ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ກ່າວວ່າ ຈະບໍ່ເຂົ້າຮ່ວມການໂຕ້ວາທີ ຊຶ່ງທ່ານ Cruz ເອີ້ນ ທ່ານວ່າ 'ຂີ້ຢ້ານ'

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງ ໃນນະຄອນ Boca Raton, ຂອງລັດ Florida, ວັນອາທິດ ທີ 13 ມີນາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງ ໃນນະຄອນ Boca Raton, ຂອງລັດ Florida, ວັນອາທິດ ທີ 13 ມີນາ 2016.

ຜູ້ມີ​ຄະ​ແນນ​ສຽງນຳໜ້າຂອງພັກຣີພັບບລີກັນ ທ່ານ Donald
Trump ກຳລັງວາງແຜນ ໃນອັນທີ່ທ່ານເອີ້ນວ່າ “ການກ່າວ
ຄຳປາໄສໃຫຍ່”
ໃນວັນຈັນຈະມາເຖິງນີ້ ແທນທີ່ຈະໂຕ້ວາທີ
ກັບຄູ່ແຂ່ງຂອງທ່ານ 2 ຄົນທີ່ຍັງເຫຼືອຢູ່ນັ້ນ ​ເພື່ອ​ໃຫ້​ໄດ້​ຮັບ​ການ
​ແຕ່ງຕັ້ງເປັນຕາງໜ້າ​ຂອງພັກ ລົງແຂ່ງຂັນເອົາຕຳແໜ່ງປະທາ
ນາທິບໍດີ.

ທ່ານ Trump ແມ່ນມີກຳນົດຈະເຂົ້າຮ່ວມ ໃນການໂຕ້ວາທີ ກັບ
ສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ແລະ
ຜູ້ປົກຄອງລັດ Ohio ທ່ານ John Kasich ທີ່ຈັດໂດຍ​ໂທລະພາບ
Fox News ໃນເມືອງ Salt Lake City ລັດ Utah ແຕ່ທ່ານໄດ້
ກ່າວໃນວັນພຸດວານນີ້ ວ່າ ພັກຣີພັບບລີກັນ ໄດ້ມີ “ການໂຕ້ວາທີພຽງພໍແລ້ວ” ແລະ ທ່ານ
ຈະບໍ່ເຂົ້າຮ່ວມ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທີ່ເປັນຜູ້ປົກຄອງລັດ Ohio ທ່ານ John Kasich ກຳ ກຳປັ້ນ ແລະ ສະເຫຼີມສະຫຼອງ ກ່ອນການກ່າວຖະແຫລງ ຢູ່ທີ່ ການຊຸມນຸມ ເລືອກຕັ້ງປະທານາທິບໍດີ ໃນຂັ້ນຕົ້ນຂອງທ່ານ ຢູ່ໃນເມືອງ Berea, ລັດ Ohio, ວັນທີ 15 ມີນາ 2016.

​ທ່ານ Kasich ໄດ້ກ່າວວ່າ ຖ້າ​ບໍ່​ມີທ່ານ Trump ​ເຂົ້າຮ່ວມ​ແລ້ວທ່ານ ກໍຈະບໍ່ໄປຮ່ວມເຊັ່ນກັນ.
ທັນທີທັນໃດ ຫຼັງຈາກ​ບໍ່​ມີບັນດາຜູ້ສະໝັກແຂ່ງຂັນ​ເຂົ້າຮ່ວມ ຈຶ່ງເຮັດໃຫ້​ໂທລະພາບ Fox
News ຍົກເລີກການໂຕ້ວາທີ.

ທ່ານ Cruz ທີ່​ມີ​ຄະ​ແນນນຳຫລັງ ທ່ານ Trump ໃນການນັບຈຳນວນຜູ້ແທນພັກຣີພັບບລີກັນ
673 ຕໍ່ 410 ທ່ານ ໄດ້ກ່າວຫາທ່ານ Trump ວ່າເປັນນັກທຸລະກິດ ທີ່ມີສັນຍາລັກ ຄື “Ducking Donald” ຫຼື ເປັນຜູ້ທີ່ຫລົບຫລີກ ແລະ ຊີ້ແນະໃຫ້ບັນດາຜູ້ສະໜັບ ສະໜູນຕົນ
ໃຫ້ໄປຍັງເວັບໄຊ້ DuckingDonald.com.

ເວັບໄຊ້ນັ້ນ ກ່າວວ່າ “Donald ຢ້ານການໂຕ້ວາທີ ຍ້ອນ ລາວຮູ້ວ່າ ທ່ານ Ted Cruz ຈະ
ເປີດໂປງລາວວ່າ ເປັນຜູ້ທີ່ບໍ່ມີຄວາມພ້ອມທີ່ຈະເປັນປະທານາທິບໍດີ ແລະ ຜູ້ບັນຊາການ
ສູງສຸດ”
ແລະໄດ້ຮຽກຮ້ອງໃຫ້ປະຊາຊົນລົງນາມໃນຄຳຮ້ອງໃຫ້ທ່ານ Trump ໄປຮ່ວມ
ການໂຕ້ວາທີ.

ສ່ວນການແຂ່ງຂັນຂອງພັກເດໂມແຄຣັດ ລະຫວ່າງອະດີດລັດຖະມົນຕີ ຕ່າງປະເທດ ທ່ານ
ນາງ Hillary Clinton ແລະ ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders
ຈະຂ້ອນ​ຂ້າງ​ຂຸ້ນຂ້ຽວ. ພວກເພິ່ນຈະລົງແຂ່ງຂັນໃນຫຼາຍລັດ ຄືກັນກັບພັກຣີພັບບລີກັນ
ແຕ່ວ່າ ຍັງມີກອງປະຊຸມປ່ອນ​ບັດ​ຂອງພັກໃນວັນອັງຄານສັບປະດາໜ້າຢູ່ທີ່ລັດ Idaho, ​
ໃນວັນທີ 26 ມີນາ ຈະມີກອງປະຊຸມພັກ ໃນລັດ Alaska, Hawaii, Washington ແລະ
ຢູ່​ອີກ​ບ່ອນໜຶ່ງ ໃນລັດ Wyoming ໃນວັນທີ 9 ເມສາ.

US Politics
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG