ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເດີນທາງໄປເຖິງ ນະຄອນຣິຢາດ ເມືອງ
ຫຼວງຂອງຊາອຸດີ ອາຣາເບຍ ເພື່ອເລີ້ມການຢ້ຽມຢາມຕ່າງປະເທດ ໃນນາມປະທານາ
ທິບໍດີ ເປັນເທື່ອທຳອິດຂອງທ່ານ.
ປະທານາທິບໍດີແລະພັນລະຍາ ທ່ານນາງ Melania ໄດ້ຖືກຕ້ອນຮັບຢູ່ທີ່ສະໜາມບິນ
ໂດຍກະສັດ Salman Bin Abdulaziz ແຫ່ງຊາອຸດີ ອາຣາເບຍ. ກະສັດຊາອຸດີແລະ
ທ່ານທຣຳ ໄດ້ຍ່າງຢູ່ເທິງຜ້າພົມສີແດງເຂົ້າສູ່ຫ້ອງຮັບແຂກ ຂອງສະໜາມບິນ ບ່ອນທີ່
ພວກທ່ານໄດ້ໂອ້ລົມກັນ ເປັນເວລາສັ້ນໆ. ບໍ່ເທົ່າໃດນາທີຕໍ່ມາ ທ່ານທຣຳ ພ້ອມດ້ວຍ
ກະສັດຊາອຸດີກໍໄດ້ອອກຈາກສະໜາມບິນໄປໃນຂະບວນລົດທີ່ມຸ່ງໜ້າເຂົ້າສູ່ນະຄອນ
ຫຼວງ ຕາມເສັ້ນທາງທະເລຊາຍ.
ທີ່ສະໜາມບິນ ແມ່ນໄດ້ມີການຮັກສາຄວາມປອດໄພ ຢ່າງເຂັ້ມງວດ ຮວມທັງມີລົດ
ທະຫານ ພ້ອມດ້ວຍອາວຸດເຕັມອັດຕາ.
ຊາອຸດີ ອາຣາເບຍ ແມ່ນເປົ້າໝາຍໃນການເດີນທາງໄປຢ້ຽມຢາມຕ່າງປະເທດເປັນ
ເທື່ອທຳອິດ ແບບບໍ່ເຄີຍມີມາກ່ອນ ຂອງປະທານາທິບໍດີ ສະຫະລັດ. ແຕ່ທ່ານທຣຳ
ໄດ້ຈັດໃຫ້ເປັນບ່ອນຢຸດແວ່ແຫ່ງທຳອິດໃນການເດີນທາງໄປຢ້ຽມຢາມຕ່າງປະເທດ
ໃນນາມປະທານາທິບໍດີຂອງທ່ານ.
ນອກນັ້ນ ມັນຍັງເປັນການສ້າງຄວາມແປກໃຈຕື່ມອີກ ຫຼັງຈາກທ່ານໄດ້ໃຊ້ສຳນວນ
ໂວຫານທີ່ວ່າ “ອາເມຣິກາມາກ່ອນອື່ນໝົດ” ແລະຄຳເວົ້າ ໃນລະຫວ່າງການໂຄສະ
ນາຫາສຽງທີ່ຮຽກຮ້ອງໃຫ້ “ຫ້າມຊາວມຸສລິມ” ໂດຍການອອກດຳລັດໃນເວລາຕໍ່ມາ
ທີ່ພະຍາຍາມຈຳກັດການເດີນທາງ ເຂົ້າມາໃນສະຫະລັດ ຈາກ 6 ປະເທດທີ່ປະຊາ
ຊົນສ່ວນໃຫຍ່ເປັນມຸສລິມນັ້ນ.
ຊາອຸດີ ອາຣາເບຍ ຊຶ່ງມີຄວາມສຳພັນອັນເລິກເຊິ່ງ ມາເປັນເວລາດົນນານທາງດ້ານ
ພະລັງງານ ແລະດ້ານປ້ອງກັນປະເທດ ກັບສະຫະລັດ ບໍ່ໄດ້ມີຊື່ຢູ່ໃນບັນຊີຫ້າມເດີນ
ທາງ.
ໃນລະຫວ່າງ ການຢ້ຽມຢາມ ເປັນເວລາ 2 ວັນທີ່ຊາອຸດີ ອາຣາເບຍນັ້ນ ກໍມີກຳນົດທີ່
ຈະເປີດເຜີຍຂໍ້ຕົກລົງ ການຊື້ຂາຍອາວຸດ ໃນມູນຄ່າຫຼາຍ ກວ່າ 100 ພັນລ້ານໂດລາ
ແລະເຊື້ອພະວົງຊາອຸດີໄດ້ເຊື້ອເຊີນພວກຜູ້ນຳຈາກໂລກມຸສລິມຫຼາຍສິບປະເທດໃຫ້
ໄປພົບປະກັບທ່ານທຣຳຢູ່ທີ່ນັ້ນ.
ທ່ານທຣຳ ຈະໃຊ້ເວລາສ່ວນໃຫຍ່ ໃນມື້ທຳອິດຂອງການຢ້ຽມຢາມ ພົບປະກັບກະສັດ
Salman ແລະສະມາຊິກອື່ນໆຂອງເຊື້ອພະວົງ ກ່ອນງານລ້ຽງອາຫານຄ່ຳ. ໃນວັນອາ
ທິດ ທ່ານຈະພົບປະກັບພວກຜູ້ນຳອາຣັບ ແລະມຸສລິມຈາກຫຼາຍສິບປະເທດ ໃນກອງ
ປະຊຸມສຸດຍອດພູມີພາກ ທີ່ຈະເພັ່ງເລັງໃສ່ການປາບປາມພວກຫົວຮຸນແຮງຈັດ.
ປະທານາທິບໍດີອິນໂດເນເຊຍ ທ່ານ Joko Widodo ກໍໄດ້ໃຫ້ການຢືນຢັນ ໃນວັນສຸກ
ວານນີ້ວ່າ ທ່ານຈະໄປຮ່ວມການພົບປະດັ່ງກ່າວ.