ​ໄດ້​ຕົກ​ຕໍ່າ​ກັບ Berlin
​ໃນ​ການ​ຍົກ​ເອົາເລື່ຶອງສິດ​ທິມະນຸດຂຶ້ນມາ ຫລັງຈາກ​ການ​ທັບ​ມ້າງ​ລັດຖະປະຫານໃນ
Ankara.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການກະຈານສຽງຂອງວີໂອເອລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG