ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໜັບສະໜູນ ປ. ທຣໍາ ຄວນໃສ່ໜ້າກາກ ຢູ່ບ່ອນໂຮມຊຸມນຸມ


ຜູ້ສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ ຄົນນຶ່ງ ໃສ່ໜ້າກາກ ໃນຂະນະທີ່ເຂົ້າຮ່ວມ ການໂຮມຊຸມນຸມ ໃຫ້ຍົກເລີກການຫ້າມ ການຈຳກັດໄວຣັສໂຄໂຣນາ ທີລັດຟລໍຣິດາ ວັນທີ 10 ພຶດສະພາ 2020.
ຜູ້ສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ ຄົນນຶ່ງ ໃສ່ໜ້າກາກ ໃນຂະນະທີ່ເຂົ້າຮ່ວມ ການໂຮມຊຸມນຸມ ໃຫ້ຍົກເລີກການຫ້າມ ການຈຳກັດໄວຣັສໂຄໂຣນາ ທີລັດຟລໍຣິດາ ວັນທີ 10 ພຶດສະພາ 2020.

ຫຼາຍພັນຄົນຄາດວ່າຈະເຂົ້າຮ່ວມການໂຮມຊຸມນຸມທາງການເມືອງໃນວັນເສົາຈະ ມານີ້
ຂອງປະທານາທິບໍດີດໍໂນລ ທຣໍາ ຢູ່ລັດໂອກລາໂຮມາ “ຊຶ່ງບາງທີ” ຄວນຈະໃສ່ໜ້າກາກ
ເພື່ອຊ່ວຍປ້ອງກັນ ການແຜ່ລະບາດຂອງໄວຣັສໂຄໂຣນາ ອີງຕາມຄຳເວົ້າ ຂອງທີ່ປຶກສາ
ທາງດ້ານເສດຖະກິດ ທ່ານແລຣີ ຄູດໂລ ທີ່ກ່າວໃນ ວັນອາທິດວານນີ້.

ການໂຄສະນາຫາສຽງຂອງທ່່ານທຣໍາ ເຖິງຢ່າງໃດກໍດີ ບໍ່ໄດ້ກ່າວວ່າ ຕົນມີແຜນ ທີ່ຈະ
ບັງຄັບໃຊ້ລະບຽບຂອງສູນກາງປ້ອງກັນແລະຄວບຄຸມພະຍາດສະຫະລັດທີ່ ຮຽກຮ້ອງ
ໃຫ້ໃສ່ໜ້າກາກຄຸມໜ້າ ຢູ່ໃນການໂຮມຊຸມນຸມຂະໜາດໃຫຍ່ຂອງທ່ານ ທຣໍາ ຢູ່ເມືອງ
ທູລຊາ. ອາດມີຫຼາຍເຖິງ 19,000 ຄົນເຂົ້າຮ່ວມການໂຮມຊຸມນຸມ ທີ່ສູນກາງ BOK
ໃນການໂຄສະນາຫາສຽງຂະໜາດໃຫຍ່ ຂອງປະທານາທິບໍດີ ເທື່ອທຳອິດໃນຮອບ
ສາມເດືອນ.

ທ່ານຄູດໂລ ກ່າວຕໍ່ໂທລະພາບ CNN ວ່າ ໃນຂະນະທີ່ຄົນງານສະຫະລັດ ກັບຄືນໄປ
ເຮັດວຽກ ຫຼັງຈາກຖືກປົດອອກຈາກງານ ເພາະການແຜ່ລະບາດຂອງໄວ ຣັສໂຄໂຣນາ
ເຂົາເຈົ້າຄວນຈະຮັກສາໄລຍະຢູ່ຫ່າງກັນຊຶ່ງຮຽກຮ້ອງໃຫ້ຄົນຢູ່ຫ່າງ ກັນສອງແມັດ
ແລະໃສ່ໜ້າກາກ.

ເມື່ອຖືກຖາມວ່າຂໍ້ສະເໜີຂອງໃຫ້ພວກຄົນງານໃສ່ໜ້າກາກ ຄວນນໍາໃຊ້ຫລືບໍ່ສຳລັບ
ພວກທີ່ເຂົ້າຮ່ວມໂຮມຊຸມນຸມ ທ່ານຄູດໂລຕອບວ່າ “ດີ ໂອເຄ ບາງທີ ອາດຈະເຮັດ
ແບບນັ້ນ.”

ເມື່ອມີການຖາມວ່າ ການໂຮມຊຸມນຸມສາມາດຈັດໃຫ້ເປັນທີ່ປອດໄພໄດ້ຢ່າງໃດ ນຶ່ງ
ໃນຈຳນວນຜູ້ສະໜັບສະໜູນທີ່ໃຫຍ່ສຸດ ທີ່ສັງກັດພັກຣີພັບບລິກກັນ ໃນລັດ ໂອກລາໂຮມາ ສະມາຊິກສະພາສູງ ທ່ານເຈມສ໌ ແລງຝອຣດ໌ ກ່າວຕໍ່ລາຍການ ໂທລະພາບ
ABC “This Week” ວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ເຂົາເຈົ້າຈະຮັບມື ຢ່າງໃດ.” ແຕ່ ທ່ານ
ກ່າວວ່າ ທ່ານມີແຜນຈະໄປຮ່ວມ.

ປະທານາທິບໍດີທຣໍາ ໄດ້ປະຕິເສດຊໍ້າແລ້ວຊໍ້າອີກ ຕໍ່ການສະເໜີ ໃຫ້ທ່ານໃສ່ໜ້າ
ກາກຢູ່ໃນທີ່ສາທາລະນະເພື່ອເປັນໂຕຢ່າງໃນການປ້ອງກັນການແຜ່ລະບາດຂອງ
ໄວຣັສໂຄໂຣນາ ທີ່ໄດ້ຕິດແປດກວ່າ 2 ລ້ານຄົນ ແລະເຮັດໃຫ້ມີຜູ້ເສຍຊີວິດແລ້ວ
ຫຼາຍກວ່າ 115,000 ຄົນ ຢູ່ໃນສະຫະລັດ ຊຶ່ງໂຕເລກທັງສອງນີ້ ສູງ ກວ່າປະເທດ
ໃດໆຢູ່ໃນໂລກ.

ເມື່ອຖືກຖາມກ່ຽວກັບການໃສ່ໜ້າກາກ ປະທານາທິບໍດີທຣໍາ ໃນຈຸດນຶ່ງກ່າວວ່າ
“ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະບໍ່ໃສ່ມັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG