ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ເຊັນຮ່າງກົດໝາຍ ການໃຊ້ຈ່າຍຂອງລັດຖະບານ ແລະ ການຊ່ວຍເຫຼືອໂຣກລະບາດ


ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຢູ່ຫ້ອງການປະທານາທິບໍດີໃນ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມີນາ, 2019.
ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຢູ່ຫ້ອງການປະທານາທິບໍດີໃນ ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມີນາ, 2019.

ໃນຂະນະທີ່ເວລາພວມຈະໝົດລົງເພື່ອກ້າວໄປສູ່ຄວາມເປັນໄປໄດ້ໃນການປິດລັດຖະບານນັ້ນ, ໃນວັນອາທິດວານນີ້ປະທານາທິບໍດີ ທຣຳ ກໍໄດ້ເຊັນກົດໝາຍເງິນທຶນມູນຄ່າ 2 ພັນ 3​ ຮ້ອຍຕື້ໂດລາ ທີ່ລວມມີເງິນຊ່ວຍເຫຼືອໄວຣັສໂຄໂຣນາ 900 ຕື້ໂດລາ ແລະ 1 ພັນ 4 ຮ້ອຍຕື້ໂດລາ ສຳລັບ ທຶນບໍລິຫານລັດຖະບານໄປຈົນຮອດເດືອນກັນຍາປີໜ້າ.

ທ່ານປະທານາທິບໍດີໄດ້ເອີ້ນຮ່າງກົດໝາຍນັ້ນວ່າ “ຂາຍໜ້າຂາຍຕາ” ຫຼັງຈາກສະພາຕໍ່າ ແລະ ສະ ພາສູງໄດ້ຮັບຜ່ານໃນອາທິດແລ້ວນີ້, ເປັນການສະຫຼຸບການເຈລະຈາຫຼາຍເດືອນເຊິ່ງທ່ານ ທຣຳ ໄດ້ມີສ່ວນຮ່ວມໜ້ອຍດຽວ.

ການຄັດຄ້ານຂອງທ່ານໄດ້ເຮັດໃຫ້ຫຼາຍຄົນຕົກໃຈ ຜູ້ທີ່ຄິດວ່າທ່ານປະທານາທິບໍດີຈະສະໜັບສະ ໜູນກົດໝາຍການໃຫ້ທຶນດັ່ງກ່າວ, ແລະ ໄດ້ເຮັດໃຫ້ບັນດາຜູ້ນຳພັກຣີພັບບລີກັນ ແລະ ເດໂມແຄຣັດ ຮຽກຮ້ອງໃຫ້ທ່ານເຊັນມັນເປັນນຶ່ງອາທິດ.

ຖ້າປາສະຈາກລາຍເຊັນຂອງທ່ານ ທຣຳ ຫຼືການຮັບຜ່ານຂອງກົດໝາຍຊົ່ວຄາວ ເພື່ອໃຫ້ທຶນການປະຕິບັດງານຕ່າງໆນັ້ນ, ການປິດລັດຖະບານສ່ວນນຶ່ງອາດໄດ້ເລີ່ມຂຶ້ນ ໃນວັນອັງຄານມື້ອື່ນນີ້. ການຊ່ວຍເຫຼືອຄົນຫວ່າງງານທີ່ເພີ່ມຂຶ້ນ ແລະ ການປົກປ້ອງການຂັບໄລ່ອອກຈາກບ່ອນຢູ່ແມ່ນໄດ້ໝົດອາຍຸໃນຕອນເຊົ້າວັນອາທິດວານນີ້.

ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນຕອນແລງວັນອາທິດວານີ້ວ່າ “ການລົງລາຍເຊັນຂອງສອງພັກການເມືອງ, ກົດໝາຍນິຕິບັນຍັດການຊ່ວຍເຫຼືອໄວຣັສໂຄໂຣນາຂອງສະພາຕໍ່າ ແລະ ສະພາສູງແມ່ນຂ່າວທີ່ໜ້າຍິນດີສຳລັບປະຊາຊົນ ອາເມຣິກັນ 14 ລ້ານຄົນຜູ້ທີ່ໄດ້ສູນເສຍການຊ່ວຍເຫຼືອຄົນຫວ່າງານໃນທ້າຍສັບປະດາວັນຄຣິສມາສ, ແລະ ຫຼາຍລ້ານຄົນທີ່ກຳລັງດີ້ນຮົນໃຫ້ຢູ່ລອດໃນລະຫວ່າງ ໂຣກລະບາດຄັ້ງປະຫວັດສາດ ແລະ ວິກິດ ການດ້ານເສດຖະກິດນີ້.”

ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິດຈ໌ ແມັກຄອນແນລ ໄດ້ຍົກຍ້ອງທ່ານ ທຣຳ ສຳລັບການປ້ອງ ກັນ “ການປິດລັດຖະບານໃນເວລາທີ່ປະເທດຂອງພວກເຮົາບໍ່ສາມາດທີ່ຈະປ່ອຍໃຫ້ມັນເກີດຂຶ້ນໄດ້.”

ທ່ານ ແມັກຄອນແນລ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໂຄງການຊ່ວຍເຫຼືອຂອງສອງພັກການເມືອງທີ່ພັກຣີພັບບລີກັນໃນລັດຖະສະພາ ແລະ ລັດຖະບານທ່ານ ທຣຳ ໄດ້ເຈລະຈາກັບພັກເດໂມແຄຣັດ ຈະຂະຫຍາຍການຊ່ວຍເຫຼືອທີ່ສຳຄັນອີກຄັ້ງນຶ່ງໃຫ້ບັນດາກຳມະກອນຢູ່ທຸລະກິດຂະ ໜາດນ້ອຍທີ່ກຳລັງປະສົບກັບຄວາມຫຍຸ້ງຍາກຢູ່, ເປັນການບັນເທົາທີ່ສຳຄັນຄັ້ງໃໝ່ສຳລັບຄົນ ອາເມຣິກັນ ທີ່ຖືກປົດອອກຈາກວຽກ, ລົງທຶນຕື່ມອີກຫຼາຍຕື້ໂດລາສຳລັບການແຈກຢາຍຢາວັກຊີນ, ສົ່ງເງິນສົດໂດຍກົງຫາຄົວເຮືອນຕ່າງໆ ແລະ ອື່ນໆອີກ. ຮ່າງກົດໝາຍທີ່ໄດ້ຮັບການປະນີປະນອມກັນແມ່ນບໍ່ສົມບູນ, ແຕ່ມັນຈະເຮັດສິ່ງທີ່ດີຢ່າງຫຼວງຫຼາຍສຳລັບຊາວ ເຄັນຕັກກິ ແລະ ອາເມຣິກັນ ທີ່ກຳລັງດີ້ນຮົນໃນທົ່ວປະເທດ ຜູ້ທີ່ຕ້ອງການການຊ່ວຍເຫຼືອໃນເວລານີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG