ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ດໍໂນລ ທຣໍາ ແລະປ. ສີ ຈິນຜິງ ສະເໜີ ແນວທາງ ທາງການຄ້າ ທີ່ແຕກຕ່າງກັນ ຢ່າງສິ້ນເຊີງ


ປະທານາທິບໍດີທຣໍາ ກ່າວຄໍາປາໄສໃນມື້ສຸດທ້າຍ ຂອງກອງປະຊຸມສຸດຍອດ APEC.
ປະທານາທິບໍດີທຣໍາ ກ່າວຄໍາປາໄສໃນມື້ສຸດທ້າຍ ຂອງກອງປະຊຸມສຸດຍອດ APEC.

ໃນການກ່າວຄໍາປາໄສຂອງຜູ້ນໍາສະຫະລັດ ແລະຈີນຕໍ່ບັນດາຜູ້ນໍາທາງທຸລະກິດໃນ
ຂົງເຂດເອເຊຍໃນວັນສຸກມື້ນີ້ນັ້ນ ໄດ້ສະແດງໃຫ້ເຫັນວ່າມີຄວາມຄິດແຕກຕ່າງກັນຢ່າງ
ຂາດຂັ້ນ ກ່ຽວກັບທິດທາງດ້ານການຄ້າຢູ່ໃນເອເຊຍ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວຕໍ່ ກອງປະຊຸມສຸດຍອດຂອງຫົວໜ້າ
ບໍລິຫານໃນ APEC ນັ້ນວ່າ ທ່ານຍິນດີທີ່ຈະມີສັນຍາການຄ້າແບບສອງຝ່າຍກັບປະເທດ
ໃດກໍໄດ້ ຢູ່ໃນຂົງເຂດມະຫາສະໝຸດອິນເດຍ-ປາຊີຟິກ ແຕ່ທ່ານປະຕິເສດຢ່າງໜັກແໜ້ນ ທີ່ຈະເຊັນສັນຍາການຄ້າຫລາຍຝ່າຍ ເຊັ່ນສັນຍາ ພາຄີຂ້າມມະຫາສະໝຸດປາຊີຟິກ ຫລື
TPP ຂອງ 12 ປະເທດທີ່ຖືກລົດລະຖິ້ມໃນມື້ທໍາອິດທີ່ທ່ານຂຶ້ນກໍາຕໍາແໜ່ງນັ້ນ.

ທ່ານ ທຣໍາ ເວົ້າວ່າ "ຂ້າພະເຈົ້າຍິນດີທີ່ຈະມີສັນຍາການຄ້າແບບສອງຝ່າຍກັບປະເທດ
ໃດກໍໄດ້ ຢູ່ໃນຂົງເຂດມະຫາສະໝຸດອິນເດຍ-ປາຊີຟິກ ທີ່ຢາກເປັນຄູ່ຄ້າຂອງພວກເຮົາ ແລະທີ່ຈະເຮັດຕາມຂໍ້ຜູກພັນໃນຫລັກການການຄ້າທີ່ຍຸຕິທໍາ ແລະມີຜົນປະໂຫຍດໃຫ້
ກັນແລະກັນທັງສອງຝ່າຍ." "ສິ່ງທີ່ພວກເຮົາຈະບໍ່ເຮັດກໍຄື ຈະບໍ່ເຂົ້າຮ່ວມເຊັນສັນຍາໃຫຍ່ ທີ່ມັດມືຂອງພວກເຮົາໄວ້, ເຮັດໃຫ້ອະທິປະໄຕຂອງພວກເຮົາຖືກຍອມຈໍານົນ ແລະເຮັດ
ໃຫ້ບໍ່ສາມາດປະຕິບັດສັນຍາໄດ້ຢ່າງມີຄວາມໝາຍນັ້ນ ອີກຕໍ່ໄປແລ້ວ."

ທ່ານປະທານາທິບໍດີສະຫະລັດເວົ້າອີກວ່າ ໃນອະດີດຜ່ານມາ ເມື່ອປະເທດຂອງເພິ່ນ
ໄດ້ "ລົດຮົ້ວກັ້ນຕະຫລາດໃຫ້ຕໍ່າລົງ ແຕ່ວ່າປະເທດອື່ນຜັດບໍ່ໄດ້ເປີດຕະຫລາດໃຫ້
ພວກເຮົາເລີຍ."

Trump: US Will No Longer Enter Into Large Agreements
please wait

No media source currently available

0:00 0:00:41 0:00

ແຕ່ວ່າ ທ່ານທຣໍາເຕືອນວ່າ ນັບແຕ່ນີ້ຕໍ່ໄປ ສະຫະລັດ "ຄາດຫວັງວ່າຄູ່ຮ່ວມການຄ້າ
ຂອງພວກເຮົາຈະປະຕິບັດຕາມກົດລະບຽບຢ່າງຖືກຕ້ອງຊື່ສັດ. ພວກເຮົາຄາດຫວັງວ່າ
ຕະຫລາດທັງຫລາຍຈະເປີດຂຶ້ນຢູ່ທັງສອງຝ່າຍໃນລະດັບທີ່ກໍ້າເກິ່ງກັນ ແລະຫວັງວ່າ
ພາກເອກະຊົນຈະເປັນຜູ້ບັນຊາການລົງທຶນ ບໍ່ເມ່ນລັດຖະບານເປັນຜູ້ເຮັດ."

ການເວົ້າ ມັນງ່າຍ ແຕ່ການທີ່ຈະເຮັດໃຫ້ໄດ້ແນວນັ້ນແທ້ ມັນຍາກ.

ປະທານປະເທດຈີນ ທ່ານ Xi Jinping ມາເຖິງ ກອງປະຊຸມສຸດຍອດ APEC Summit ທີ່ນະຄອນ Danang ປະເທດຫວຽດນາມ.
ປະທານປະເທດຈີນ ທ່ານ Xi Jinping ມາເຖິງ ກອງປະຊຸມສຸດຍອດ APEC Summit ທີ່ນະຄອນ Danang ປະເທດຫວຽດນາມ.

ທ່ານ Fraser Howie ຜູ້ຮ່ວມຂຽນປຶ້ມທີ່ຊື່ວ່າ “ລັດທິນາຍທຶນສີແດງ: ຄວາມບອບບາງ
ຂອງພື້ນຖານດ້ານການເງິນຂອງການເຕີບໂຕຂຶ້ນຢ່າງວ່ອງໄວແບບພິເສດຂອງຈີນ” ເວົ້າ
ວ່າ ຈີນໄດ້ສະແດງໃຫ້ເຫັນແລ້ວວ່າ ປະເທດດັ່ງກ່າວມີຄວາມຕັ້ງທີ່ຈະເຮັດຕາມລະບຽບ
ການທຸກຢ່າງ.

ທ່ານກ່າວອີກວ່າ “ຈີນເຂົ້າໄປຢູ່ໃນລະບົບຂໍ້ກໍານົດຂອງອົງການ ການຄ້າໂລກຢ່າງ
ວ່ອງໄວ ແລະສະຫລຽວສະຫລາດກວ່າອາເມຣິກາ. ໃນຂະນະທີ່ອາເມຣິກາເຂົ້າໄປ
ຢູ່ໃນລະບົບຂໍ້ກໍານົດຂອງອົງການດັ່ງກ່າວດ້ວຍຄວາມຄິດທີ່ດີ ໂດຍຄິດວ່າຈີນຈະ
ປ່ຽນແປງ ແຕ່ຢ່າງໃດກໍຕາມ ຈີນບໍ່ເຄີຍຄິດຢາກຈະປ່ຽນແປງຈັກເທື່ອເລີຍ.”

ປະທານາທິບໍດີ ສະຫະລັດ ທ. ດໍໂນລ ທຣໍາ ແລະປະທານປະເທດຈີນ, ທ່ານ Xi Jinping ຮ່ວມຮັບປະທານອາຫານຄໍ່າ ນໍາກັນທີ່ຫໍປະຊຸມປະຊາຊົນ ໃນນຄະຄອນຫລວງປັກກິ່ງ ໃນວັນທີ 9 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ. ດໍໂນລ ທຣໍາ ແລະປະທານປະເທດຈີນ, ທ່ານ Xi Jinping ຮ່ວມຮັບປະທານອາຫານຄໍ່າ ນໍາກັນທີ່ຫໍປະຊຸມປະຊາຊົນ ໃນນຄະຄອນຫລວງປັກກິ່ງ ໃນວັນທີ 9 ພະຈິກ 2017.

​ທ່ານກ່າວເພີ້ມວ່າ ບັນຫາການຄ້າ ແລະການເຂົ້າເຖິງຕະຫລາດແມ່ນບັນຫາທີ່ຍາກ
ແລະ ລະອຽດອ່ອນຫລາຍ ແລະຜ່ານມາທ່ານທຣໍາ ແມ່ນມີປະຫວັດທີ່ມີປະສົບການ
ໜ້ອຍຫລາຍ ເມື່ອເວົ້າເຖິງຄວາມສາມາດຕິດຕາມມັນໄດ້ ບໍ່ວ່າຈະເປັນດ້ານການ
ຫ້າມການເດີນທາງ, ການສ້າງກໍາເພງ, ແລະນະໂຍບາຍດ້ານພາສີກໍຕາມ.

ທ່ານ ສະຫລຸບວ່າ “ແມ່ນ ເຈົ້າຢາກຈະເຄັ່ງຄັດຕໍ່ພວກເຂົາເຈົ້າ ແຕ່ວ່າຈະ ເຄັ່ງຄັດແບບ
ໃດ ເພື່ອ ຈະບໍ່ເຮັດໃຫ້ເຂົາເຈົ້າຖືກລົງໂທດ. ຈະລົງໂທດຈີນໄດ້ຈັ່ງໃດ ເມື່ອທ່ານສີ ຈິນ
ຜິງ ເປັນເພື່ອນທີ່ດີທີ່ສຸດຂອງເຈົ້າ? ມັນຟັງບໍ່ມີຄວາມໝາຍຫຍັງເລີຍ.”

Trump: US Is Very Behind on Trade With China
please wait

No media source currently available

0:00 0:00:52 0:00

ປະທານປະເທດຈີນ ທ່ານ Xi Jinping ການພຸ້ງຕົວຂຶ້ນປະເທດຂອງທ່ານຍ້ອນໄດ້
ແຮງພັກດັນຢ່າງຫລວງຫລາຍຈາກການວາງແຜນການໃນລະດັບກວ້າງໃຫຍ່ຂອງລັດ
ຖະບານ ກໍໄດ້ກ້າວຂຶ້ນໄປເທິງເວທີ ພາຍຫລັງທີ່ທ່ານທຣໍາ ໄດ້ກ່າວຄໍາປາໄສຢູ່ນະ
ຄອນ Da Nang.

ທ່ານ Xi ແມ່ນຍິນດີຕ້ອນຮັບຄວາມຄິດກ່ຽວກັບການຄ້າຫລາຍຝ່າຍ ໂດຍສະເພາະໄດ້
ຮຽກຮ້ອງໃຫ້ມີການສະໜັບສະໜຸນ ເຂດການຄ້າເສລີໃນຂົງເຂດເອເຊຍປາຊີຟິກ ຫລື
FTAAP ທີ່ຈະເຮັດໃຫ້ສັນຍາການຄ້າລະດັບຂົງເຂດ ແລະສັນຍາການຄ້າສອງຝ່າຍ ສອດຄ່ງອກັນ.

ຈີນບໍ່ໄດ້ຖືກເອົາເຂົ້າຢູ່ໃນສັນຍາ TPP ທີ່ນໍາໜ້າໂດຍສະຫະລັດ ແລະຍີ່ປຸ່ນ ແລະສ່ວນ
ໃຫຍ່ ແມ່ນແນໃສ່ເພື່ອໃຫ້ເປັນກໍາແພງຕ້ານຄວາມພະຍາຍາມຢ່າງໜັກ ທີ່ມີລັກສະ
ນະຍຸດທະສາດຂອງຈີນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Asia Trade
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG