ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ປະກາດວ່າ ສົນທິສັນຍາ ຂອງອົງການເນໂຕ ຍັງບໍ່ທັນ ຖືກລົບລ້າງເທື່ອ


ປ. ສະຫະລັດ ທ່ານ Donald Trump ຈັບມືກັບເລຂາທິ ການ ໃຫຽ່ ຂອງອົງການ NATO ທ່ານ Jens Stoltenberg ໃນກອງປະຊຸມຖະແຫຼງຂ່າວໃນຫ້ອງ East Room ໃນທຳນຽບຂາວ, 12 ເມສາ, 2017.
ປ. ສະຫະລັດ ທ່ານ Donald Trump ຈັບມືກັບເລຂາທິ ການ ໃຫຽ່ ຂອງອົງການ NATO ທ່ານ Jens Stoltenberg ໃນກອງປະຊຸມຖະແຫຼງຂ່າວໃນຫ້ອງ East Room ໃນທຳນຽບຂາວ, 12 ເມສາ, 2017.

ປະທານາທິບໍດີສະຫະລັດ ທ່ານ Donald Trump ໄດ້ປະກາດ ໃນວັນພຸດວານນີ້ວ່າ ອົງການສົນທິສັນຍາ Atlantic ເໜືອ ນັ້ນ “ຍັງບໍ່ຖືກລົບລ້າງເທື່ອ,” 3 ເດືອນ ຫຼັງຈາກ
ທີ່ ທ່ານໄດ້ກ່າວວ່າ ພາຄີນີ້ ບໍ່ມີປະໂຫຍດຫຍັງ ເພາະວ່າມັນບໍ່ໄດ້ປ້ອງກັນ ຈາກການ
ໂຈມຕີຂອງກຸ່ມກໍ່ການຮ້າຍເລີຍ.

ທ່ານ Trump ໄດ້ກ່າວໃນກອງປະຊຸມຮ່ວມກັບຜູ້ບັນຊາການອົງການເນໂຕ ທ່ານ Jens Stoltenberg ວ່າ “ທ່ານເລຂາທິການໃຫຽ່ກັບຂ້າພະເຈົ້າ ໄດ້ໂອ້ລົມກັນຢ່າງເປັນໝາກ
ເປັນຜົນ ວ່າ ມີຫຍັງອີກແດ່ ທີ່ອົງການເນໂຕ ຈະສາມາດກະທຳໄດ້ໃນການຕໍ່ສູ້ກັບ
ພວກກໍ່ການຮ້າຍ, ຂ້າພະເຈົ້າໄດ້ຈົ່ມວ່າເລື່ອງນີ້ ດົນນານມາແລ້ວ ແລະພວກເຂົາເຈົ້າ
ກໍໄດ້ປ່ຽນແປງແລະປັດຈຸບັນນີ ພວກເຂົາເຈົ້າ ກໍທຳການຕໍ່ສູ້ແລ້ວ ຊຶ່ງຂ້າພະເຈົ້າເວົ້າວ່າ ມັນໝົດວາລະແລ້ວ ແຕ່ຄວາມຈິງ ມັນຍັງບໍ່ທັນໝົດເທື່ອ.”

ເຊີນຊົມ: ການສົນທະນາ ກ່ຽວກັບອົງການເນໂຕ ຂອງທ່ານ Trump ແລະທ່ານ Stoltenberg

Trump Reaffirms U.S. Commitment to NATO
please wait

No media source currently available

0:00 0:01:50 0:00

ນອກນັ້ນ ທ່ານ Trump ຍັງໄດ້ກ່າວຊ້ຳອີກກ່ຽວກັບຄວາມຈົ່ມວ່າຂອງທ່ານ ລະຫວ່າງ
ການຢ້ຽມຢາມຫວ່າງມໍ່ໆມານີ້ ຂອງທ່ານນາງ Angela Merkel ກ່ຽວກັບບັນດາປະເທດ
ສະມາຊິກອົງການເນໂຕທີ່ບໍ່ໄດ້ຈ່າຍເງິນ ໃນສ່ວນທີ່ຄວນເພື່ອປົກປ້ອງຕົນເອງ.

ປະທານາທິບໍດີ ທີ່ຢືນຢູ່ໃນຫ້ອງ East Room ຄຽງຂ້າງທ່ານ Stoltenberg ນັ້ນໄດ້
ກ່າວວ່າ ສະມາຊິກອົງການເນໂຕຕ້ອງ “ຈ່າຍຄ່າງວດທີ່ເໝາະສົມໃນການປົກປ້ອງ
ພວກຕົນ ແລະຊຳລະໜີ້ທີ່ຕິດຄ້າງໄວ້ ຊຶ່ງກໍມີສະມາຊິກຫຼາຍໆປະເທດ ທີ່ຍັງບໍ່ທັນ
ໄດ້ຈ່າຍເທື່ອ.”

ທຸງສະບັດ ຢູ່ຂ້າງໜ້າຕຶກອົງການສະຫະປະຊາຊາດ ທີ່ Brussels, Belgium, 2 ມີນາ, 2014.
ທຸງສະບັດ ຢູ່ຂ້າງໜ້າຕຶກອົງການສະຫະປະຊາຊາດ ທີ່ Brussels, Belgium, 2 ມີນາ, 2014.

ສະມາຊິກອົງການເນໂຕ ທັງໝົດ ໄດ້ຕົກລົງ ທີ່ຈະຈ່າຍ 2 ເປີເຊັນຂອງຜົນຜລິດລວມ
ພາຍໃນຂອງຕົນ ເພື່ອປົກປ້ອງປະເທດຊາດຂອງຕົນ ພາຍໃນປີ 2024,

ແຕ່ວ່າ ມີສະມາຊິກພຽງແຕ່ໜ້ອຍດຽວເທົ່ານັ້ນ ທີ່ໄດ້ປະຕິບັດຕາມເປົ້າໝາຍທີ່ໄດ້ວາງໄວ້. ສະຫະລັດ ຈ່າຍປະມານ 3 ເປີເຊນ ຂອງຜົນຜລິດລວມພາຍໃນປະເທດ ໃສ່ການປ້ອງກັນ
ປະເທດ ໃນຂະນະທີ່ເຢຍຣະມັນຈ່າຍ 1.2 ເປີເຊັນ.

ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson, ຂວາ, ແລະລັດຖະມົນຕີການຕ່າງປະເທດ ທ່ານ Sergey Lavrov, ກຳລັງຍ່າງເຂົ້າຫ້ອງປະຊຸມ ໃນ Moscow, Russia,12 ເມສາ, 2017.
ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson, ຂວາ, ແລະລັດຖະມົນຕີການຕ່າງປະເທດ ທ່ານ Sergey Lavrov, ກຳລັງຍ່າງເຂົ້າຫ້ອງປະຊຸມ ໃນ Moscow, Russia,12 ເມສາ, 2017.

ທ່ານ Stoltenberg ໄດ້ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວຮ່ວມວ່າ “ພາລະການໃຊ້
ຈ່າຍແບບແບ່ງປັນທີ່ທ່ຽງທຳ ແມ່ນເປັນບູລິມະສິດຂອງຂ້າພະເຈົ້າ ນັບຕັ້ງແຕ່ເຂົ້າ
ກຳຕຳແໜ່ງເປັນຕົ້ນມາ.”

ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ເຈົ້າໜ້າທີ່ສະຫະລັດທ່ານນ່ຶງ ກໍໄດ້ຕົກລົງວ່າ ການຮັບ
ພາລະທີ່ດີກວ່າໃນການແບ່ງປັນທີ່ທ່ຽງທຳນັ້ນ “ແມ່ນເປັນໄປໃນທິດທາງທີ່ດີແລ້ວ” ເປັນທີ່ສັງເກດເຫັນໄດ້ເປັນຄັ້ງທຳອິດໃນປີ 2015 ແລະປີ 2016 ຫຼັງຈາກທີ່ ການ
ເກັບເງິນຂອງບັນປະເທດຄູ່ພາຄີຫຼຸດນ້ອຍລົງໃນບັນຊີງົບປະມານປ້ອງກັນປະເທດ
ແຕ່ດຽວນີ້ ຈຳນວນດັ່ງກ່າວ ແມ່ນໄດ້ຖີບໂຕສູງຂຶ້ນຄືນແລ້ວ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາຮທິບໍດີສະຫະລັດ Donald Trump (ຂວາ) ພົບກັບເລຂາທິການໃຫຍ່ອົງການເນໂຕ ທ່ານ Jens Stoltenberg ໃນຫ້ອງການ Oval Office ທີ່ທຳນຽບຂາວ ໃນວໍຊີງຕັນ, 12 ເມສາ, 2017.
ປະທານາຮທິບໍດີສະຫະລັດ Donald Trump (ຂວາ) ພົບກັບເລຂາທິການໃຫຍ່ອົງການເນໂຕ ທ່ານ Jens Stoltenberg ໃນຫ້ອງການ Oval Office ທີ່ທຳນຽບຂາວ ໃນວໍຊີງຕັນ, 12 ເມສາ, 2017.

XS
SM
MD
LG