ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະບໍ່ໃຫ້ ການຢັ້ງຢືນ ຕໍ່ຂໍ້ຕົກລົງ ນິວເຄລຍກັບອີຣ່ານ ແຕ່ບໍ່ເຖິງຂັ້ນຍົກເລີກ


ລັດຖະມົນຕີກະຊວງພະລັງງານສະຫະລັດ ທ່ານ Ernest Moniz, ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ແລະຮອງລັດຖະມົນຕີຕ່າງປະເທດ ຮັບຜິດຊອບ ກິດຈະການ ດ້ານການເມືອງ ທ່ານນາງ Wendy Sherman (3 ຈາກຊ້າຍ) ພົບປະກັບຫົວໜ້າ ນະໂຍບາຍການຕ່າງປະເທດ ຂອງ ສະຫະພາບ ຢູໂຣບ ທ່ານນາງ Federica Mogherini (ທີ 2 ຈາກຂວາ) ເມື່ອວັນທີ 28 ມິຖຸນາ 2015 ຂະນະທີ່ເສັ້ນຕາຍ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ຍັບໃກ້ເຂົ້າມາ.
ລັດຖະມົນຕີກະຊວງພະລັງງານສະຫະລັດ ທ່ານ Ernest Moniz, ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ແລະຮອງລັດຖະມົນຕີຕ່າງປະເທດ ຮັບຜິດຊອບ ກິດຈະການ ດ້ານການເມືອງ ທ່ານນາງ Wendy Sherman (3 ຈາກຊ້າຍ) ພົບປະກັບຫົວໜ້າ ນະໂຍບາຍການຕ່າງປະເທດ ຂອງ ສະຫະພາບ ຢູໂຣບ ທ່ານນາງ Federica Mogherini (ທີ 2 ຈາກຂວາ) ເມື່ອວັນທີ 28 ມິຖຸນາ 2015 ຂະນະທີ່ເສັ້ນຕາຍ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ຍັບໃກ້ເຂົ້າມາ.

ເປັນທີ່ຄາດກັນວ່າ ປະທານາທິບໍດີສະຫະລັດ ທ່ານດໍໂນລ ​ທຣໍາ ຈະບໍ່ໃຫ້ການຮັບຮອງ ຕໍ່ຂໍ້ຕົກລົງນີວ​ເຄລຍທີ່​ເຊັນກັບ​ອີ​ຣ່ານ ແຕ່ກໍບໍ່ເຖິງຂັ້ນກັບຍົກເລີກ ຂໍ້ຕົກລົງດັງກ່າວ ອີງ
ຕາມລາຍງານຂອງສື່ມວນຊົນ.

ປະທານາທິບໍດີທຣຳຈະປະກາດວ່າ ມັນບໍ່ໄດ້ຢູ່ໃນຜົນປະໂຫຍດທາງດ້ານຄວາມໝັ້ນຄົງ ຂອງສະຫະລັດ ທີ່ຈະໃຫ້ການຢັ້ງຢືນຕໍ່ຂໍ້ຕົກລົງສະບັບປີ 2015 ທີ່ວໍຊິງຕັນໄດ້ບັນລຸກັບອີ
ຣ່ານ ແລະປະເທດອື່ນໆອີກ 5 ປະເທດ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ ທີ່ລາຍງານ ໄດ້ກ່າວອ້າງ.

ການເຄື່ອນໄຫວທີ່ວ່ານີ້ ຈະເຮັດໃຫ້ລັດຖະສະພາມີເວລາຢູ່ 60 ມື້ື້ທີ່ຈະຕັດສິນໃຈວ່າ ຈະ
ເລີ້ມທຳການລົງໂທດທາງດ້ານເສດຖະກິດຄືນໃໝ່ຈຳນວນນຶ່ງ ຫຼືວ່າທັງໝົດທີ່ໄດ້ຖືກຍົກ ເລີກໄປແລ້ວ ໃນຖານະທີ່ເປັນສ່ວນນຶ່ງຂອງຂໍ້ຕົກລົງນັ້ນ.

ສະມາຊິກຂອງພັກຣີພັບບລີກັນແລະເດໂມແຄຣັດຫຼາຍໆຄົນແມ່ນຄັດຄ້ານຕໍ່ການທີ່ຈະ
ລົງໂທດຄືນໃໝ່ ຊຶ່ງຈະເຮັດໃຫ້ຂໍ້ຕົກລົງນີ້ໝົດປະສິດທິຜົນໃນທັນທີແລະລາຍງານແນະ ໃຫ້ເຫັນວ່າທ່ານທຣຳອາດຈະເລື່ອນເວລາໃນການຮຽກຮ້ອງໃຫ້ລັດສະພາດຳເນີນການ ດັ່ງກ່າວ.

ທ່ານທຣຳ ທີ່ປະກາດຕົນເອງວ່າເປັນຜູ້ຊ່ຽວຊານດ້ານການເຈລະຈານັ້ນ ເອີ້ນຂໍ້ຕົກລົງ
ນີ້ວ່າ “ເປັນນຶ່ງໃນຂໍ້ຕົກລົງທີ່ໂງ່ຈ້າທີ່ສຸດທີ່ເຄີຍເຮັດມາ” ແລະໄດ້ກ່າວຢ້ຳຢູ່ເລື້ອຍໆວ່າ
ທ່ານອາດຈະຍົກເລີກມັນ.

ໃນ​ການ​ຖະແຫຼງ ເມື່ອ​ວັນ​ພະຫັດຜ່ານມາ​ນີ້ ທ່ານ​ທຣໍາ ​ໄດ້​ກ່າວ​ວ່າ ອີຣ່ານ “ບໍ່ໄດ້ປະຕິ
ບັດ​ຕາມຈິດ​ໃຈ” ​ຂອງ​ຂໍ້ຕົກລົງ. ທ່ານກ່າວກ່ອນການພົບປະກັບພວກຜູ້ນຳທະຫານວ່າ
“ທ່ານຈະໄດ້ຍິນກ່ຽວກັບເລື່ອງອີຣ່ານໃນອີກບໍ່ດົນນີ້.”

ທ່ານທຣຳ ຊຶ່ງເຄີຍເປັນຜູ້ຈັດລາຍການໂທລະພາບ reality ມາກ່ອນ ໄດ້ກ່າວແບບຄຸມ
ເຄືອ ເຖິງສະພາບການທີ່ງຽບສະຫງົບກ່ອນທີ່ລົມພາຍຸຈະມາເຖິງ. ເວລາພວກນັກຂ່າວ
ຖາມວ່າ ທ່ານໝາຍເຖິງຫຍັງ ທ່ານທຣຳຕອບວ່ວາ “ພວກເຈົ້າຈະຮູ້ເອງ.”

ໂຄສົກຂອງທຳນຽບຂາວ ທ່ານນາງ Sarah Huckkabee Sanders ໄດ້ປະຕິເສດ ທີ່
ຈະໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບຄວາມເຫັນດັ່ງກ່າວ ໂດຍເວົ້າວ່າ “ພວກທ່ານຕ້ອງ
ໄດ້ລໍຖ້າແລະເບິ່ງດ້ວຍຕົວເອງ.”

ທ່ານນາງ Sanders ກ່າວໃນລະຫວ່າງການຖະແຫຼງຂ່າວໃນວັນສຸກວານນີ້ວ່າ “ດັ່ງທີ່
ພວກເຮົາໄດ້ເວົ້າໄປແລ້ວຫຼາຍໆເທື່ອກ່ອນໜ້ານີ້ ພວກເຮົາຈະບໍ່ເວົ້າລ່ວງໜ້າໃນສິ່ງທີ່ ປະທານາທິບໍດີຈະເວົ້າ.”

ທ່ານນາງເວົ້າວ່າ “ພວກເຮົາກຳລັງສຶກສາເບິ່ງບາງສິ່ງບາງຢ່າງ ທີ່ເປັນຍຸດທະສາດໃນ ຂອບເຂດທີ່ກວ້າງຂວາງ ທີ່ຈະບໍ່ແກ້ໄຂແຕ່ພຽງບາງສ່ວນ ໃນການປະພຶດທີ່ບໍ່ດີຂອງອີ
ຣ່ານ ແຕ່ກ່ຽວກັບບັນຫາຕ່າງໆໃນຂອບເຂດທີ່ກວ້າງຂວາງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG