ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ການສະໜັບສະໜຸນ ຕໍ່ມາດຕະການ
ທີ່ຈະຕັດຈຳນວນຄົນເຂົ້າເມືອງທີ່ມີຄວາມສາມາດຕ່ຳ ທີ່ອະນຸຍາດໃຫ້ເຂົ້າມາໃນສະຫະ
ລັດລົງຢ່າງຫຼວງຫຼາຍ ແລະນຳສະເໜີ ລະບົບໃຫ້ຄະແນນ ກ່ຽວກັບຄວາມສາມາດຂອງ
ພວກຄົນເຂົ້າເມືອງ.
ອັນທີ່ເອີ້ນວ່າ ຮ່າງກົດໝາຍປະຕິຮູບຄົນເຂົ້າເມືອງຂອງອາເມຣິກັນເພື່ອການເສດຖະກິດ
ທີ່ເຂັ້ມແຂງ ທີ່ເອີ້ນຫຍໍ້ວ່າ RAISE ນັ້ນ ແມ່ນຈະຈຳກັດຈຳນວນຂອງພວກຖື “ບັດຂຽວ”
ທີ່ໄດ້ຮັບໃບອະນຸຍາດໃຫ້ອາໄສຢູ່ຢ່າງຖາວອນໄດ້ນັ້ນ ເຫຼືອປະມານ 5 ແສນຄົນ ຕໍ່ປີ.
ຈຳນວນໃນປັດຈຸບັນນີ້ແມ່ນ 1 ລ້ານຄົນ.
ນອກນັ້ນ ຍັງຈະມີການນຳໃຊ້ລະບົບໃຫ້ຄະແນນ ທີ່ຈະພິຈາລະນາເບິ່ງຄວາມສາມາດ
ຂອງຜູ້ສະມັກ ໃນສາມາດປາກເວົ້າພາສາອັງກິດ ແລະທຳມາຫາກິນ ເວລາເຂົ້າເຈົ້າຍື່ນ
ຄຳຮ້ອງຂໍບັດຂຽວ.
ເຊີນຊົມ: ປ. ສະຫະລັດ ທ່ານດໍໂນລ ທຣຳ ໃຫ້ການສະໜັບສະໜຸນ ຕໍ່ມາດຕະການ
ຈຳກັດຈຳນວນຂອງພວກຖື “ບັດຂຽວ”
ພ້ອມກັບຜູ້ນຳສະເໜີຮ່າງກົດກົດໝາຍນີ້ ສະມາຊິກສະພາສູງ Tom Cotton ທີ່ສັງກັດ
ພັກ Republican ຈາກລັດ Arkanas ແລະສະມາຊິກສະພາສູງ David Perdue
ຈາກລັດ Georgia ຢືນຢູ່ຄຽງຂ້າງທ່ານ, ທ່ານທຣຳ ໄດ້ກ່າວຊົມເຊີຍມາດຕະການນີ້
ວ່າ ເປັນອີກບາດກ້າວນຶ່ງ ໃນການປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານໄດ້ໃຫ້ໄວ້
ໃນລະຫວ່າງການໂຄສະນາຫາສຽງ ທີ່ຊາວອາເມຣິກັນ ຕ້ອງມາກ່ອນ. ທ່ານເອີ້ນມາດ
ຕະການດັ່ງກ່າວນີ້ວ່າ“ມັນເປັນການປະຕິຮູບ ທີ່ສຳຄັນສຸດ ຕໍ່ລະບົບຄົນເຂົ້າເມືອງ
ຂອງພວກເຮົາ ໃນຮອບເຄິ່ງສັດຕະວັດ.”
“ໃນຖານະເປັນຜູ້ສະມັກລົງແຂ່ງຂັນ ຂ້າພະເຈົ້າໄດ້ໂຄສະນາຫາສຽງ ທີ່ສະເໜີ
ໃຫ້ມີການສ້າງຕັ້ງລະບົບຄົນເຂົ້າເມືອງທີ່ໃຫ້ຄະແນນກ່ຽວກັບຄວາມສາມາດ ທີ່ປົກ
ປ້ອງພວກຄົນງານອາເມຣິກັນ ແລະພວກທີ່ເສຍພາສີ ແລະນັ້ນກໍຄືສາເຫດທີ່ພວກ
ເຮົາມານີ້ໃນມື້ນີ້” ນັ້ນຄືຄຳເວົ້າທີ່ທ່ານທຣຳ ໄດ້ກ່າວໄວ້.
ເຊີນຊົມ: ທ່ານດໍໂນລ ທຣຳ ກ່າວເຖິງກົດໝາຍຄົນເຂົ້າເມືອງອັນໃໝ່ ຂອງສະຫະລັດ
“ຮ່າງກົດໝາຍນີ້ ບໍ່ພຽງແຕ່ຈະຟື້ນຟູຄວາມໄດ້ປຽບໃນການແຂ່ງຂັນຂອງພວກເຮົາ
ໃນສັດຕະວັດທີ 21, ແຕ່ຍັງຈະຟື້ນຟູຄວາມໄວ້ເນື້ອເຊື່ອໃຈອັນສັກສິດ ລະຫວ່າງ
ອາເມຣິກາແລະປະຊາຊົນຂອງຕົນ. ພ້ອມນີ້ ຮ່າງກົດໝາຍດັ່ງກ່າວ ຍັງຈະສະແດງ
ໃຫ້ເຫັນຊຶ່ງຄວາມເມດຕາຂອງພວກເຮົາ ຕໍ່ບັນດາຄອບຄົວຂອງຊາວອາເມຣິກັນ
ທີ່ພວມດີ້ນຮົນຕໍ່ສູ້ ທີ່ສົມຄວນທີ່ຈະມີລະບົບຄົນເຂົ້າເມືອງທີ່ຫຼິງເຫັນຄວາມຈຳເປັນ
ຂອງພວກເຂົາເຈົ້າແລະອາເມຣິກາ ຕ້ອງມາກ່ອນ” ນັ້ນຄືຄຳເວົ້າຂອງປະທານາ
ທິບໍດີທຣຳ.
ທ່ານ Cotton ແລະທ່ານ Perdue ໂຕ້ແຍ້ງວ່າ “ການເຂົ້າມາຂອງພວກຄົນເຂົ້າ
ເມືອງທີ່ມີຄວາມສາມາດຕ່ຳ ຢ່າງຫຼວງຫຼາຍ ໃນຊົ່ວຄົນນັ້ນ ແມ່ນສາເຫດສຳຄັນທີ່
ພາໃຫ້ເກີດຄວາມກົດດັນກ່ຽວກັບຄ່າຈ້າງທີ່ຕ່ຳລົງຕໍ່ພວກຄົນງານຊາວອາເມຣິກັນ.”
ທ່ານ Perdue ກ່າວວ່າ “ລະບົບໃນປັດຈຸບັນນີ້ ໃຊ້ການບໍ່ໄດ້,” ແລະທ່ານກ່າວຕໍ່
ໄປວ່າ“ພວກເຮົາຈຳເປັນທີ່ຈະເອົາບາດກ້າວໃໝ່ ພວກເຮົາຈຳເປັນຕ້ອງໄດ້ປັບປຸງ
ແກ້ໄຂລະບົບຄົນເຂົ້າເມືອງທີ່ວ່ານີ້.” ທ່ານຍັງໃຫ້ຂໍ້ສັງເກດວ່າ ຮ່າງກົດໝາຍນີ້
ແມ່ນອີງ ຕາມກົດໝາຍຕ່າງໆ ທີ່ໃຊ້ໄດ້ຜົນດີຢູ່ໃນປະເທດອື່ນໆ ທີ່ມີພວກຄົນເຂົ້າ
ເມືອງເປັນຈຳນວນຫຼວງຫຼາຍ.