ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ຄວນສົ່ງສັນຍານ ຢ່າງຈະແຈ້ງ ໃຫ້ຈີນ ກ່ຽວກັບ ລະບົບຕໍ່ຕ້ານ ລູກສອນໄຟ THAAD

ພົນລະເມືອງຈີນ ຍ່າງຜ່ານ ຮ້ານຄ້າ Lotte Mart ບ່ອນທີ່ເຫັນໄດ້ວ່າ ມີການເພີ່ມມາດຕະການ ຮັກສາຄວາມປອດໄພ ໃນປັກກິ່ງ ນະຄອນຫຼວງຂອງຈີນ, ວັນທີ 17 ມີນາ 2017.
ພົນລະເມືອງຈີນ ຍ່າງຜ່ານ ຮ້ານຄ້າ Lotte Mart ບ່ອນທີ່ເຫັນໄດ້ວ່າ ມີການເພີ່ມມາດຕະການ ຮັກສາຄວາມປອດໄພ ໃນປັກກິ່ງ ນະຄອນຫຼວງຂອງຈີນ, ວັນທີ 17 ມີນາ 2017.

ທ່າມກາງຄວາມເຄັ່ງຕຶງ ທີ່​ເພີ່ມທະວີຂຶ້ນ ລະຫວ່າງສະຫະລັດ ແລະ ຈີນ ກ່ຽວກັບ
ການຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ ໃນເກົາຫຼີໃຕ້ ຢູ່ນັ້ນ ບັນດານັກຊ່ຽວຊານ
ສະເໜີແນະວ່າ ສະຫະລັດຄວນສົ່ງສັນຍານຢ່າງຈະ​ແຈ້ງ ອີກເທືື່ອນຶ່ງ ໃນລະຫວ່າງ
ກອງປະຊຸມສຸດຍອດ ທີ່ຄາດກັນວ່າ ຈະມີຂຶ້ນໃນເດືອນໜ້ານີ້ວ່າ ການກະທຳຂອງ
ສະຫະລັດນັ້ນ ບໍ່ມີຈຸດປະສົງ ທີ່ເຮັດໃຫ້ຈີນ ເຫັນວ່າເປັນການບຸກລຸກ ຫຼື ຮຸກຮານ.

ພວກປະທ້ວງ ຊາວເກົາຫຼີໃຕ້ ແກວ່ງທຸງຊາດ ຂອງສະຫະລັດ ແລະ ເກົາຫຼີໃຕ້ ຢູ່ທີ່ການໂຮມຊຸມນຸມ ເພື່ອສະໜັບສະໜູນ ການຕິດຕັ້ງລະບົບຕໍ່ຕ້ານ ລູກສອນໄຟ THAAD ທີ່ທັນສະໄໝ ຂອງສະຫະລັດ, ວັນທີ 15 ກຸມພາ 2017.
ພວກປະທ້ວງ ຊາວເກົາຫຼີໃຕ້ ແກວ່ງທຸງຊາດ ຂອງສະຫະລັດ ແລະ ເກົາຫຼີໃຕ້ ຢູ່ທີ່ການໂຮມຊຸມນຸມ ເພື່ອສະໜັບສະໜູນ ການຕິດຕັ້ງລະບົບຕໍ່ຕ້ານ ລູກສອນໄຟ THAAD ທີ່ທັນສະໄໝ ຂອງສະຫະລັດ, ວັນທີ 15 ກຸມພາ 2017.

ການຕັດສິນໃຈຮ່ວມກັນ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ເພື່ອຕິດຕັ້ງລະບົບ
ຕໍ່ຕ້ານລູກສອນໄຟທີ່ຍິງມາຈາກລະດັບສູງ ຫຼື THAAD ໃສ່ແຫລມເກົາຫຼີ ທີ່ໄດ້ມີຂຶ້ນ
ໃນເດືອນກໍລະກົດ ຫຼັງຈາກ ການທົດລອງຍິງລູກສອນໄຟ ຂອງພຽງຢາງ​ໃນປີກາຍນີ້.
ຈີນ ໄດ້ປະນາມການເຄື່ອນໄຫວດັ່ງກ່າວຊ້ຳແລ້ວ ຊ້ຳອີກ ໂດຍເນັ້ນຢ້ຳວ່າ ລະບົບ
ເຣດາ ຂອງ THAAD ນັ້ນ ຈະສາມາດ​ເບິ່ງເຂົ້າໄປໃນເຂດແດນຂອງຕົນ ແລະ
ສຳຫລວດກອງທັບຂອງຕົນ ແລະ ບັດນີ້ອຸປະກອນຕ່າງໆ ຂອງລະບົບສະກັດກັ້ນ
ລູກສອນໄຟ ໄດ້ຖືກຕິດຕັ້ງໄປແລ້ວ ປັກກິ່ງ ກໍໄດ້ກ່າວວ່າ ຈະມີແຜນການຕອບໂຕ້
ທາງດ້ານເສດຖະກິດຕໍ່ໂຊລ.

ວໍຊິງຕັນ ກຳລັງເພີ່​ມຄວາມ​ພະຍາຍາມທາງດ້ານການທູດ ເພື່ອສ້າງຄວາມເຂົ້າໃຈ
ກັບຈີນ ກ່ຽວກັບ ບັນຫາຂອງລະບົບ THAAD ແຕ່ທັງສອງຝ່າຍ ປາກົດວ່າ ຍັງ​ຕົກລົງ
ກັນາບໍ່​ໄດ້​ເທື່ອ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ

ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານ Wang Yi ໄດ້ກ່າວສະແດງຄວາມ
ບໍ່ພໍໃຈ ອີກເທື່ອນຶ່ງ ກ່ຽວກັບລະບົບ THAAD ໃນລະຫວ່າງການພົບປະກັນ ເມື່ອ
ທ້າຍສັບປະດາແລ້ວນີ້ ໃນນະຄອນຫຼວງປັກກິ່ງ ກັບລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານ Rex Tillerson ດັ່ງທີ່ໂຄສົກຂອງກະຊວງການຕ່າງປະເທດຂອງຈີນ
ໄດ້ກ່າວເມື່ອວັນພຸດວານນີ້. ສ່ວນ ທ່ານ Joseph Yun ຜູ້ຕາງໜ້າພິເສດ ຮັບຜິດຊອບ
ນະໂຍບາຍເກົາຫຼີເໜືອຂອງກະຊວງການຕ່າງປະເທດ ໄດ້ບອກຄູ່ຕຳແໜ່ງ ຝ່າຍເກົາຫຼີ
ໃຕ້ ທ່ານ Kim Hong-kyun ວ່າ ທ່ານ Tillerson ໄດ້ກ່າວ “ຢ່າງແຂງຂັນທີ່ສຸດ” ຕໍ່
ຝ່າຍຈີນ ເພື່ອເນັ້ນຢ້ຳວ່າ ລະບົບ THAAD ແມ່ນມາດຕະການປ້ອງກັນ ຕໍ່ການຍິງລູກ
ສອນໄຟ ຂອງເກົາຫຼີເໜືອ ທີ່ອາດເປັນໄປໄດ້ນັ້ນ.

ຊາຍຄົນນຶ່ງ ເບິ່ງ ລາຍງານຂ່າວ ຂອງໂທລະພາບ ທີ່ສະແດງໃຫ້ເຫັນ ພາບຕ່າງໆ ທີ່ໄດ້ຖືກເຜີຍແຜ່ ໃນໜັງສືພິມ Rodong Sinmun ຂອງເກົາຫຼີເໜືອ ກ່ຽວກັບການຍິງລູກສອນໄຟ Pukguksong-2 ແລະຜູ້ນຳຂອງເກົາຫຼີເໜືອ Kim Jong Un ຢືນເບິ່ງຢູ່ນັ້ນ ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 13 ກຸມພາ 2017.

ນັກການທູດສະຫະລັດ ທ່ານນີ້ ໄດ້ກ່າວໃນວັນພຸດວານນີ້ ວ່າ “ທ່ານລັດຖະມົນຕີ ໄດ້
ກ່າວໃນການພົບປະກັນເປັນສ່ວນຕົວ ວ່າ ການຕອບໂຕ້ຕໍ່ລະບົບປ້ອງກັນ ຊຶ່ງຝ່າຍ
ຈີນໄດ້ເຮັດໄປແລ້ວນັ້ນ ແມ່ນເປັນສິ່ງທີ່ບໍ່ຄວນເຮັດເລີຍ ແລະ ເປັນສິ່ງທີ່ເຮັດໃຫ້
ມີຄວາມກັງວົນເພີ່ມຂຶ້ນ ໃຫ້ແກ່ພວກເຮົາ.”

ໃນພາບນີ້ ທີ່ສະໜອງໂດຍ ກຳລັງສະຫະລັດ ປະຈຳການໃນເກົາຫຼີ, ສະແດງໃຫ້ເຫັນ ລົດບັນທຸກ ສິ້ນສ່ວນລະບົບການຍິງຂອງລູກສອນໄຟ ແລະ ອຸປະກອນອື່ນໆ ທີ່ຕ້ອງການເພື່ອຈະຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາຈາກລະດັບສູງ ຫຼື THAAD ທີ່ໄດ້ໄປຮອດ ຖານທັບ Osan ໃນເມືອງ Pyeongtaek, ຂອງເກົາຫຼີໃຕ້, ວັນທີ 6 ມີນາ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG