ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ຕູນີເຊຍ ຈະຈັດຕັ້ງ ລັດຖະບານ ຊຸດໃໝ່ຂຶ້ນ (ສະໄລດ໌)


ພວກປະທ້ວງຫລາຍພັນຄົນຍົກມືຂຶ້ນ ໃນຂະນະທີ່ທໍາການປະທ້ວງ ເພື່ອເປັນການຕອບໂຕ້ຕໍ່ການຄາດ
ຕະກໍາທ່ານ Chokri Belaid ຜູ້ນໍາຝ່າຍຄ້ານ ທ່ານນຶ່ງ ຢູ່
ຄອນຫລວງ Tunis ຂອງປະເທດ ໃນວັນທີ 6 ກຸມພາ 2013.
ພວກປະທ້ວງຫລາຍພັນຄົນຍົກມືຂຶ້ນ ໃນຂະນະທີ່ທໍາການປະທ້ວງ ເພື່ອເປັນການຕອບໂຕ້ຕໍ່ການຄາດ ຕະກໍາທ່ານ Chokri Belaid ຜູ້ນໍາຝ່າຍຄ້ານ ທ່ານນຶ່ງ ຢູ່ ຄອນຫລວງ Tunis ຂອງປະເທດ ໃນວັນທີ 6 ກຸມພາ 2013.
ທ່ານ Hamadi Jebali ນາຍົກລັດຖະມົນຕີຕູນີເຊຍເວົ້າວ່າ
ທ່ານຈະຈັດຕັ້ງ ລັດຖະບານຊຸດໃໝ່ ທີ່ບໍ່ມີການຜູກພັນກັບພັກ
ການເມືອງໃດໆ ເພື່ອເປັນການຮັບມືຕໍ່ການຄາດຕະກໍາ ຜູ້ນໍາ ຄົນສຳຄັນຂອງຝ່າຍຄ້ານທ່ານນຶ່ງ.

ທ່ານ Jebali ໄດ້ປະກາດ ກ່ຽວກັບການເຄື່ອນໄຫວດັ່ງກ່າວ
ໃນວັນພຸດວານນີ້ ຢູ່ໃນໂທລະພາບແຫ່ງຊາດ ໃນຂະນະທີ່
ພວກປະທ້ວງຫລາຍພັນຄົນ ປະທະກັບຕໍາຫລວດຢູ່ໃນນະ
ຄອນຫລວງຂອງປະເທດ ເພື່ອເປັນການຕອບໂຕ້ຕໍ່ການຄາດ
ຕະກໍາທ່ານ Chokri Belaid ສະມາຊິກທີ່ເປັນຜູ້ນໍາຄົນນຶ່ງ
ຂອງກຸ່ມແນວໂຮມຝ່າຍຊ້າຍ ທີ່ສ້າງຕັ້ງຂຶ້ນໃນປີກາຍນີ້. ໃນ ຂະນະທີ່ການປະທະກັນໄດ້ເພີ້ມຄວາມຮ້າຍແຮງຂຶ້ນ ພວກ ປະທ້ວງໄດ້ຈູດສໍານັກງານໃຫຍ່ຂອງພັກສາສະໜາອິສລາມ
Ennahda ທີ່ນິຍົມແນວທາງປານກາງ ທີ່ເຂົ້າບໍລິຫານປະເທດ ໃນລັດຖະບານປະສົມຮ່ວມ
ກັບພວກທີ່ບໍ່ນິຍົມສາສະໜານັ້ນ.

ທ່ານນາຍົກລັດຖະມົນຕີກ່າວອີກວ່າ ລັດຖະບານທີ່ຈະຕັ້ງຂຶ້ນໃໝ່ນີ້ ຈະມີສິດອຳນາດໃນ ຂອບເຂດຈໍາກັດໃນການບໍລິຫານປະເທດ ໄປຮອດເວລາທີ່ຈັດໃຫ້ມີການເລືອກຕັ້ງຂຶ້ນ ເທົ່ານັ້ນ ແລະຈະຖືກສ້າງຕັ້ງຂຶ້ນໄວເທົ່າທີ່ຈະໄວໄດ້.

ທ່ານ Belaid ຊຶ່ງເປັນຜູ້ນໍາຂອງພັກແນວໂຮມມະຫາຊົນຫລື Popular Front ຖືກຍິງ ໃນຂະນະທີ່ທ່ານອອກຈາກບ້ານພັກຂອງທ່ານຢູ່ໃນຈະຄອນຫຼວງ Tunis. ຍັງບໍ່ມີລາຍ ງານວ່າ ມີການຈັບກຸມຄົນໃດເທື່ອ.

ບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ພັກ Popular Front ກໍເວົ້າວ່າ ຕົນກໍາລັງຖອນຕົວ ອອກສະພາ ທີ່ຮັບຜິດຊອບໃນການຮ່າງລັດຖະທໍາມະນູນ ແລະໂຄສົກຂອງພັກ ກໍກ່າວຕໍ່ພວກນັກສື່ ຂ່າວວ່າ ກຸ່ມດັ່ງກ່າວຈະຮຽກຮ້ອງໃຫ້ມີການເດີນຂະບວນປະ ທ້ວງ ການຄາດຕະກໍາທ່ານ Belaid.

ປະມວນພາບການປະທ້ວງຢູ່ຕູນີເຊຍ:
XS
SM
MD
LG