ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ຈ​ະ​ພົບ​ປະ​ກັບ ຜູ້​ນຳ ຢູ​ໂຣບ ກ່ຽວ​ກັບ ຂໍ້​ຕົກ​ລົງ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ເທີ​ກີ, ກ​ຣີ​ສ໌.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ເທີ​ກີ, ກ​ຣີ​ສ໌.

ລັດ​ຖະ​ບານ ເຢຍ​ຣະ​ມັນ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ສະ​ຫະ​ພາບ ຢູ​ໂຣບ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາຮັບ​ເອົາ​ເດັກ​ນ້ອຍ​ຍົກ​ຍ້າຍ​ຖິ່ນ​ຖານເຖິງ 1,500 ຄົນ​ທີ່​ອາ​ໄສ​ຢູ່​ໃນ​ສູນ​ທີ່​ປະ​ເທດ ກ​ຣີສ ໃນ​ປັດ​ຈຸ​ບັນ​ນີ້.

ລັດ​ຖະ​ບານ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສ​ະ​ບັບ​ນຶ່ງວ່າ “ການ​ແກ້​ໄຂ​ບັນ​ຫາ​ດ້ານ​ມະ​ນຸດ​ສະ​ທຳ​ ແມ່ນ​ກຳ​ລັງ​ມີ​ການ​ເຈ​ລະ​ຈາ​ຢູ່​ໃນ​ລະ​ດັບທະ​ວີບ ຢູ​ໂຣບ ສຳ​ລັບ ‘ລວມ​ກັນ​ຮັບ​ເອົາ​’ ​ເດັກ​ນ້ອຍ​ພວກນີ້. ພວກ​ເຮົາ​ຢາກ​ສະ​ໜັບ​ສະ​ໜູນ ກ​ຣີ​ສ ໃນ​ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ຫຍຸ້ງ​ຍາກ ທີ່​ມີ​ເດັກ​ນ້ອຍ​ປະ​ມານ 1,000 ຫາ 1,500 ຄົນ​ຢູ່​ເທິງ​ເກາະຫຼາຍ​ແຫ່ງ​ຂອງ ກ​ຣີ​ສ.”

ຖະ​ແຫຼງ​ກາ​ນ​ດັ່ງ​ກ່າວ​ໄດ້​ມີ​ຂຶ້​ນຫຼັງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານນາງ ແອນ​ເຈີ​ລາ ເມີ​ໂກ​ລ ໄດ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ກັບພັກ
ທີ່​ຮ່ວມ​ຢູ່​ໃນ​ລັດ​ຖະ​ບານ​ປະ​ສົມ​ປົກ​ຄອງປະ​ເທດ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ ວິ​ກິດ​ການ​ຜູ້​ຍົກ​ຍ້າຍ​ຖິ່​ນ​ຖານ ແລະ ພາ​ວະ​ສຸກ​ເສີນ​ດ້ານ​ສຸ​ຂະ​ພາບ COVID-19.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ແມ່ນ​ຄາດ​ວ່າ​ຈະ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ສະ​ຫະ​ພາບ ຢູ​ໂຣບ ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການຫຼັ່ງ​ໄຫຼ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ເຂົ້າ​ໃນ ເທີ​ກີ.

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ໃນ​ຄຳ​ປາ​ໄສທີ່​ນະ​ຄອນ ອິ​ສ​ຕານ​ບູ​ລ ທ່າມ​ກາງ​ກາ​ນ ຮຽກ​ຮ້ອງ​ຈາກ​ລັດ​ຖະ​ບານ​ຂອງ​ທ່ານ ເພື່ອ​ຮຽກ​ຮ້ອງ​ໃຫ້ ກ​ຣີ​ສ ເປີດ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າໃນ​ວັນ​ອາ​ທິດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ກັບ​ມາ​ຈາກ​ປະ​ເທດ ແບ​ລ​ຈຽມ ພ້ອມ​ກັບ​ຜົນ​ທີ່​ແຕກ​ຕ່າງ.”

ໃນ​ຂະ​ນະ​ທີ່​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ປະ​ເທດ ຊີ​ເຣຍ ໄດ້​ສືບ​ຕໍ່​ຂ້າ​ມ​ເຂົ້າ​ໄປ​ໃນ ເທີ​ກີ ນັ້ນ, ທ່ານ ເອີ​ດູ​ອານ ໄດ້​ກ່າວ​ວ່າ​ລັດ​ຖະ​ບານ ອັງ​ກາ​ຣາ ບໍ່​ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຂໍ້​ຕົ​ກ​ລົງ​ປີ 2016 ທີ່ກີດ​ກັ້ນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານທີ່ເຂົ້າໄປ​ໃນ ເທີ​ກີ ຈາກ​ການ​ເຂົ້າ​ໄປ​ໃນ ສະ​ຫະ​ພາບ ຢູ​ໂຣບ. ເທີ​ກີ ໄດ້​ຮັບ​ເອົາ​ອົບ​ພະ​ຍົບ ສາ​ມ​ລ້ານ​ເຈັດ​ແສນ​ຄົນ​ແລ້ວ, ເຊິ່ງ​ສ່ວນຫຼາຍ​ແມ່ນ​ມາ​ຈາກ​ປະ​ເທດ ຊີ​ເຣຍ.

ອີງ​ຕາມ​ຂໍ້​ຕົ​ກ​ລົງ​ປີ 2016 ນັ້ນ, ສະ​ຫະ​ພາບ ຢູ​ໂຣບ ຄວນ​ສະ​ໜອງ​ເງິນ​ປະ​ມານ ຫົກ​ລ້ານ​ແປດ​ແສນ​ໂດ​ລາ ເພື່ອ​ສ້າງ​ທີ່​ຢູ່ ແລະ ການ​ສຶກ​ສາ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ. ແຕ່​ລັດ​ຖະ​ບານ ອັງ​ກາ​ຣາ ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ເງິນ​ນັ້ນ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ລັດ​ຖະ​ບານ ອັງ​ກາ​ຣາ ໄດ້ໃຫ້​ສັນ​ຍານ​ທີ່​ເປັ​ນ​ແງ່ບວກ, ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ປະ​ກາດ​ວ່າ​ ເຂົາ​ເຈົ້າ​ຈະ​ບໍ່​ອາ​ນຸ​ຍາດ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ເຂົ້າ​ໃນ​ປະ​ເທດ ກ​ຣີ​ສ ຜ່ານ​ທະ​ເລ ອ່າຈຽນ (Aegean) ອີກ​ຕໍ່​ໄປ ຍ້ອນ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ. ແຕ່​ເຂົາ​ເຈົ້າ​ກໍ​ໄດ້​ບໍ່​ທຳ​ການ​ຫ້າມ​ທີ່​ຄ້າຍ​ຄື​ກັນ ​ຢູ່​ເຂດ​ຊາ​ແດນ​ຂອງ​ເຂົ​າ​ເຈົ້າ​ຕິດ​ກັບ​ປະ​ເທດ ບຸ​ລ​ກາ​ເຣຍ ແລະ ກຣີ​ສ, ບ່ອນ​ທີ່​ການ​ປະ​ທະ​ກັນ ລະ​ຫວ່າງ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ກັບ ຍາມ​ປ້ອງ​ກັນ​ເຂດ​ຊາຍ​ແດນ ກ​ຣີ​ສ ໄດ້​ເຮັ​ດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຮຸນ​ແຮງ​ຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG