ປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດ ໃນວັນສຸກວານນີ້ວ່າ ສະຫະລັດໝົດຄວາມ
ອົດທົນກັບເກົາຫຼີເໜືອແລ້ວ ໃນຂະນະທີ່ທ່ານພົບປະກັບປະທານາທິບໍດີເກົາຫຼີໃຕ້ ທີ່ທຳນຽບຂາວ.
ໃນຄຳປາໄສ ຢູ່ສວນດອກກຸຫຼາບ ຄຽງຂ້າງປະທານາທິບໍດີມູນແຈອິນ ແຫ່ງເກົາຫຼີໃຕ້ ປະທານາທິບໍດີທຣຳ ໄດ້ປະກາດ ກ່ຽວກັບ “ການຕັດສິນໃຈຕອບໂຕ້” ຕໍ່ໂຄງການອາ
ວຸດນິວເຄລຍແລະລູກສອນໄຟຂອງພຽງຢາງ.
ເບິ່ງ: ຜູ້ນຳ ສຫລ ແລະ ເກົາຫຼີໃຕ້ ຕອບໂຕ້ ຢ່າງແຂງຂັນ ຕໍ່ເກົາຫຼີເໜືອ
“ຍຸກສະໄໝຂອງຍຸດທະສາດແຫ່ງຄວາມອົດທົນກັບອຳນາດການປົກຄອງເກົາຫຼີເໜືອ
ໄດ້ປະສົບກັບຄວາມລົ້ມແຫຼວ” ນັ້ນຄືຄຳເວົ້າ ຂອງທ່ານທຣຳທີ່ກ່າວເຖິງການຮັບມືກັບ
ເກົາຫຼີເໜືອ ຂອງຜູ້ນຳສະຫະລັດຄົນກ່ອນ. “ນັບເປັນເວລາຫຼາຍໆປີແລະກໍປະສົບກັບ
ຄວາມລົ້ມແຫຼວແລະໃນຄວາມເປັນຈິງຄວາມອົດທົນນັ້ນແມ່ນໄດ້ໝົດໄປແລ້ວ.”
ທ່ານທຣຳ ແລະທ່ານມູນ ແມ່ນມີຄວາມເຫັນແຕກຕ່າງກັນກ່ຽວກັບວ່າຈະກົດດັນເກົາ
ຫລີເໜືອຫຼາຍປານໃດ ເພື່ອຈະໃຫ້ປະເທດດັ່ງກ່າວ ລົ້ມເລີກ ໂຄງການອາວຸດຕ່າງໆ.
ພວກຜູ້ນຳທັງສອງຍັງໄດ້ຕ້ອງຕິ ການຮ່ວມມືໃນດ້ານປ້ອງກັນປະເທດບາງຢ່າງຂອງ
ປະເທດຕົນ. ແຕ່ໃນວັນສຸກວານນີ້ ພວກຜູ້ນຳທັງສອງໄດ້ສະແດງໃຫ້ເຫັນເຖິງຄວາມ
ປຸ້ມລຸມສາມັກຄີກັນ.
ເບິ່ງ: ທ່ານມູນ ຖະແຫຼງ ກ່ຽວກັບ ຄວາມສຳພັນ ກັບ ສຫລ
ຫລັງຈາກໄດ້ໂອ້ລົມກັນ ປະມານເຄິ່ງຊົ່ວໂມງ ດົນກວ່າທີ່ໄດ້ກຳນົດໄວ້ ທ່ານມູນໄດ້
ກ່າວຊົມເຊີຍ ກ່ຽວກັບການຕັດສິນໃຈ ແລະການຍອມຮັບສະພາບໂຕຈິງຂອງທ່ານ
ທຣຳ ແລະກ່າວວ່າ ພວກທ່ານສາມາດເສີມສ້າງ ຄວາມເຫັນທີ່ສອດຄ່ອງກັນ ກ່ຽວ
ກັບບັນຫາຕ່າງໆ ນັບແຕ່ຄວາມສຳພັນໃນດ້ານປ້ອງກັນປະເທດ ຕະຫລອດຈົນບັນ
ຫານິວເຄລຍຂອງເກົາຫຼີເໜືອ.
ທຳນຽບຂາວກ່າວວ່າ ພວກຜູ້ນຳທັງສອງ “ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ການປະ
ສານງານຢ່າງໃກ້ຊິດ ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນໃນການເຮັດໃຫ້ແຫຼມເກົາຫຼີ
ເປັນເຂດປອດນິວເຄລຍ ຢ່າງຄົບຖ້ວນ ສາມາດພິສູດແລະຕ່າວປິ້ນບໍ່ໄດ້ ດ້ວຍສັນ
ຕິວິທີ.”
ທ່ານມູນກ່າວວ່າ “ບັນຫາອາວຸດນິວເຄລຍຂອງເກົາຫລີເໜືອ ຈະໄດ້ຮັບການແກ້ໄຂ
ໂດຍປາສະຈາກຄວາມລົ້ມແຫຼວ ເກົາຫຼີເໜືອຄວນຈະບໍ່ວ່າດ້ວຍວິທີໃດກໍຕາມ ແມ່ນ
ຕີລາຄາຕ່ຳເກີນໄປໃນຄວາມໝາຍໝັ້ນຢ່າງແນ່ວແນ່ຂອງສະຫະລັດແລະເກົາຫຼີໃຕ້
ກ່ຽວກັບເລື່ອງນີ້.”
ບໍ່ໄດ້ມີການໃຫ້ລາຍລະອຽດທີ່ສະເພາະເຈາະຈົງຫຍັງຫຼາຍ ກ່ຽວກັບຍຸດທະສາດເກົາ
ຫຼີີເໜືອ. ທ່ານມູນກ່າວວ່າ ທັງ “ການລົງໂທດ ແລະການໂອ້ລົມ” ຈະມີການນຳໃຊ້ໃນ
ການຮັບມືກັບພຽງຢາງ ໃນຂະນະທີ່ການໃຫ້ຄວາມເຫັນຂອງທ່ານທຣຳ ໄດ້ເພັ່ງເລັງ
ໃສ່ການນຳໃຊ້ຄວາມກົດດັນເພີ້ມຕື່ມ.
ອີງຕາມທຳນຽບຂາວແລ້ວ ປະທານາທິບໍດີທັງສອງ ຕ່າງກໍໄດ້ສະແດງຄວາມເປັນຫ່ວງ
ຢ່າງເລິກເຊິ່ງ ກ່ຽວກັບສະວັດດີການ ຂອງປະຊາຊົນເກົາຫລີເໜືອ ໂດຍສະເພາະແລ້ວ
ຫລັງຈາກທີ່ຮູ້ວ່າໄດ້ມີການລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະການລ່ວງລະເມີດ
ຕ່າງໆຂອງພວກເຂົາເຈົ້າໂດຍລັດຖະບານ.”
ນີ້ແມ່ນການພົບປະເທື່ອທຳອິດ ລະຫວ່າງທ່ານທຣຳມະຫາເສດຖີພັນລ້ານອະດີດນັກ
ພັດທະນາອະສັງຫາຣິມມະຊັບ ແລະທ່ານມູນ ທະນາຍຄວາມສິດທິມະນຸດຫົວເສລີນິ
ຍົມ ທີ່ເຂົ້າຮັບຕຳແໜ່ງໃນເດືອນແລ້ວນີ້.