ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວຕູນີເຊຍ ປະທ້ວງ ຮຽກຮ້ອງໃຫ້ ລັດຖະບານ ລາອອກ (ວີດິໂອ)


ຊາວຕູນີເຊຍ ພາກັນປະທ້ວງ ຂັບໄລ່ລັດຖະບານ ຫົວອີສລາມ ໃຫ້
ລາອອກ
ຊາວຕູນີເຊຍ ພາກັນປະທ້ວງ ຂັບໄລ່ລັດຖະບານ ຫົວອີສລາມ ໃຫ້ ລາອອກ
ຊາວ​ຕູ​ນີ​ເຊຍ ຫຼາຍພັນ​ຄົນ ​ໄດ້​ພາກັນ​ເດີນ​ຂະ​ບວນຜ່ານ​ເມືອງຫຼວງຂອງ​ພວກ​ເຂົາ​ເຈົ້າ​ເມື່ອ​ວັນ​ເສົາ​ວາ​ນນີ້ ​ຮຽກຮ້ອງ​ໃຫ້​ລັດຖະບານ​ທີ່​ນໍ​າ​ໂດຍພວກ ຫົວ​ສາສະໜາອິສລາມ ລາ​ອອກ ຂະນະ​ທີ່​ວິ​ກິດ​ການ​ການ​ເມືອງ​ຂອງ​ປະ​ເທດ​ ກໍາລັງ​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້​ນັ້ນ.

ການ​ລອບ​ສັງຫານ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ຄົນ​ນຶ່ງ ​ເມື່ອ​ເດືອນ​ກໍລະກົດ​ຜ່ານມາ ຊຶ່ງ​ເປັນ​
ຄັ້ງ​ທີ່​ສອງ​ໃນ​ໄລຍະ​ຫົກ​ເດືອນ ​ໄດ້ແບ່ງ​ແຍກປະ​ເທດ ອອກ​ເປັນ​ຫລາຍ​ຝ່າຍ.

ການ​ເດີນ​ຂະ​ບວນດັ່ງກ່າວ ​ເປັນ​ຈຸດ​ສຸ​ດຍອດ​ຂອງ​ການ​ປະ​ທ້ວງ​ມາ​ໄດ້​ນຶ່ງ ອາທິດ ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາ​ອອກ ​ແລະໃຫ້ຍຸບ​ສະພາ​ທີ່​ຖືກ​ເລືອກ​ຕັ້ງ​ໃນ​ປີ 2011 ​ເພື່ອ​ຮ່າງ​ລັດຖະທໍາ​ມະນູນ​ໃໝ່.

ຊາວ​ຕູ​ນີ​ເຊຍ ​ໄດ້​ໂຄ່ນ​ລົ້ມ​ຈອມ​ຜະ​ເດັດ​ການ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ເດືອນ ມັງກອນ ປີ 2011 ​ແລະ​ໄດ້​ກະ​ຕຸ້ນ​ໃຫ້​ມີການ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ດັ່ງທີ່​ເອີ້ນ​ກັນ​ວ່າ ລະດູບານ​ໃໝ່ຂອງໂລກ​ອາຫຣັບ ຫຼື Arab Spring ຢູ່​ທົ່ວຂົງ​ເຂດ​ນັ້ນ.

ລັດຖະບານ​ໄດ້​ຖິ້ມ​ໂທດ​ການ​ລອບ​ສັງຫານ​ໃສ່​ພວກ​ຫົວ​ຮຸນ​ແຮງ​ອີສລາມ ​ແລະ​ໄດ້​ສະ​ເໜີ​ແຜນ​ທີ່​ເສັ້ນທາງ ​ໄປ​ສູ່​ການ​ຮ່າງ​ລັດຖະທໍາ​ມະນູ​ນ​ໃຫ້​ສໍາ​ເລັດ ​ແລະເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ແລະ​ປະທານາທິບໍດີ ​ແຕ່​ກໍ​ບໍ່​ໄດ້​ເຮັດໃຫ້​ພວກ​ປະ​ທ້ວງ​ຢຸດ​ແຕ່​ຢ່າງ​ໃດ.

ຜູ້​ປະ​ທ້ວງ Kawthar Masraoui ​ເວົ້າ​ວ່າ:

“ພວກ​ລັດຖະບານ​ຕ້ອງ​ເຂົ້າໃຈດີ ​ແລະຕ້ອງ​ລາ​ອອກ. ມັນ​ຈົບແລ້ວສໍາລັບ​
ພວກເຂົາ​ເຈົ້າ. ຊາວ​ຕູ​ນີ​ເຊຍເບື່ອ​ໜ່າຍ​ພັກ Ennahda ​ແລະ​ການ​ປົກຄອງ
​ຂອງ​ພວກ​ເຂົາ. ມັນພໍ​ແລ້ວ ພໍ​ແລ້ວ. ພວກ​ເຮົາ​ໝົດ​ຄວາມ​ອົດທົນ​ແລ້ວ.”


ບໍ່​ຄື​ກັນ​ກັບຢູ່​ອີ​ຈິບ ບ່ອນ​ທີ່​ຝ່າຍ​ທະຫານ​ໄດ້​ໂຄ່ນ​ລົ້ມ​ລັດຖະບານ​ອິສລາມ​ທີ່ ຖືກ​ເລືອກ​ຕັ້ງ ການ​ຜັນ​ປ່ຽນ​ຂ​ອງຕູ​ນີ​ເຊຍນັ້ນ ​ໄດ້​ມີ​ການ​ປານີ​ປານ​ອມກັນ ລະຫວ່າງພວກ​ທີ່​ມີ​ບົດບາດ​ທາງ​ການ​ເມືອງ ຊຶ່ງ​ໄດ້​ຮັກສາຂັ້ນ​ຕອນ​ການ​ຜັນ​ປ່ຽນ​ໄວ້ ​ໃຫ້​ກ້າວ​ເດີນຕໍ່​ໄປ.

ເບິ່ງວີດີໂອ:

Tunisia
please wait
Embed

No media source currently available

0:00 0:00:56 0:00

Thousands of Tunisians marched through their capital Saturday, calling for the Islamist-led government to resign as the nation’s political crisis deepens.

The assassination of an opposition politician in July - the second in six months - has polarized the country.

The march was the culmination of a week of protests, calling for the resignation of the government and the dissolution of the assembly elected in 2011 to write the constitution.

Tunisians overthrew their dictator in January 2011, kicking off pro-democracy demonstrations of the so-called Arab Spring around the region.

The government has blamed the assassinations on Islamist extremists and has offered a "roadmap" to finish the constitution and hold legislative and presidential elections. But that did nothing to pacify the protesters.

"They have to understand and resign. It's over now. Tunisian people are fed up of Ennahda and it's regime. It's enough - enough. We have reached the end of our patience."

Unlike in Egypt, where a military coup toppled an elected Islamist government, Tunisia’s transition has been marked by a pattern of compromises between political actors that has kept the process on track.
XS
SM
MD
LG