ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ເຕືອນວ່າ ການເຈລະຈາກັບ ເກົາຫຼີເໜືອ ບໍ່ແມ່ນຄຳຕອບ ຂອງບັນຫາ


Trump Warns North Korea: 'Talking is not the answer'
please wait

No media source currently available

0:00 0:02:13 0:00

ເຊີນຊົມວິດີໂອ ກ່ຽວກັບລາຍງານນີ້.

ປະທານາທິບໍດີສະຫະລັດ ກັບລັດຖະມົນຕີປ້ອງກັນປະເທດ ໄດ້ອອກຄຳເຫັນທີ່ແຕກ
ຕ່າງກັນໃນວັນພຸດທີ່ຜ່ານມາ ກ່ຽວກັບວິທີທີ່ຈະຕອບໂຕ້ໂຄງການລູກສອນໄຟຂີປະ
ນາວຸດ ແລະ ອາວຸດນິວເຄລຍຂອງເກົາຫຼີເໜືອ. ໃນຂະນະທີ່ນັກຂ່າວຂອງວີໂອເອ
Bill Gallo ລາຍງານນັ້ນກໍແມ່ນວ່າ, ຄຳເຫັນຕ່າງໆແມ່ນໄດ້ມີຂຶ້ນໃນເວລາທີ່ ເກົາຫຼີ
ເໜືອ ຖືກກ່າວປະນາມຈາກທົ່ວໂລກ ຍ້ອນການຍິງລູກສອນໄຟຄັ້ງຫຼ້າສຸດຂອງພວກ
ເຂົາ. ໃນອັນດັບຕໍ່ໄປ ພຸດທະສອນ ຈະນຳເອົາລາຍລະອຽດເລື່ອງນີ້ ມາສະເໜີທ່ານ.

ເກົາຫຼີເໜືອ ກ່າວວ່າ ພວກເຂົາກຳລັງດຳເນີນບາດກ້າວທຳອິດ ໃນການຍັບຢັ້ງກອງກຳ
ລັງສະຫະລັດ ໃນພາກພື້ນ. ລູກສອນໄຟໄລຍະປານກາງທີ່ໄດ້ບິນຂ້າມຍີ່ປຸ່ນ ໄດ້ກໍ່ໃຫ້ ເກີດສັນຍານເຕືອນໄພທີ່ເຮັດໃຫ້ປະຊາຊົນຕ້ອງແລ່ນຫາບ່ອນຫຼົບລີ້. ສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ ໄດ້ກ່າວປະນາມການຍິງດັ່ງກ່າວວ່າ “ເຮັດເກີນ
ຂອບເຂດ.”

ໃນຖະແຫຼງການສະບັບໜຶ່ງ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຕືອນວ່າ “ທາງເລືອກ
ຕ່າງໆແມ່ນໄດ້ຖືກນຳມາພິຈາລະນາແລ້ວ.”
ແຕ່ໃນວັນພຸດທີ່ຜ່ານມາ ທ່ານ ທຣຳ ກໍໄດ້
ຂຽນຂໍ້ຄວາມໃໝ່ໃນ Twitter ວ່າ “ການເຈລະຈາບໍ່ແມ່ນຄຳຕອບ.”

ຫົວໜ້າກະຊວງປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ທີ່ໄດ້ພົບປະກັບລັດ
ຖະມົນຕີການຕ່າງປະເທດຂອງລັດຖະບານໂຊລ ນັ້ນ, ໄດ້ອອກມາສະເໜີທັດສະນະ
ທີ່ແຕກຕ່າງຢ່າງໄວວາ.

ທ່ານ Jim Mattis ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ກ່າວວ່າ “ບໍ່, ພວກເຮົາບໍ່
ເຄີຍໝົດວິທີການແກ້ໄຂທາງການທູດຈັກເທື່ອ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນ.
ແລະ ທ່ານລັດຖະມົນຕີ ກັບຂ້າພະເຈົ້າ ແມ່ນໄດ້ຮ່ວມກັນຮັບຜິດຊອບ ເພື່ອຫາທາງ
ປົກປ້ອງປະເທດຂອງພວກເຮົາ, ປະຊາຊົນຂອງພວກເຮົາ, ແລະ ຜົນປະໂຫຍດຂອງ
ພວກເຮົາ, ເຊິ່ງແມ່ນສິ່ງທີ່ພວກເຮົາຢູ່ທີ່ນີ້ໄດ້ປຶກສາຫາລືກັນໃນມື້ນີ້.”

ທ່ານ ທຣຳ ມີປະຫວັດອັນຍາວນານ ກ່ຽວກັບການໃຊ້ຄຳເວົ້າທີ່ເປັນບັນຫາ ກ່ຽວກັບ
ພຽງຢາງ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ພວກເຂົາຈະໄດ້ເຫັນໄຟ ແລະ ຄວາມ ໂຫດຮ້າຍທີ່ໂລກບໍ່
ເຄີຍໄດ້ເຫັນມາກ່ອນ.”

ຄຳເຫັນດັ່ງກ່າວນັ້ນໄດ້ມີຂຶ້ນໃນຕົ້ນເດືອນທີ່ຜ່ານມາ. ຫ້າເດືອນກ່ອນໜ້ານັ້ນ, ທ່ານ
ທຣຳ ໄດ້ກ່າວວ່າ ທ່ານຈະຮູ້ສຶກ “ເປັນກຽດ” ຕໍ່ການພົບປະເຊິ່ງໜ້າກັນກັບຜູ້ນຳເກົາຫຼີ
ເໜືອ ທ່ານ ຄິມ ຈອງ ອຶນ.

ແລະ ໃນລະຫວ່າງການໂຄສະນາຫາສຽງນັ້ນ, ທ່ານ ທຣຳ ໄດ້ກ່າວວ່າທ່ານຈະມີຄວາມ
ຍິນດີຕອນຮັບທ່ານຄິມ ສູ່ທຳນຽບຂາວ, ແລະ ພ້ອມທັງຂົ່ມຂູ່ໃຫ້ ຈີນ “ກຳຈັດລາວ.”
ຄຳເວົ້າດັ່ງກ່າວນັ້ນ ເປັນການສ່ຽງໃນການສະແດງເຖິງຄວາມຮູ້ສຶກທີ່ສັບສົນ.

ອີງຕາມການກ່າວຜ່ານທາງ Skype ຂອງທ່ານ Gary Samore, ເຈົ້າໜ້າທີ່ລະດັບສູງ
ປ້ອງກັນການຂະຫຍາຍອາວຸດນິວເຄລຍຂອງທ່ານ ໂອບາມາ.

ທ່ານ Gary Samore ຈາກມະຫາວິທະຍາໄລ Harvard Kennedy ພາກວິທະຍາ
ສາດ ແລະ ການຕ່າງປະເທດ ກ່າວວ່າ “ມັນຂ້ອນຂ້າງຍາກສຳລັບຂ້າພະເຈົ້າທີ່ຈະຕີ
ຄວາມໝາຍຂອງສິ່ງທີ່ມີຢູ່ໃນຄວາມຄິດຂອງປະທານາທິບໍດີ ທຣຳ. ທັງໝົດທີ່ຂ້າພະ
ເຈົ້າສາມາດເວົ້າໄດ້ກໍແມ່ນວ່າ ນະໂຍບາຍຂອງລັດຖະບານທ່ານທຣຳ ແມ່ນໄດ້ພະ
ຍາຍາມທີ່ຈະເກ້ຍກ່ອມເກົາຫຼີເໜືອ ຜ່ານການກົດດັນດ້ານເສດຖະກິດ ພ້ອມກັບຄຳສັນ
ຍາຕ່າງໆ ກ່ຽວກັບຄວາມກ້າວໜ້າທີ່ຈະດຳເນີນການເຈລະຈາຕໍ່.”

ໃນສັບປະດານີ້ ສະຫະລັດ ໄດ້ສືບຕໍ່ສະແດງແສນຍານຸພາບຂອງເຂົາເຈົ້າ ຜ່ານການ
ປະຕິບັດການຝຶກຊ້ອມທະຫານປົກກະຕິກັບເກົາຫຼີໃຕ້.

ແລະ ດ້ວຍການເປີດເຜີຍວິດີໂອ ກ່ຽວກັບ ຄວາມສຳເລັດໃນການທົດລອງຍິງສະກັດ
ກັ້ນລູກສອນໄຟໄລຍະປານກາງ ຢູ່ນອກຊາຍຝັ່ງເກາະຮາວາຍ.

ບັນຫາແມ່ນ, ຖ້າການທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ແມ່ນການຊີ້
ບອກສິ່ງໃດນຶ່ງນັ້ນ, ພວກເຂົາແມ່ນຍັງບໍ່ພ້ອມທີ່ຈະຍອມແພ້ໃນເວລາໃດນຶ່ງໃນໄວໆນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

The U.S. president and his defense secretary issued divergent comments on Wednesday about how to respond to North Korea's advancing ballistic missile and nuclear weapons programs. As VOA's Bill Gallo reports, the comments come as North Korea receives worldwide condemnation for its most recent missile launch.

North Korea says it's the "first step" toward containing U.S. forces in the region. The medium-range missile flew over Japan, setting off sirens that sent residents scurrying for cover. The U.N. Security Council condemned the launch as "outrageous."

In a statement, President Donald Trump warned "all options are on the table." But on Wednesday a different message from Trump, saying via Twitter: "Talking is not the answer."

U.S. defense chief Jim Mattis, meeting with Seoul's foreign minister, was quick to offer a different view:

((Jim Mattis, US Defense Secretary))
"No, we're never out of diplomatic solutions. We continue to work together. And the minister and I share a responsibility to provide for the protection of our nations, our populations, and our interests, which is what we are here to discuss today."

Trump has a long history of making controversial statements about Pyongyang.

((Donald Trump, U.S. President))
"They will be met with fire and fury like the world has never seen."

That comment coming earlier this month. Four months before that, Trump said he'd be "honored" to meet North Korean leader Kim Jong Un face to face.

And during the campaign, Trump said he'd both be willing to host Kim at the White House, and also threatened to have China "get rid" of him. That risks sending mixed messages...

...says Gary Samore ((SAY-more)), a top Obama nonproliferation official, via Skype.

((Gary Samore, Harvard Kennedy School for Science and International Affairs))
"It's a little difficult for me to interpret what President Trump has in mind. All I can say is that the Trump administration's policy has been trying to persuade North Korea through economic pressure as well as promises of progress to resume negotiations."

The U.S. this week continued its show of force by conducting regular military exercises with South Korea...

And by releasing video of a successful medium-range missile intercept test off the coast of Hawaii.

The problem is, if North Korea's recent missile tests are any indication, it isn't ready to give in anytime soon.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG