ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ເຈາະຈົງ​ຕໍາໜິ ​ເກົາຫລີ​ເໜືອ ອີຣ່ານ ​ແລະ​ເວ​ເນ​ຊູ​ເອລາ ຢູ່ໃນກອງປະຊຸມ ສປຊ


ທ່ານ​ດໍ​​ໂນ​ລ ທຣໍາ ປະ​ທາ​ນາ​ທິບໍດີ​ສະຫະລັດ ກ່າວຄໍາປາໄສ ໃນກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຄັ້ງທີ 72 ທີ່ສໍານັກງານໃຫຍ່ ຂອງສະຫະປະຊາຊາດ ໃນນະຄອນນີວຢອກໃນວັນທີ 19 ກັນ, 2017.
ທ່ານ​ດໍ​​ໂນ​ລ ທຣໍາ ປະ​ທາ​ນາ​ທິບໍດີ​ສະຫະລັດ ກ່າວຄໍາປາໄສ ໃນກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຄັ້ງທີ 72 ທີ່ສໍານັກງານໃຫຍ່ ຂອງສະຫະປະຊາຊາດ ໃນນະຄອນນີວຢອກໃນວັນທີ 19 ກັນ, 2017.

ຢູ່​ໃນຄໍາ​ປາ​ໄສ​ ທີ່ກອງ​ປະຊຸມສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຄັ້ງທໍາ​ອິດ​ຂອງ​ທ່ານ
​ນັ້ນ ທ່ານ​ດໍໂນ​ລ ທຣໍາ ປະ​ທາ​ນາ​ທິບໍດີ​ສະຫະລັດ ໄດ້ເຈາະຈົງ​ຕໍາໜິຕິຕຽນ​ເກົາຫລີ​
ເໜືອ, ອີຣ່ານ, ​ແລະ​ເວ​ເນ​ຊູ​ເອລາ ເປັນພິເສດ. Peter Heinlein ນັກຂ່າວວີໂອເອ
ປະຈໍາທໍານຽບຂາວລາຍງານວ່າ ມີການເວົ້າຈົ່ມພຶມພໍາກັນ ຢູ່ໃນຫ້ອງໂຖງຂອງສະມັດ
ຊາໃຫຽ່ ເວລາປະທານາທິບໍດີເຕືອນ ພຽງຢາງ ວ່າການກະທໍາຂອງພວກເຂົາໃນປັດຈຸບັນ ອາດພາໃຫ້ປະເທດຊາດຂອງພວກເຂົາໄປສູ່ການດັບສູນ. ບົວສະຫວັນ ມີລາຍລະ
ອຽດກ່ຽວກັບເລື່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຂະນະທີ່ທ່ານທຣໍາ ກ້າວຂຶ້ນໄປເທິງເວທີນັ້ນ ຈະເຫັນວ່າ ມີແຕ່ຜູ້ຄົນຢືນເທົ່ານັ້ນ ຢູ່ໃນຫ້ອງໂຖງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຍົກເວັ້ນແຕ່ບ່ອນນັ່ງເປົ່າ
ຫວ່າງຢູ່ແຖວໜ້າທີ່ຈັດໄວ້ໃຫ້ສະເພາະເອກອັກຄະລັດຖະທູດເກົາຫລີເໜືອນັ່ງ.

ທ່ານປະ​ທາ​ນາ​ທິບໍດີ ເວົ້າແບບບໍ່ຈົ່ງບໍ່ຢອມ ໂດຍເອີ້ນຜູ້ນໍາເກົາຫລີເໜືອແບບເຢາະ
ເຢີ້ຍວ່າ "ມະນຸດຈະຫລວດ." ທ່ານເວົ້າວ່າ:
"ສະຫະລັດມີທັງກຳລັງມະຫາສານ ແລະຄວາມອົດທົນ ແຕ່ວ່າ ຖ້າຫາກຖືກກົດດັນ
ໃຫ້ປ້ອງກັນຕົນເອງ ຫລືພັນທະມິດຂອງຕົນ ພວກເຮົາກໍບໍ່ມີທາງເລືອກ ນອກຈາກ
ການທໍາລາຍເກົາຫລີເໜືອໃຫ້ມຸ່ນທະລາຍ. ມະນຸດຈະຫລວດກໍາລັງຢູ່ໃນການ
ປະຕິບັດງານແບບຂ້າໂຕຕາຍ ແລະລ້າງຜານລະບອບຂອງຕົນເອງ."

ນອກຈາກນີ້ແລ້ວ ການນໍາພາຂອງອີ່ຣ່ານກໍໄດ້ຖືກຕໍາໜິຢ່າງໜັກເຊັ່ນກັນ ຊຶ່ງໃນຄໍາເວົ້າ
ຂອງທ່ານທຣໍານັ້ນ ທ່ານເວົ້າວ່າ ປະເທດດັ່ງກ່າວ “ໃຫ້ທຶນສະໜັບສະໜຸນພວກກໍ່ການ
ຮ້າຍ.” ທ່ານກ່າວດັ່ງນີ້:
“ລັດຖະບານອີຣ່ານເຊື່ອງບັງການຜະເດັດການອັນເໜົ່າເປື່ອຍຂອງຕົນໄວ້ຂ້າງຫລັງ
ປະຊາທິປະໄຕທີ່ຈອມປອມ ແລະຫລອກລວງ. ມັນໄດ້ຫັນປ່ຽນ ປະເທດທີ່ມີຄວາມ
ອຸດົມສົມບູນດ້ານປະຫວັດສາດ ແລະວັດທະນະທໍາ ໃຫ້ກາຍເປັນປະເທດທີ່ກໍ່ໃຫ້ເກີດ
ຄວາມບໍ່ສະຫງົບ, ເສດຖະກິດທີ່ຖືກທໍາລາຍ ໂດຍທີ່ເປັນປະເທດທີ່ມີສິນຄ້າສົ່ງອອກ
ຕົ້ນຕໍ ເປັນຄວາມຮຸນແຮງ, ການລັ່ງເລືອດ ແລະຄວາມອໍລະຫົນວຸ້ນວາຍ."

ສຳລັບເວ​ເນ​ຊູ​ເອລານັ້ນ ທ່ານທຣໍາໄດ້ຕໍານິນະໂຍບາຍ “ທີ່ສ້າງຄວາມຫາຍຍະນະ”
ຂອງປະ​ທາ​ນາ​ທິບໍດີ​ Nicolas Maduro ທີ່ໄດ້ນໍາເອົາປະເທດຊາດ ທີ່ຄັ້ງນຶ່ງເຄີຍ
ມີຄວາມຈະເລີນຮຸ່ງເຮືອງໃຫ້ຍັບເຂົ້າໄປໃກ້ການພັງທະລາຍຂອງເສດຖະກິດ. ທ່ານ
ທຣໍາໃຫ້ຄໍາເຫັນວ່າ:
"ທ່ານ Nicolas Maduro ທີ່ເປັນຜະເດັດການສັງຄົມນິຍົມ ໄດ້ເຮັດໃຫ້ປະຊາຊົນດີໆ
ຂອງປະເທດນັ້ນ ມີຄວາມເຈັບປວດ ແລະທຸກທໍລະມານຢ່າງສາຫັດ. ລະບອບເປື່ອຍ
ເຍື່ອຍອັນນີ້ ໄດ້ທໍາລາຍປະເທດທີ່ມີຄວາມອຸດົມຮັ່ງມີ ໂດຍການນໍາເອົາອຸດົມການທີ່
ບໍ່ຖືກຕ້ອງທີ່ພາໃຫ້ເກີດຄວາມທຸກຈົນ ແລະຄວາມທຸກທໍລະມານຢູ່ທຸກຫົນທຸກແຫ່ງທີ່
ມີການພະຍາຍາມນຳເອົາ ອຸດົມການອັນນີ້ມາໃ
ຊ້."

ຄະນະຜູ້ແທນເວ​ເນ​ຊູ​ເອລານັ່ງຟັງຢ່າງງຽບໆຢູ່ ຈົນກວ່າການກ່າວຄໍາປາໄສຂອງທ່ານ
ທຣໍາຈະຈົບລົງ. ຫລັງຈາກນັ້ນ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດດັ່ງ
ກ່າວກໍ ມີຄໍາຕອບອັນແສບໆ ຕໍ່ທ່ານທຣໍາ.

ທ່ານ Jorge Alberto Arreaza Montserrat ລັດຖະມົນຕີກະຊວງການຕ່າງປະເທດ ເວ​ເນ​ຊູ​ເອລາເວົ້າຕໍ່ທ່ານທຣໍາວ່າ:
"ເປັນປະທານາທິບໍດີ ທີ່ມາກ່າວຄໍາປາໄສເປັນຄັ້ງທໍາອິດ ກໍເວົ້າເຖິງສົງຄາມ, ເວົ້າເຖິງ
ການທໍາລາຍປະເທດອື່ນ, ເວົ້າເຖິງສິ່ງກີດກັນປະເທດອື່ນ ໂລດ. ແລະແນ່ນອນປະເທດ
ທີ່ລະເມີດສິດທິມະນຸດຢູ່ທົ່ວໂລກ ເບິ່ງຄືວ່າມີສິດອັນຊອບທໍາ ທີ່ມາແລະເວົ້າຕໍ່ປະເທດ
ອື່ນ ຄືກັນກັບວ່າ ປະເທດເຫລົ່ານັ້ນເປັນພະນັກງານຂອງຕົນເອງ."


ເຖິງແມ່ນວ່າ ຄໍາປາໄສຂອງທ່ານ ຈະເວົ້າແບບກົງໆ ແຕ່ຫົວຂໍ້ຢູ່ໃນຄໍາປາໄສຂອງທ່ານ
ທຣໍາໂດຍລວມແລ້ວ ກໍແມ່ນອັນດຽວກັນກັບຫົວຂໍ້ທີ່ຄະນະລັດຖະບານຂອງທ່ານໄດ້ເວົ້າ
ມາເປັນເວລາຫລາຍໆເດືອນແລ້ວ. ທ່ານ Zalmay Khalilzad ອະດີດນັກການທູດສະ
ຫະລັດ ຊຶ່ງເປັນອະດີດເອກອັກຄະລັດຖະທູດສະຫະລັດປະຈໍາສະຫະປະຊາຊາດເວົ້າວ່າ: "ໃນຂະນະທີ່ພວກເຂົາເຈົ້າເຫັນວ່າ ມີການປ່ຽນແປງຢ່າງຫລວງຫລາຍ ເຂົາເຈົ້າກໍເຫັນ
ວ່າມີການຕໍ່ເນື່ອງກັນມາເປັນຫລາຍທົດສະວັດ, ບໍ່ວ່າຈະເປັນປະທານາທິບໍດີທີ່ມາຈາກ
ພັກດີໂມແຄຣັດ ຫລືມາຈາກພັກຣີພັບບລິກກັນ ກໍລ້ວນແລ້ວແຕ່ມີການຕໍ່ເນື່ອງອັນນີ້ ມີ
ແຕ່ວ່າ ການເນັ້ນຢໍ້າໃສ່ບາງບັນຫາ ແມ່ນມີການປ່ຽນແປງ ໄປຕາມແຕ່ລະໄລຍະເວລາ."


ປະ​ທາ​ນາ​ທິບໍດີທຣໍາ ຈະໃຊ້ເວລາໃນວັນພຸດມື້ນີ້ ແລະພະຫັດມື້ອື່ນຢູ່ນະຄອນນີວຢອກ ເພື່ອທໍາການປະຊຸມສອງຝ່າຍກັບຜູ້ນໍາຫລາຍປະເທດ.

ເບິ່ງວີດີໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG