ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຂອງຕູນີເຊຍ ສັ່ງປິດສະພາແຫ່ງຊາດ ເປັນເວລາ 30 ວັນ


ລົດຂອງກອງທັບ ໄດ້ຈອດຢູ່ທາງໜ້າຂອງຕຶກສະພາແຫ່ງຊາດ ໃນນະຄອນຫຼວງຕູນິສ ຂອງຕູນີເຊຍ, ວັນທີ 26 ກໍລະກົດ 2021.
ລົດຂອງກອງທັບ ໄດ້ຈອດຢູ່ທາງໜ້າຂອງຕຶກສະພາແຫ່ງຊາດ ໃນນະຄອນຫຼວງຕູນິສ ຂອງຕູນີເຊຍ, ວັນທີ 26 ກໍລະກົດ 2021.

ກຳລັງທະຫານຂອງຕູນີເຊຍ ໄດ້ກີດຂວາງຫົວໜ້າສະພາ ບໍ່ໃຫ້ເຂົ້າໄປໃນຕຶກສະພາແຫ່ງຊາດ ໃນຕອນເຊົ້າວັນຈັນວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ປະ ທານາທິບໍດີ ເຄສ ຊາອີດ ໄດ້ປະກາດວ່າ ທ່ານໄດ້ປົດນາຍົກລັດຖະມົນຕີ ທ່ານຮີເຊັມ ເມຊີຊີ (Hichem Mechichi) ອອກຈາກຕຳແໜ່ງ ແລະ ໄດ້ຢຸດສະພາເປັນເວລາ 30 ວັນ.

ທ່ານຊາອີດ ນັກການເມືອງອິດສະຫລະ ໄດ້ກ່າວວ່າ ທ່ານໄດ້ດຳເນີນການໃນການຮັບມືຕໍ່ບັນຫາຕ່າງໆທາງດ້ານເສດຖະກິດ ແລະພາວະການເມືອງທີ່ບໍ່ໄປບໍ່ມາຂອງປະເທດ ແລະໄດ້ກ່າວຕື່ມອີກວ່າ ລັດຖະທຳມະນູນຂອງປະເທດ ໃຫ້ອຳນາດແກ່ທ່ານ.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກໄດ້ເກີດຄວາມວຸ້ນວາຍທາງດ້ານການ ເມືອງຢູ່ໃນປະເທດມາໄດ້ຫຼາຍອາທິດ ເຊິ່ງສ່ວນໜຶ່ງກໍເປັນຍ້ອນຄວາມໂກດແຄ້ນຂອງມະຫາຊົນກ່ຽວກັບການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານ.

ທ່ານຣາແຊດ ການນູຊີ (Rached Ghannouchi) ປະທານສະພາ ແລະຫົວໜ້າພັກ ເອັນນາດາ (Ennahdha) ທີ່ມີສຽງສ່ວນຫຼາຍ ໄດ້ເອີ້ນການດຳເນີນການຂອງປະທານາທິບໍດີ ເປັນ “ການກໍ່ລັດຖະປະຫານ” ແລະໄດ້ກ່າວວ່າ ສະພາຈະສືບຕໍ່ເຮັດວຽກຂອງຕົນຕໍ່ໄປ.

ອີກສອງພັກການເມືອງໃຫຍ່ໃນສະພາ ກໍຍັງເອີ້ນມັນ ເປັນການກໍ່ລັດຖະປະຫານເຊັ່ນກັນ ຊຶ່ງທ່ານປະທານາທິບໍດີ ໄດ້ປະຕິເສດ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວວ່າ ສະຫະລັດ ກຳລັງຕິດ ຕາມເບິ່ງຢ່າງໃກ້ຊິດ ເບິ່ງສະຖານະການດັ່ງກ່າວ ແລະວ່າ ການແກ້ໄຂບັນຫາໃດໆ ໃນດ້ານການເມືອງແລະເສດຖະກິດຂອງຕູນີເຊຍນັ້ນ ຄວນອີງໃສ່ລັດຖະທຳມະນູນຂອງປະເທດ.

ທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດວສະຫະລັດ ໄດ້ກ່າວໃນຖະແຫລງການ ເມື່ອວັນຈັນວານນີ້ ວ່າ “ຕູນີເຊຍ ຕ້ອງບໍ່ເຮັດໃຫ້ມີຜົນເສຍໃນດ້ານປະຊາທິປະໄຕ ທີ່ຕົນໄດ້ມານັ້ນ.”

ສ່ວນທ່ານເກຣກໍຣີ ມີກສ໌ ສະມາຊິກສະພາສະຫະລັດ ແລະເປັນປະທານຄະນະກຳມະການຮັບຜິດຊອບກິດຈະການຕ່າງປະເທດຂອງສະພາຕ່ຳ ແລະທ່ານແທດ ດອຍຈ໌ ປະທານອານຸກຳມະການຮັບຜິດຊອບກ່ຽວກັບ ພາກຕາເວັນອອກກາງ, ອາຟຣິກາເໜືອ ແລະການຕໍ່ຕ້ານການກໍ່ການຮ້າຍໃນໂລກ ໄດ້ກ່າວວ່າ ພວກເພິ່ນ “ມີຄວາມເປັນຫ່ວງຢ່າງຍິ່ງ” ໃນເຫດການທີ່ເກີດຂຶ້ນຢູ່ຕູນີເຊຍ.

ພວກເພິ່ນ ໄດ້ກ່າວໃນຖະແຫລງການ ເມື່ອວັນຈັນວານນີ້ ວ່າ “ພວກເຮົາ ໄດ້ຮຽກຮ້ອງຕໍ່ທຸກພັກຝ່າຍ ໃຫ້ເຄົາລົບ ແລະປະຕິບັດຕາມຕົວບົດກົດໝາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG