ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກ​ຊາຍ​ຂອງ ​ປ.ທຣໍາ ຕິດຕໍ່ກັບ ອົງການ WikiLeaks ໃນລະຫວ່າງ ແລະຫລັງ ໂຄສະນາຫາສຽງ


ທ່ານ Donald Trump Jr. ລູກ​ຊາຍ​ຂອງ​ປະທານາທິບໍດີ ດໍ​ໂນ​ລທຣໍາ ຢູ່ທີ່ນະຄອນນີວຢອກໃນວັນທີ 11 ກໍລະກົດ ປີ 2017.
ທ່ານ Donald Trump Jr. ລູກ​ຊາຍ​ຂອງ​ປະທານາທິບໍດີ ດໍ​ໂນ​ລທຣໍາ ຢູ່ທີ່ນະຄອນນີວຢອກໃນວັນທີ 11 ກໍລະກົດ ປີ 2017.

ລູກ​ຊາຍ​ຂອງ​ປະທານາທິບໍດີ ດໍ​ໂນ​ລທຣໍາ ​ໄດ້​ເປີດ​ເຜີຍ​ຂໍ້​ຄວາມ​ສ່ວນ​ຕົວ​ທີ່​ລາວ​ໄດ້​
ຮັບ​ຈາກ​ບັນຊີ Twitter ຂອງ​ອົງການ WikiLeaks ທີ່​ສົ່ງ​ໃຫ້​ລາວ​ ໃນ​ລະຫວ່າງ​ທີ່​ມີ
​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ປີ 2016 ​ແລະ​ພາຍຫລັງ​ນັ້ນອີກ.

ການ​ເປີດ​ເຜີຍຂໍ້​ຄວາມຂອງທ່ານ Donald Trump Jr. ​ໄດ້​ມີ​ຂຶ້ນ ບໍ່ພໍເທົ່າໃດຊົ່ວໂມງ
ພາຍຫລັງທີ່​ວາລະສານ Atlantic ທີ່​ໄດ້​ຮັບ​ຂໍ້​ຄວາມຫລາຍໆອັນ​ ທີ່​ສົ່ງ​ຕິດຕໍ່ກັນນັ້ນ
ກ່ອນ​ແລ້ວ. ​ໃນ​ຂະນະ​ທີ່​ລາວ​ໄດ້​ເປີດ​ເຜີຍ​ຂໍ້ຄວາມ​ດັ່ງກ່າວ​ຢູ່​ນັ້ນ ລາວ​ປາກົດ​ວ່າ ບໍ່​ໃຫ້
​ຄວາມ​ສໍາຄັນ​ຕໍ່ການ​ແລກປ່ຽນການ​ສົນ ທະນານັ້ນ​ເລີຍ ​ໂດຍ​ໄດ້​ເວົ້າຢູ່​ໃນ Twitter
ຂອງ​ຕົນ​ວ່າ "ນີ້​ເດ່ ທຸກ​ຂອດ​ກາ​ນສົ່ງ​ຂໍ້ຄວາມທັງໝົດຂອງ​ຂ້ອຍ​ກັບ @wikileaks
(ທີ່​ມີ​ການ​ຕອບ​ຂອງ​ຂ້ອຍ​ທີ່​ຂຽນ​ແບບຍືດຍາວ 3 ຄັ້ງ) ຊຶ່ງ​ສະມາຊິກ ​ຂອງ​ຄະນະ​ກໍ
າມະການລັດຖະສະພາ ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ມັນ​ຮົ່ວ​ອອກ​ມາ. ປະຫລາດ​ຫລາຍ!"

ຂໍ້ຄວາມ​ຕ່າງໆ ທີ່​ສົ່ງ​ນັ້ນ ​ປາກົດ​ວ່າ​ໄດ້​ໄປ​ເຖິງ ທ່ານ Trump Jr. ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ
​ການ​ພະຍາຍາມ​ຂອງ WikiLeaks ​ເພື່ອ​ເຮັດ​ໃຫ້ຜູ້​ຄົນທັງຫລາຍຮູ້​ຈັກຕົນ ​ແລະທ້າວ
Julian Assange ​ຜູ້ກໍ່ຕັ້ງທີ່​ພົບ​ຄວາມທຸກ​ຍາກ​ລໍາບາກ​ຂອງອົງການ​ດັ່ງກ່າວນັ້ນ ຫລາຍ​ຂຶ້ນ.

ວາລະສານ Atlantic ລາຍ​ງານ​ວ່າ WikiLeaks ​ໄດ້​ສົ່ງ​ຂໍ້​ຄວາມ​ຜ່ານ Twitter ​ໄປ​ຫາ
​ທ່ານ Trump Jr. ຫລາຍໆຄັ້ງ ​ໃນ​ໄລຍະ​ເດືອນ​ກັນຍາ 2016 ​ຫາ​ເດືອນ​ກໍລະກົດ​ປີນີ້.

​ເຖິງ​ແມ່ນ​ວ່າ ທ່ານ Trump ຈະ​ບໍ່​ເອົາ​ຫົວຊາ​ກັບ​ຂໍ້ຄວາມ​ດັ່ງກ່າວ​ກໍ​ຕາມ ​ແຕ່ລາວ​ກໍ​ໄດ້
​ຕອບ​ມັນ​ຄືນ​ສາມ​ເທື່ອ.

​ໃນ​ການ​ຕອບ​ຄັ້ງນຶ່ງ​ນັ້ນ ລາວ​ເວົ້າວ່າ ລາວ​ຈະ "ຖາມ​ຫລາຍໆຄົນ" ​ເມື່ອ WikiLeaks ຖາມ​ວ່າ ຜູ້​ໃດ​ຢູ່​ເລື້ອງຫລັງ​ຂອງ​ເວັບ​ໄຊ ຕ້ານ​ທ່ານ Trump ນັ້ນ.

​ໃນ​ການ​ຕອບ​ອີກ​ຄັ້ງນຶ່ງ ທ່ານ​ທຣໍາ​ເວົ້າວ່າ "ການ​ທີ່​ລາວບໍ່ຖືກ​ລົງ​ໂທດຍ້ອນ​ເຮັດ​ແນວ​ນັ້ນ
​ແມ່ນ​ໜ້າອັດສະຈັນ​ຫລາຍເນາະ" ​ເມື່ອ WikiLeaks ເອີ່ຍ​ເຖິງ​ຄໍາ​ຄິດ​ເຫັນ​ຂອງທ່ານ​ນາງ
Hillary Clinton ກ່ຽວກັບ​ວ່າ​ທ່ານ​ນາງຢາກ “​ເອົາ​ຍົນ​ບໍ່ມີ​ຄົນ​ຂັບຈັບ​ຈ້ອງ​ເບິ່ງ" Assange.

ຢູ່​ໃນການ​ຕອບ​ຄັ້ງທີ​ສາມ​ນັ້ນ ທ່ານ Trump Jr. ຈົ່ມ​ກ່ຽວກັບ "ການ​ຖືກຊື້ຈ້າງ ​ແລະ
ຫລອກ​ລວງ​" ຂອງ​ພວກນັກສື່ຂ່າວ ​ເມື່ອ WikiLeaks ຂໍ​ໃຫ້​ລາວ​ຮ້ອງຂໍ​ໃຫ້​ພໍ່ຂອງລາວ
ຂຽນຍ້ອງຍໍ WikiLeaks ຢູ່​ໃນ Twitter.

ທ່ານ Trump Jr. ບໍ່​ໄດ້​ຕອບ​ຕໍ່ຂໍ້ຄວາມ​ອື່ນໆຂອງ WikiLeaks ທີ່​ຂຽນຢູ່​ໃນ Twitter
ລວມທັງ​ການ​ຂໍ​ໃຫ້ທ່ານ Trump ​ເອົາ​ເອກະສານ​ໃນ​ການ​ເສຍ​ພາ​ເສຍຂອງ​ທ່ານທຣໍາ​ໃຫ້
​ ແກ່ WikiLeaks ​ເພື່ອ​ເຮັດ​ໃຫ້​ເວັບໄບດັ່ງກ່າວ​ເບິ່ງ​ຄື​ວ່າ "ບໍ່​ເຂົ້າຂ້າງ​ອອກ​ຂາ​ໃຜ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG