ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​​​​​​​ປ. ​ທຣຳ ເຕືອນວ່າ ຈະມີຜົນ​​ ທີ່ຕິດຕາມ​ມາ ຖ້າອີຣ່ານ ເລີ່ມພັດທະນາ ອາວຸດນິວເຄລຍ


​​​​​​​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ກ່າວໃນກອງປະຊຸມ
ພາຍໃນຂອງລັດຖະບານ ທີ່ທຳນຽບຂາວ, ວັນທີ 9 ພຶດສະພາ, 2018, ໃນວໍຊີງຕັນ.
​​​​​​​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ກ່າວໃນກອງປະຊຸມ ພາຍໃນຂອງລັດຖະບານ ທີ່ທຳນຽບຂາວ, ວັນທີ 9 ພຶດສະພາ, 2018, ໃນວໍຊີງຕັນ.

​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ​ເຕືອນ​ອີຣ່ານ​ໃນ​ວັນ​ພຸດ​ວານ​ນີ້ວ່າ ມັນ​
ຈະ​ມີ​ “ຜົນ​ກະທົບ​ຮ້າຍ​ແຮງ​ຕິດຕາມ​ມາ” ຖ້າ​ຫາກ​ວ່າ​ອີຣ່ານ ​ເລີ່​ມພັດທະນາ​ ອາວຸດ​
ນິວ​ເຄລຍ ​ຫຼັງຈາກ​ສະຫະລັດ ​ໄດ້​ຖອນ​ຕົວ ​ອອກ​ຈາກ​ຂໍ້ຕົກລົງ​ນາໆ​ຊາດ ​ສະບັບ​ປີ
2015 ທີ່​ມີ​ຈຸດປະສົງ​ເພື່ອ​ຍຸຕິ​ໂຄ​ງການ​ນິວ​ເຄລຍ​ ຂອງເຕຫະຣ່ານ.

​ໃນ​ການ​ໃຫ້​ຄວາມ​ເຫັນ​ສັ້ນໆ ​ທີ່​ທຳນຽບຂາວນັ້ນ ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ສະຫະລັດ
“​ໃນໄວໆນີ້” ຈະທຳການ​ລົງ​ໂທດ​ທາງດ້ານ​ເສດຖະກິດຄືນ​ໃໝ່ ​ໃນ​ຄວາມ​ພະຍາຍາມ ​
ເພື່ອບັງຄັບໃຫ້ອີຣ່ານ ເປີດການ​ເຈລະຈາ​ ກ່ຽວກັບເງື່ອນໄຂໃໝ່ ຂອງ​ຂໍ້​ຕົກລົງ, ນັ້ນກໍຄື
ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ຍາ​ວຸດ​ແລະ​ການເຂົ້າ​ໄປ​ມີໜ້າ​ທາງທະຫານ​ຂອງອີຣ່ານ
ຢູ່ໃນ​ຊີ​ເຣຍ, ​ເຢ​ເມນ ​ແລະ​ແຫ່ງ​ອື່ນໆ ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ຜູ້ນຳ​ສະຫະລັດ ​ໄດ້ກ່າວ​ຫາ​ອີຣ່ານວ່າ​ ສ້າງ “ຄວາມສັບສົນ​ວຸ້ນວາຍ​ ​ແລະ​ຄວາມ​ຕາຍ”
​ຢູ່ໃນ​ຂົງ​ເຂດ.

ປະທານາທິບໍດີທຣຳ ກ່າວວ່າ “ພວກ​ເຮົາ​ຈະ​ເຮັດ​ຂໍ້​ຕົກລົງ​ທີ່​ດີ ຫຼື​ວ່າພວກ​ເຮົາ​ຈະ​ບໍ່​ເຮັດ
​ຂໍ້​ຕົກລົງ​ເລີຍ.”
ທ່ານທຣຳຮັບຮູ້ວ່າ ສະຫະລັດ “ບາງທີ​ອາດຈະເຮັດ​ບໍ່ໄດ້ດີປານໃດ​
ກ່ຽວ​ກັບ​ພວກ​ເຂົາ,”
ແຕ່ກໍກ່າວວ່ານັ້ນແມ່ນດີແລ້ວສຳລັບ​ທ່ານ.

ທ່ານ​ທຣຳ ຍັງ​ສືບ​ຕໍ່​ໂຈມ​ຕີ ຂໍ້​ຕົກລົງ​ນິວ​ເຄລຍ ລະຫວ່າງ​ເຕຫະຣ່ານ ກັບ​ສະຫະລັດ
ພາຍ​ໃຕ້ລັດຖະບານຊຸດກ່ອນ ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ, ໂດຍ​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ
​ວ່າ “​ເປັນ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ ຂີ້ຮ້າຍ​ທີ່​ສຸດ ​ແລະ​ມັນ​ບໍ່​ຄວນ​ຈະ​ເຮັດ​ຂໍ້​ຕົກລົງ​ອັນ​ນີ້​ດ້ວຍ​ຊ້ຳ.”

Trump Says Iran Will Agree to Negotiate on Nuclear Deal
please wait

No media source currently available

0:00 0:02:14 0:00

ທ່ານ​ທຣຳ ​ໄດ້​ໃຫ້​ຄວາມ​ເຫັນດັ່ງກ່າວ ໃນຂະນະທີ່ອີກ 5 ປະເທດທີ່ຮ່ວມ​ລົງ​ນາມໃນ
​ສັນຍາ​ນີ້ ທີ່ປະກອບດ້ວຍ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ຕ່າງກໍອອກ​ສຽງ​ ​ສະໜັບສະໜຸນ​ ຕໍ່​ຂໍ້​ຕົກລົງ​ທີ່​ວ່າ​ນີ້.

ປະທານາທິບໍດີ​ຝຣັ່ງ ທ່ານ​ອີ​ມາ​ແນ​ລ ມາກຣົງ ​ໄດ້​ໂອ້​ລົມທາງ​ໂທລະສັບ ​ດົນກວ່ານຶ່ງ​
ຊົ່ວ​ໂມງ​ ກັບ​ປະທາ​ນາທິບໍດີ​ອີຣ່ານ ທ່ານ​ຮັສຊານ ຣູຮາ​ນີ ​ໃນ​ວັນ​ພຸດ​ວານ​ນີ້. ທຳນຽບ​
ຂອງ​ທ່ານ​ມາກຣົງໄດ້​ກ່າວ​ວ່າ ຝຣັ່ງ ​ໄດ້​ບອກ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ອີຣ່ານວ່າ ທ່ານ​ຍັງ​
ຢາກ​ທີ່​ຈະ​ສືບ​ຕໍ່​ກັບ​ສັນຍາ​ທີ່​ວ່າ​ນີ້ “​ໃນທຸກ​ຮູບ​ແບບ.” ປະທານາທິບໍດີ​ຝຣັ່ງ ​ໄດ້​ກ່າວ​ວ່າ
ທ່ານຣູຮາ​ນີ ​ໄດ້​ສະ​ແດງ​ອອກ​ວ່າ “ທ່ານ​ປາຖະໜາທີ່​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ​ເພື່ອ​ໃຫ້​ຢູ່​ໃນ​
ຂໍ້​ຕົກລົງນີ້.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ​ແອ​ງ​ເກີລາ ​ເມີ​ໂກ້ ​ໄດ້​ເອີ້ນ​ການ​ຖອນ​ຕົວ​ອອກ
​ຈາກ​ສັນຍາ ສະບັບ​ປີ 2015 ນີ້​ວ່າ ​ເປັນ​ທີ່ໜ້າເສຍໃຈ ​ແລະ​ວ່າ ​ເບີ​ລິນ “ຈະພະຍາຍາມ​
ເຮັດ​ທຸກ​ວິທີ​ທາງ ​ເພື່ອໃຫ້ອີຣ່ານ ​ປະຕິບັດ​ຕາມພັນທະຂອງ​ຂໍ້​ຕົກລົງ ​ໃນ​ອະນາ​ຄົດ​.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮານີ ຢ້ຽມຢາມ ໂຮງງານໄຟຟ້າ ພະລັງງານປະລະມານູ ຂ້າງນອກທ່ານບັສເຊີ, ອີຣ່ານ, 13 ມັງກອນ, 2015, ພາບຈາກສຳນັກງານປະທານາທິບໍດີອີຣ່ານ..
ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮານີ ຢ້ຽມຢາມ ໂຮງງານໄຟຟ້າ ພະລັງງານປະລະມານູ ຂ້າງນອກທ່ານບັສເຊີ, ອີຣ່ານ, 13 ມັງກອນ, 2015, ພາບຈາກສຳນັກງານປະທານາທິບໍດີອີຣ່ານ..

XS
SM
MD
LG