ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເທິ​ກີ ​ ຈັບສາດສະດາຈານ 12 ຄົນ ທີ່​ເຊັນຄຳຮ້ອງ ຂໍໃຫ້ຍຸຕິ ການປາບປາມຊາວເຄີດ


ບັນດາ​ເຈົ້າ​ໜ້າ​ທີ່​ເທິ​ກີ ​ໄດ້​ກັກ​ຂັງ​ ບັນດາສາດສະດາຈານ ຢ່າງ​
ໜ້ອຍ 12 ຄົນ ​ທີ່​ຖືກ​ກ່າວ​ຫາວ່າ ​ສະໜັບສະໜູນ “ການ​ໂຄສະ
ນາຊວນເຊື່ອ​ຂອງ​ພວກ​ກໍ່​ການ​ຮ້າຍ” ຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ເຊັນ
​ຄຳຮ້ອງ ຂໍ​ໃຫ້​ຍຸດຕິ​ການ​ປາບ​ປາມທັບ​ມ້າງ ​ຂອງ​ລັດຖະບານ​ຕໍ່
​ພວກ​ກະບົດຊາວ​ເຄີ​ດ. ​

ອົງການ​ຂ່າວ​ Anadolu ຂອງທາງ​ການ​ເທີ​ກີ ກ່າວ​ວ່າ ບັນດາ​
ສາດສະດາຈານ ຈາກ​ມະຫາວິ​ທະຍາ​ໄລ Kocaeli ​ໃກ້​ກັບ​ນະ
ຄອນ Istanbul ​ໄດ້​ຖືກ​ກັກ​ຂັງ​ ໃນລະ​ຫວ່າງ​ການ​ບຸກ​ເຂົ້າ​ໄປ
​ກວດຄົ້ນ ຢູ່​ບ້ານ​ພັກ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ຕອນ​ເຊົ້າ​ ວັນ​ສຸກ​
ມື້​ນີ້ ​ແລະ​ກ່າວ​ຕື່ມ​ວ່າ ​ເພີ້ມອີກ​ເກົ້າ​ຄົນ​ກໍ​ກຳລັງ​ຈະ​ຖືກ​ຈັບ.

ບັນດາ​ຜູ້​ຖືກ​ກັກ​ຂັງແມ່ນຮວມຢູ່​ບັນດາ​ສາ​ສະ​ດາ​ຈານ​ແລະ​ນັກວິຊາການ 1,200 ກວ່າ​ຄົນ
​ທີ່​ໄດ້​ເຊັນ​ຖະ​ແຫລ​ງການປະນາມ “ການສັງຫານໝູ່ແລະ​ເນລະ​ເທດ” ປະຊາຊົນຊາວເຄີ​ດ
ຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ປະ​ເທດ.

ຄຳ​ຮ້ອງ​ດັ່ງກ່າວ ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ຍຸດຕິ​ໃນ​ທັນ​ທີການ​ຫ້າມ​ອອກ​ນອກເຮືອນ ​ແລະ​ຮື້​ຟື້ນ
ຂັ້ນຕອນສັນ​ຕິ​ພາບ ​ກັບກຸ່ມ​ກະບົດ​ຊາວເຄີ​ດ PKK ຄືນ​ໃໝ່.

ຢູ່​ໃນ​ຄຳ​ຮ້ອງ​ດັ່ງກ່າວ ຍັງ​ມີ​ລາຍເຊັນ​ຂອງບັນດາຕ່າງຊາດ ຮວມຢູ່​ໃນນັ້ນ​ກໍຄືທ່ານ Noam Chomsky ນັກວິໄຈການ​ເມືອງ​ຝ່າ​ຍຊ້າຍທີ່​ມີຊື່​ສຽງ ​ແລະ​ຜູ້​ຊ່ຽວຊານ​ດ້ານ​ພາສາ​ຈາກ​ສະ ຫະລັດ ​ແລະທ່ານ Slavoj Zizek ນັກ​ປຣັດ​ຊະຍາ​ທີ່​ມີ​ຊື່​ສຽງ​ແລະ​ນັກ​ປັນຍາຊົນ Marxist
ຂອງ Slovania ​.

XS
SM
MD
LG