ປະທານາທິບໍດີ ດໍໂນລ ທຣໍາ ກ່າວໃນວັນຈັນວານນີ້ວ່າ ພວກກໍ່ການຮ້າຍ “ບໍ່ມີບ່ອນ
ຫລົບລີ້” ໃນຂະນະທີ່ທ່ານນຳພາປະເທດຊາດ ໄວ້ອາໄລຄົບຮອບ 16 ປີ ຂອງການກໍ່
ການຮ້າຍ ທີ່ຮ້າຍແຮງສຸດທີ່ບໍ່ເຄີຍມີມາກ່ອນ ໃນດິນແດນຂອງສະຫະລັດ.
ປະທານາທິບໍດີທຣໍາ ໄດ້ກ່າວຢູ່ການເຕົ້າໂຮມທີ່ທຳນຽບຫ້າແຈ ບ່ອນທີ່ເຮືອບິນໂດຍ
ສານລຳນຶ່ງ ຂອງຈຳນວນສີ່ລຳ ບິນຕຳໃນວັນທີ 11 ກັນຍາວ່າ “ພວກເຮົາກ່າວຢ່າງ
ເປີດໃຈ ຕໍ່ພວກຄາດຕະກອນປ່າເຖື່ອນເຫລົ່ານີ້ວ່າ ບໍ່ມີແຈໃດທີ່ມືດມົວໄປກວ່າ ການ
ເຂົ້າໄປເຖິງຂອງພວກເຮົາ ບໍ່ມີບ່ອນລີ້ຊ່ອນ ທີ່ໄກໄປກວ່າເອື້ອມມືພວກເຮົາ ແລະບໍ່ມີ
ບ່ອນທີ່ລີ້ຊ່ອນໃດ ຢູ່ແຫ່ງໃດແຫ່ງນຶ່ງຢູ່ໃນແຜ່ນດິນອັນກວ້າງໃຫຍ່.”
ປະທານາທິບໍດີີກ່າວວ່າ “ຄວາມໂຫດຮ້າຍ ແລະໂກດແຄ້ນຂອງວັນມືດມົວດັ່ງກ່າວໄດ້
ຝັງໄວ້ຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫລອດໄປ.”
ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis ໄດ້ແນະນຳ ປະທານາທິບໍດີທຣໍາ
ໂດຍໃຫ້ຂໍ້ສັງເກດວ່າ ການໂຈມຕີໃນວັນທີ 11 ເດືອນກັນຍາ ຫລື 9/11 ໄດ້ພຽງແຕ່
ເຮັດໃຫ້ອາເມຣິກາມີການຕັດສິນໃຈທີ່ແຂງແຮງ.
“ພວກຄົນບ້າທີ່ປອມແປງນັບຖືສາສະໜາທີ່ຜິດພາດ ໄດ້ກຳເອົາຄວາມຄິດໂດຍທໍາ
ຮ້າຍພວກເຮົາ ທີ່ເຂົາເຈົ້າເຮັດໃຫ້ພວກເຮົາຢ້ານກົວໃນວັນນັ້ນ. ແຕ່ວ່າ ພວກເຮົາຊາວ
ອາເມຣິກັນ ບໍ່ໄດ້ເຮັດດ້ວຍຂະໜົມຍອງຝ້າຍ ພວກເຮົາບໍ່ແມ່ນພືດທະເລທີ່ໄຫລໄປກັບ
ນໍ້າ. ພວກເຮົາບໍ່ໄດ້ຖືກຂູ່ເຂັນໂດຍພວກສັດຕູຂອງພວກເຮົາ ແລະທ່ານປະທານາທິບໍດີ
ກອງທັບຂອງທ່ານບໍ່ມີຄວາມຢ້ານກົວ.”
ພິທີໄວ້ອາໄລແກ່ບັນດາຜູ້ເຄາະຮ້າຍ 2,977 ຄົນ ໃນການໂຈມຕີ ເມື່ອວັນທີ 9 ກັນຍາ ໄດ້
ຈັດຂຶ້ນຢູ່ຫລາຍແຫ່ງ ຮວມທັງສູນກາງການຄ້າໂລກ ໃນນະຄອນນິວຢອກ ບ່ອນທີ່ລະຄັງ
ດັງຂຶ້ນ ແລະອ່ານຊື່ບັນດາຜູ້ເຄາະຮ້າຍ ທີ່ໄດ້ສະແດງຄືນອອກມາ.
ຮອງປະທານາທິບໍດີ ທ່ານ Mike Pence ໄດ້ເດີນທາງໄປເມືອງ Shanksville ລັດ Pensylvania ບ່ອນເຮືອບິນລຳທີສີ່ ທີ່ມຸ້ງໜ້າສູ່ນະຄອນຫລວງວໍຊິງຕັນ ໄດ້ຕົກລົງສູ່
ທົ່ງນາ ຫຼັງຈາກພວກຜູ້ໂດຍສານໄດ້ພາກັນຫຸ້ມຈັບພວກຈີ້ເຮືອບິນ. ທ່ານ Pence ໄດ້
ກ່າວຄືນວ່າ ທ່ານໄດ້ເບິ່ງເຫດການ ທີ່ເກີດຂຶ້ນຈາກບ່ອນຫ້ອງການຫົວໜ້າຕຳຫລວດລັດຖະສະພາ.
ທ່ານ Pence ກ່າວວ່າ “ຫົວໜ້າຕຳຫລວດໄດ້ວາງໂທລະສັບລົງຄືນ ແລະໄດ້ເຕືອນ
ບັນດາຜູ້ນຳທີ່ໄດ້ພາກັນເຕົ້າໂຮມກັນຢູ່ທີ່ນັ້ນວ່າ ມີເຮືອບິນລຳນຶ່ງກຳລັງບິນກັບມາຫາ ລັດຖະສະພາ ແລະທ່ານກ່າວວ່າ ມີ 12 ນາທີ ໜີອອກໄປ.”
“ພວກເຮົາໄດ້ລໍຖ້າ. ມັນເປັນ 12 ນາທີ ທີ່ຍາວທີ່ສຸດໃນຊີວິດຂອງຂ້າພະເຈົ້າ. ແຕ່ໄດ້
ຫັນປ່ຽນເປັນ 13 ນາທີ ແລະ 14 ນາທີ ແລະພວກເຮົາໄດ້ຖືກເຕືອນວ່າ ເຮືອບິນໄດ້ຕົກ
ລົງທົງນາຢູ່ໃນລັດ Pensylvania.”