ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະອອກເດີນທາງ ໃນວັນອັງຄານມື້ນີ້
ໄປຍັງ Puerto Rico ເພື່ອກວດເບິ່ງຄວາມພະຍາຍາມໃນການຊ່ອຍກູ້ໄພບັນເທົາທຸກ
ໃນດິນແດນດັ່ງກ່າວຂອງສະຫະລັດ ຫຼັງຈາກໄດ້ປະສົບກັບເຮີຣິເຄນທີ່ຮ້າຍແຮງພັດ
ເຂົ້າຖະຫຼົ່ມ.
ໝາຍກຳໜົດການຂອງທ່ານທຣຳ ແມ່ນຮວມທັງ ພົບກັບຜູ້ປົກຄອງ Puerto Rico
ທ່ານ Ricardo Rossello ເຈົ້າໜ້າທີ່ທະຫານແລະພວກເຄາະຮ້າຍຈາກເຮີຣິເຄນນີ້.
ທ່ານຍັງມີໝາຍກຳໜົດ ທີ່ຈະໂອ້ລົມສົນທະນາ ກັບທ່ານ Kenneth Mapp ຜູ້ປົກຄອງ
ລັດ ເກາະ Virgin ຂອງສະຫະລັດ ບ່ອນທີ່ໄດ້ປະສົບກັບໄພຫາຍຍະນະຈາກ ເຮີຣິເຄນ
Maria ເຊັ່ນກັນ ໃນສັບປະດາແລ້ວນີ້.
ເຊີນຊົມ: ຊາວ Puerto Rico ທີ່ນະຄອນ New York ມີປະຕິກິລິຍາກັບເຣີຣິເຄນ
ທ່ານທຣຳ ໄດ້ປະເຊີນກັບການຕຳໜິຕິຕຽນ ໃນການຮັບມືກັບເຮີຣິເຄນຂອງລັດຖະບານ
ຊຶ່ງເຮີຣິເຄນດັ່ງກ່າວນີ້ ໄດ້ທຳລາຍໄຟຟ້າ ໃນຫຼາຍໆຂົງເຂດຂອງ Puerto Rico
ແລະພາໃຫ້ພວກຜູ້ຄົນບໍ່ມີນ້ຳດື່ມນ້ຳໃຊ້ທີ່ສະອາດ ນ້ຳມັນເຊື້ອໄຟທີ່ຈະນຳໄປໃຊ້ກັບ
ເຄື່ອງຈັກປັ່ນໄຟ ຫຼືແມ່ນແຕ່ໂທລະສັບມືຖື.
ປະມານ 2 ສັບປະດາ ຫຼັງຈາກເຮີຣິເຄນໄດ້ພັດຖະຫຼົ່ມຂົງເຂດ ຜູ້ປົກຄອງເຂດ
Rossello ໄດ້ກ່າວວ່າ ການໃຫ້ບໍລິການດ້ານນ້ຳດື່ມນ້ຳໃຊ້ ທີ່ສະອາດນັ້ນ ແມ່ນໄດ້
ຟື້ນຟູໃຫ້ບໍລິການແລ້ວ ປະມານເຄິ່ງນຶ່ງຂອງພວກລູກຄ້າ ແລະທ່ານຫວັງວ່າປະມານ
25 ເປີເຊັນຂອງພວກ ຜູ້ຄົນ ຈະມີໄຟຟ້າໃຊ້ພາຍໃນທ້າຍເດືອນຕຸລານີ້.
ທ່ານທຣຳ ໄດ້ກ່າວວ່າ “ມັນບໍ່ມີຜືນແຜ່ນດິນ ຕອນໃດທີ່ພວກເຮົາຮູ້ຈັກ ທີ່ໄດ້ປະສົບ
ກັບໄພຫາຍະນະຮ້າຍແຮງແບບນີ້” ແລະທ່ານຍັງໄດ້ກ່າວຕໍ່ໄປວ່າ “ຂົວແມ່ນໄດ້
ຫັກພັງລົງ. ການສື່ ສານຄົມມະນາຄົມ ແມ່ນບໍ່ມີເລີຍ ແລະມັນຢູ່ໃນສະພາບ
ທີ່ຂີ້ຮ້າຍຫຼາຍ. ລະບົບສາຍສົ່ງກະແສໄຟໄຟນັ້ນ ແມ່ນຖືກທຳລາຍໝົດ.”
ທ່ານທຣຳ ໄດ້ກ່າວປົກປ້ອງ ໃນຄວາມພະຍາຍາມຊ່ອຍກູ້ໄພບັນເທົາທຸກຂອງ
ລັດຖະບານກາງ ແລະໄດ້ກ່າວໃນວັນຈັນວານນີ້ວ່າ “ອາຫານການກິນ ເຄື່ອງຂອງ
ຕ່າງໆຈຳນວນຫຼວງຫຼາຍ ໄດ້ຖືກສົ່ງໄປ Puerto Rico ແລ້ວ.”
“ມັນເປັນທີ່ວິເສດແລ້ວ ໃນສິ່ງທີ່ໄດ້ກະທຳໄປກັບ Puerto Rico ໃນຊ່ວງໄຍະເວລາ
ພຽງສັ້ນໆເຊັ່ນນີ້,” ນັ້ນແມ່ນຄຳເວົ້າທີ່ທ່ານໄດ້ບອກກັບພວກນັກຂ່າວຢູ່ທຳນຽບຂາວ.
ທ່ານ Rossello ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ນະຄອນ San Juan ໃນວັນຈັນ
ວານນີ້ວ່າ ມີປ້ຳນຳມັນຫຼາຍກວ່າ 720 ແຫ່ງ ຈາກຈຳນວນທັງໝົດ 1 ພັນ 100 ແຫ່ງທີ່
Puerto Rico ແມ່ນໄດ້ເປີດໃຫ້ບໍລິການແລ້ວ ແລະທ່ານຄາດຫວັງ ຈະໄດ້ຮັບນ້ຳມັນຕື່ມ
ອີກ ໃນອີກສອງສາມມື້ຂ້າງໜ້ານີ້. Puerto Rico ແມ່ນການຕໍ່ການນຳເຂົ້າເຊື້ອໄຟຈາກ
ແຜ່ນດິນໃຫ່ຍສະຫະລັດ.
ທ່ານ Rossello ໄດ້ກ່າວວ່າ ມີ 47 ເປີເຊັນຂອງນ້ຳດື່ມນ້ຳໃຊ້ທີ່ສະອາດ ແລະລະບົບ
ລະບາຍນ້ຳເສຍ ແມ່ນ ໄດ້ໃຫ້ບໍລິການຄືນແລ້ວທີ່ດັ່ງກ່າວ ແລະທ່ານກ່າວຕື່ມວ່າ
ເຈົ້າໜ້າທີ່ທັງຂອງລັດຖະບານກາງແລະເຂດທ້ອງຖິ່ນແມ່ນເຮັດວຽກຮ່ວມກັນເພື່ອເຮັດ
ໃຫ້ໂຮງພະຍາບານ 50 ແຫ່ງ ປະຕິບັດງານ. ທ່ານຍັງໄດ້ກ່າວວ່າ ກຳປັ່ນໂຮງໝໍ Comfort ຂອງກອງທັບເຮືອຈະເດີນທາງໄປຮອດ ໃນວັນອັງຄານມື້ນີ້ ຫຼືບໍ່ ກໍວັນພຸດມື້ອື່ນ.