ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Rex Tillerson ກ່າວວ່າ “ມັນບໍ່ມີຫຍັງ
ທີ່ບໍ່ເຫັນພ້ອມນຳກັນກ່ຽວກັບເລື່ອງເກົາຫຼີເໜືອ” ລະຫວ່າງສະຫະລັດ ແລະຈີນ ຫຼັງຈາກ
ທີ່ໄດ້ມີການເຈລະຈາຫາລືທີ່ນະຄອນຫຼວງປັກກິ່ງ ລະຫວ່າງປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳແລະຜູ້ນຳຈີນ ທ່ານ Xi Jinping.
ທ່ານ Tillerson ຜູ້ຊຶ່ງຢູ່ໃນນະຄອນຫຼວງຂອງຈີນ ກັບທ່ານທຣຳ ໄດ້ກ່າວຕໍ່ພວກນັກ
ຂ່າວໃນວັນພະຫັດມື້ນີ້ວ່າ ຫຼັງຈາກຜູ້ນຳທັງສອງ ໄດ້ມີການເຈລະຈາສອງຝ່າຍ ທີ່ເພັ່ງ
ເລັງໃສ່ເກົາຫຼີເໜືອ ແລະການຄ້າ. ທ່ານໄດ້ກ່າວວ່າ ທັງສອງທ່ານ ຍັງໄດ້ແລກປ່ຽນຄວາມເຫັນຢ່າງກົງໄປກົງມາກ່ຽວກັບເລື່ອງສິດທິມະນຸດ ແລະການຜິດຂ້ອງຕ້ອງຖຽງ
ກັນກ່ຽວກັບເຂດນ້ຳແດນດິນໃນທະເລຈີນໃຕ້.
ກ່ຽວກັບພຽງຢາງນັ້ນ ທ່ານໄດ້ກ່າວວ່າ ຈີນແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ
ແລະຊັດເຈນໃນການເຈລະຈາຫາລືເປັນເວລາ 2 ມື້ນັ້ນວ່າ ພວກເຂົາເຈົ້າຈະບໍ່ຍອມ
ຮັບ ໃຫ້ເກົາຫຼີເໜືອເປັນປະເທດທີ່ມີອາວຸດນິວເຄລຍ.
“ມັນບໍ່ມີບ່ອນສຳຫຼັບຈຸດປະສົງຂອງພວກເຮົາທັງສອງ,” ນັ້ນຄືຄຳເວົ້າຂອງທ່ານ
Tillerson ແລະກ່າວຕໍ່ໄປອີກວ່າ “ພວກເຮົາມີມູມມອງຂອງພວກເຮົາກ່ຽວກັບຍຸດທະ
ວິທີຕ່າງໆ, ກຳນົດເວລາ ແລະຈະໃຊ້ຄວາມກົດດັນຫຼາຍປານໃດ ແລະນັ້ນແມ່ນສິ່ງທີ່
ພວກເຮົາໃຊ້ເວລາໃນການແລກປ່ຽນຄວາມຄິດຄວາມເຫັນກັນ.”
ອີງຕາມທ່ານ Tillerson ແລ້ວ ປະທານາທິບໍດີທຣຳ ໄດ້ແຈ້ງໃຫ້ທ່ານ Xi ຊາບວ່າ
“ທ່ານແມ່ນບຸກຄົນທີ່ເຂັ້ມແຂງ, ຂ້າພະເຈົ້າຄິດວ່າ ທ່ານຈະສາມາດແກ້ໄຂບັນຫານີ້
ໃຫ້ຂ້າພະເຈົ້າໄດ້.”
ກ່ອນໜ້ານີ້ ປະທານາທິບໍດີທຣຳ ໄດ້ກ່າວວ່າ ສະຫະລັດ ແລະຈີນ ຕ້ອງເຮັດວຽກຮ່ວມ
ກັນເພື່ອເຮັດໃຫ້ຂົງເຂດດັ່ງກ່າວແລະໂລກລອດພົ້ນຈາກອັນທີ່ທ່ານເອີ້ນວ່າ ໄພຂົ່ມຂູ່
ທີ່ຮ້າຍແຮງຈາກລະບອບການປົກຄອງທີ່ເຂັ່ນຂ້າປະຊາຊົນໃນເກົາຫຼີເໜືອ.
ທ່ານທຣຳ ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນຂະນະທີ່ທ່ານຢືນຄຽງຂ້າງກັບປະທານປະເທດ
ຈີນ ທ່ານ Xi Jinping ຫຼັງຈາກພວກທ່ານ ໄດ້ກ່າວຖະແຫຼງໃນສິ່ງທີ່ໄດ້ຕຽມໄວ້ນັ້ນແລ້ວ,
ແຕ່ວ່າ ບໍ່ໄດ້ຕອບຄຳຖາມໃດໆ ຂອງບັນດານັກຂ່າວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ