ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໖ ກຸມພາ ໒໐໒໕

ເທີກີ ສົ່ງອົບພະຍົບ ທີ່ຫຼົບໜີສົງຄາມ ກັບຄືນສູ່ ຊີເຣຍ


ຊາວອົບພະຍົບຊີເຣຍ ພາກັນເຕົ້າໂຮມກັນຢູ່ເມືອງ Akcakaleໃນພາກຕາເວັນອອກສຽງໃຕ້ ຂອງເທີກີ.
ຊາວອົບພະຍົບຊີເຣຍ ພາກັນເຕົ້າໂຮມກັນຢູ່ເມືອງ Akcakaleໃນພາກຕາເວັນອອກສຽງໃຕ້ ຂອງເທີກີ.

ເທີ​ກີ​ໄດ້​ກວດ​ຕ້ອນ​ແລະຈັດ​ສົ່ງ​ດ້ວຍ​ການ​ບັງ​ຄັບ​ໃຫ້​ອົບ​ພະ​ຍົບປະມານ 100 ຄົນ​ກັບ​ຄືນ ​ໄປ​ຊີ​ເຣຍ​ເກືອບ​ທຸກໆ​ມື້ ນັບ​ແຕ່​ເດືອນມັງກອນ​ເປັນ​ຕົ້ນ​ມາອີງ​ຕາມ​ລາຍ​ງານສະບັບ​ໃໝ່ ​ຂອງອົງການນິລະໂທດກຳສາກົນ​.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດດັ່ງກ່າວ ກ່າວໃນ​ວັນ​ສຸກ​ວານ​ນີ້ວ່າ ນີ້ແມ່ນ “ຄວາ​ມລັບ​ແຕ່​ຫາກ​ ມີຫຼາຍຄົນຮູ້​” ຢູ່​ໃນ​ພາກ​ໃຕ້ຂອງເທີ​ກີແລະໄດ້​ກ່າວ​ຢ້ຳ ​ໃນອັນ​ທີ່​ຕົນຮ້ອງ​ວ່າ “ຂໍ້​ຂາດ​ຕົກ​ ບົກ​ຜ່ອງທີ່ເປັນອັນ​ຕະລາຍຮ້າຍ​ແຮງ” ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ອົບ​ພະຍົບລະຫວ່າງ​ເທີກີແລະ ສະຫະພາບ​ຢູ​ໂຣບ.

ທ່ານ John Dalhuisen ຜູ້ອຳນວຍການອົງການນິລະໂທດກຳສາກົນ​ ​ເຂດ​ຢູໂຣບ​ ແລະ ເອ​ເຊຍກາງ ກ່າວ​ວ່າ “​ໃນ​ຄວາມ​ພະຍາຍາມ​ສຸດ​ຂີດ​ເພື່ອ​ຈະ​ປິດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ ນັ້ນ ບັນດາ​ຜູ້ນຳ​ສະຫະພາບຢູ​ໂຣບ​ແມ່ນ​ພາກັນ​ບໍ່​ເອົາ​ຫົວຊາ ທັງໆ​ທີ່​ຮູ້ ​ໃນຄວາມ​ຈິງທີ່​ວ່າ ​ ​ເທີ​ກີ​ເປັນ​ປະ​ເທດ​ທີ່​ບໍ່​ປອດ​ໄພ​ສຳລັບ​ອົບ​ພະຍົບຊີ​ເຣຍ ​ແລະພວກ​ເຂົາໄດ້​ຮັບຄວາມ​ປອດ ໄພ​ໜ້ອຍ​ລົງ​ນັບ​ມື້.”

ທ່ານ​ກ່າວ​ວ່າ ​ຂໍ້​ຕົກລົງ​ ທີ່ຈະ​ສົ່ງ​ອົບ​ພະຍົບຊີ​ເຣຍກັບ​ຄືນ ​ແລະ​ພວກ​ອື່ນໆ​ ຈາກ​ກຣິສ ​ຊຶ່ງ ເປັນສະມາຊິກປະ​ເທດ​ໜຶ່ງ​ ຂອງສະຫະພາບ​ຢູ​ໂຣບ ​ໄປ​ສູ່​ເທີ​ກີນັ້ນສາມາດ​ນຳປະຕິບັດ ​ດ້ວຍ​ຄວາມ “ຄວາມ​ຍາກ​ໃຈ​ທີ່​ສຸດ” ​ແລະ “​ເປັນ​ການ​ກະທຳ​ທີ່ບໍ່​ຫົວຊາ​ຕໍ່​ກົດ​ໝາຍ​ສາກົນ.”

ອົງການ​ນິລະ​ໂທດກຳ​ສາກົນ ກ່າວ​ວ່າ ພວກ​ເດັກນ້ອຍ ​ແລະ​ພວກແມ່ຍິງ​ທີ່​ຖືພາ​ແປເດືອນ ແມ່ນ​ຮວມຢູ່​ໃນ​ບັນດາ​ຜູ້​ທີ່​ຖືກ​ບັງ​ຄັບ​ໃຫ້​ກັບຄືນ​ໄປ​ຊີ​ເຣຍ.

Europe Refugees
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG