ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣຳ ບອກຊາວອາເມຣິກັນວ່າ ໃຫ້ເອົາໂທດນຳ ຜູ້ພິພາສາ ທີ່ໂຈະ ດຳລັດຫ້າມເດີນທາງ

ພວກປະທ້ວງເຕົ້າໂຮມກັນ ຢູ່ນອກລັດຖະສະພາ ຫຼື Capitol Hill, ວັນທີ 4 ກຸມພາ 2017, ເພື່ອປະທ້ວງ ອັນທີ່ພວກເຂົາເຈົ້າ ເຫັນວ່າ ເປັນການຫ້າມຊາວມຸສລິມ ທີ່ເຂົ້າມາໃນສະຫະລັດ. ເຈົ້າໜ້າທີ່ຕຳຫຼວດ ປະຈຳລັດຖະສະພາ ຈຳນວນນຶ່ງ ຢືນພ້ອມ ຈະປະຕິບັດໜ້າທີ່. (A. Azhar/VOA)

ປະທານາທິບໍດີ ດໍໂນລ ທຣຳ ບອກຊາວອາເມຣິກັນວ່າ ຖ້າ “ບາງສິ່ງບາງຢ່າງເກີດຂຶ້ນ”
ໃຫ້ເອົາໂທດຜູ້ພິພາກສາ ຜູ້ທີ່ໄດ້ຢຸດຢັ້ງ ການຫ້າມພວກຄົນເຂົ້າເມືອງ ທີ່ມາຈາກ ເຈັດ
ປະເທດທີ່ຜູ້ຄົນສ່ວນໃຫຍ່ເປັນມຸສລິມນັ້ນ.

ການຂຽນລົງທາງ Twitter ທີ່ເປັນສັນຍາລັກ ຂອງທ່ານ ອັນນຶ່ງ ໃນວັນອາທິດວານນີ້
ທ່ານປະທານາທິບໍດີ ກ່າວວ່າ ທ່ານ “ບໍ່ເຊື່ອເລີຍວ່າ ຜູ້ພິພາກສາຄົນນຶ່ງ ຈະນຳເອົາ
ປະເທດຂອງພວກເຮົາ ໃຫ້ໄປຕົກຢູ່ໃນອັນຕະລາຍ.”

ເມື່ອທ້າຍສັບປະດາຜ່ານມາ ຜູ້ພິພາກສາ ສານປະຈຳເມືອງ ຂອງລັດວໍຊິງຕັນ ທ່ານ
James Robart ໄດ້ໂຈະ ເປັນການຊົ່ວຄາວ ດຳລັດຝ່າຍບໍລິຫານ ຂອງປະທານາ
ທິບໍດີ ທີ່ໃຫ້ຍຸຕິການເດີນທາງເຂົ້າມາໃນສະຫະລັດ ໂດຍ ພວກອົບພະຍົບ ແລະ
ພວກຄົນອື່ນໆ ທີ່ມາຈາກເຈັດປະເທດ ທີ່ສ່ວນໃຫຍ່ນັບຖືສາສະໜາອິສລາມ ເຊັ່ນ:
ອີຣ່ານ ອີຣັກ ລີເບຍ ໂຊມາເລຍ ຊູດານ ຊີເຣຍ ແລະ ເຢເມັນ. ຕໍ່ຈາກນັ້ນ ເມື່ອວັນ
ອາທິດວານນີ້ ສານອຸທອນ ສະຫະລັດ ເຂດທີ 9 ໃນນະຄອນ San Francisco ໄດ້
ປະຕິເສດ ຄຳຮ້ອງຂໍໃຫ້ສານຄືນສະພາບ ການຫ້າມເດີນທາງ ຂອງຄະນະລັດຖະບານ
ທ່ານທຣຳ.

ຕຳຫຼວດຢືນຢູ່ໃກ້ຄຽງ ພວກປະທ້ວງ ຜູ້ທີ່ສະໜັບສະໜູນ ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຫ້າມການເຂົ້າມາໃນສະຫະລັດ ໂດຍພວກຄົນທີ່ເດີນທາງມາຈາກ ເຈັດປະເທດທີ່ສ່ວນໃຫຍ່ ເປັນຊາວມູສລິມ ຢູ່ທີ່ສະໜາມບິນສາກົນ ນະຄອນ Los Angele, ວັນທີ 4 ກຸມພາ 2017.

ໃນຂໍ້ຄວາມທີ່ຂຽນລົງ Twitter ເມື່ອວັນອາທິດວານນີ້ ທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້
ສັ່ງການໃຫ້ ກະຊວງຮັກສາຄວາມປອດໄພພາຍໃນ ກວດກາພວກຄົນ ທີ່ເຂົ້າມາໃນ
ສະຫະລັດ “ຢ່າງຖີ່ຖ້ວນ” ໂດຍກ່າວຕື່ມວ່າ ສານຕ່າງໆ ໄດ້ເຮັດໃຫ້ວຽກງານ “ຫຍຸ້ງ
ຍາກຫຼາຍ.”
ທ່ານຍັງໄດ້ ໄຈ້ແຍກ ຜູ້ພິພາກສາ ທ່ານ Robart ອອກມາພຽງຄົນດຽວ ອີກເທື່ອນຶ່ງ ໂດຍກ່າວວ່າ “ຜູ້ພິພາກສານີ້ ເປີດປະເທດຂອງພວກເຮົາ ໃຫ້ແກ່
ພວກທີ່ອາດເປັນໄປໄດ້ສູງວ່າ ເປັນພວກກໍ່ການຮ້າຍ ແລະ ພວກຄົນອື່ນໆ ທີ່ບໍ່ຄຳ
ນຶງເຖິງຜົນປະໂຫຍດທີ່ດີທີ່ສຸດສຳລັບພວກເຮົາ. ພວກຄົນບໍ່ດີກຳລັງດີອົກດີໃຈ!”

ສານອຸທອນ ໄດ້ໃຫ້ ບັນດາເຈົ້າໜ້າທີ່ລັດຖະບານກາງ ແລະ ລັດຕ່າງໆ ຮອດວັນຈັນມື້ນີ້
ເພື່ອຍື່ນເອກະສານໂຕ້ແຍ້ງຕື່ມອີກ ກ່ຽວກັບວ່າການຫ້າມດັ່ງກ່າວ ຄວນຖືກປະກາດວ່າ
ບໍ່ຖືກຕ້ອງຕາມລັດຖະທຳມະນູນ ຫຼື ຄວນໄດ້ຮັບການຄືນສະພາບ ຫຼືບໍ່.

ລັດ ວໍຊິງຕັນ ແລະ ລັດ ມີນິສໂຊຕ້າ ທຳໜ້າທີ່ຂອງພວກເຂົາເຈົ້າແລ້ວ ໃນຕອນເຊົ້າ
ວັນຈັນມື້ນີ້ ໂດຍການຍື່ນຄຳຖະແຫລງຫຍໍ້ ຕໍ່ສານອຸທອນ ທີ່ກ່າວວ່າ ການຫ້າມເດີນ
ທາງ ນັ້ນ ແມ່ນບໍ່ຖືກຕ້ອງຕາມລັດຖະທຳມະນູນ ແລະ ທຳລາຍພວກພົນລະເມືອງ
ທຸລະກິດ ແລະ ມະຫາວິທະຍາໄລ ທັງຫຼາຍ. ບັນດານັກວິເຄາະດ້ານກົດໝາຍ ກ່າວ
ວ່າ ຄະດີນີ້ ເປັນໄປໄດ້ສູງວ່າ ຈະຂຶ້ນຮອດສານສູງສຸດ.

More Legal Action Expected on Trump Travel Order
please wait

No media source currently available

0:00 0:02:24 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG