ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ປະກາດ ແຜນປະຕິບັດການ ເພື່ອ ຫຼຸດຜ່ອນ ບັນຫາ ຕະຫຼາດຮຸ້ນ


ປະຊາຊົນແລກປ່ຽນເງິນ ຢູ່ຫ້ອງການແລກປ່ຽນເງິນຕາ ໃນນະຄອນ ອິສຕັນບູລ, ປະເທດ ເທີກີ. 13 ສິງຫາ, 2018.
ປະຊາຊົນແລກປ່ຽນເງິນ ຢູ່ຫ້ອງການແລກປ່ຽນເງິນຕາ ໃນນະຄອນ ອິສຕັນບູລ, ປະເທດ ເທີກີ. 13 ສິງຫາ, 2018.

ຕະຫຼາດຮຸ້ນໃນ ເອເຊຍ ແລະ ຢູໂຣບ ໄດ້ສັ່ນຄອນ ຍ້ອນເງິນ ລີຣາ ຂອງເທີກີ ໄດ້ມີລາ
ຄາອ່ອນລົງ ເປັນປະຫວັດການ ຢູ່ລະດັບ 7.24 ລີຣາຕໍ່ນຶ່ງໂດລາ ໃນເວລາຂ້າມຄືນ.
ແຕ່ແນວໃດກໍຕາມ, ຕະຫຼາດຮຸ້ນຕ່າງໆກໍໄດ້ເລີ່ມຟື້ນຕົວຄືນ ໃນວັນຈັນມື້ນີ້, ເມື່ອທະ
ນາຄານກາງຂອງ ເທີກີ ໄດ້ເວົ້າວ່າ ເຂົາເຈົ້າ ພ້ອມແລ້ວທີ່ຈະເອົາ “ທຸກມາດຕະການທີ່
ຈຳເປັນ” ເພື່ອຊ່ວຍເຫຼືອທະນາຄານທັງຫຼາຍໃນ ເທີກີ ຄຸ້ມຄອງຄວາມຄ່ອງຕົວຂອງ
ເຂົາເຈົ້າ.

ການປະກາດຂອງທະນາຄານໄດ້ມີຂຶ້ນ ລຸນຫຼັງການເປີດເຜີຍຂອງລັດ ຖະມົນຕີການ
ເງິນທີ່ວ່າ ເທີກີ ໄດ້ກະກຽມ “ແຜນປະຕິບັດການ” ທີ່ມີກຳນົດນຳໃຊ້ໃນວັນຈັນມື້ນີ້ນັ້ນ
ໂດຍມີເຈຕະນາທີ່ຈະຜ່ອນຄາຍບັນຫາຕ່າງໆຂອງຕະຫຼາດທີ່ນຳໄປສູ່ການຕົກລາຄາ
ຂອງເງິນຕາ ເທີກີ.

ເງິນ ລີຣາ ໄດ້ຟື້ນຕົວຄືນເປັນ 6.61 ລີຣາ ຕໍ່ນຶ່ງໂດລາ ລຸນຫຼັງການປະກາດຂອງທະນາ
ຄານກາງ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ, ທີ່ມີຄວາມຂັດແຍ້ງ ອັນຂົມຂື່ນ
ກັບ ສະຫະລັດ, ເຊິ່ງແມ່ນພັນທະມິດໃນອົງການ ເນໂຕ ນັ້ນ, ໄດ້ໂຕ້ແຍ້ງກ່ຽວກັບ ການ
ຕົກລາຄາຢ່າງຫຼວງຫຼາຍຂອງເງິນ ລີຣາ ຍ້ອນ “ການຄິດຮ້າຍທາງການເມືອງ” ຕໍ່ ເທີກີ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ມີບັນຫາຂັດແຍ້ງກັບທ່ານ ເອີດູອານ
ໃນຫຼາຍບັນຫາ, ລວມມີການກັກຂັງຄຸນພໍ່ ອາເມ ຣິກັນ ໃນເທີກີ, ຜູ້ທີ່ລັດຖະບານໄດ້
ຄວບຄຸມຕົວໄວ້ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ແລະ ໄດ້ຖືກກ່າວຫາວ່າສອດແນມ.
ເທີກີ ໄດ້ປ່ອຍຕົວຄຸນພໍ່ຄົນດັ່ງກ່າວ ອອກຈາກຄຸກໃນເດືອນແລ້ວ ແຕ່ຍັງກັກບໍລິເວນ
ເພິ່ນໄວ້ຢູ່ ໃນຂະນະທີ່ລໍຖ້າການພິຈາລະນາຄະດີ ເຖິງແມ່ນໄດ້ມີການຮຽກຮ້ອງ ຈາກ
ສະຫະລັດ ກໍຕາມ.

ດ້ວຍການຂັດແຍ້ງທີ່ກຳລັງເຄັ່ງຕຶງຂຶ້ນນັ້ນ, ເມື່ອວັນສຸກທີ່ຜ່ານມາ ທ່ານ ທຣຳໄດ້ເພີ່ມ
ການເກັບພາສີຕໍ່ ເທີກີ ຂຶ້ນເປັນສອງເທົ່າ, ເຮັດໃຫ້ຄ່າເງິນ ລີິຣາ ທີ່ອ່ອນແອຢູ່ແລ້ວນັ້ນ
ຕົກລາຄາ 16 ເປີເຊັນ, ເຊິ່ງແມ່ນສ່ວນນຶ່ງຂອງທັງໝົດ 40 ເປີເຊັນສຳລັບສະກຸນເງິນ
ດັ່ງກ່າວໃນປີນີ້. ຢູ່ຕະຫຼາດ ຊື້ຂາຍຂອງເອເຊຍໃນຕອນເຊົ້າວັນຈັນມື້ນີ້, ເງິນ ລີຣາ
ໄດ້ຫຼຸດລົງເປັນຄັ້ງປະຫວັດການ ຄື 7.06 ລີຣາ ຕໍ່ 1 ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG