ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ສະຫະລັດ ບໍ່ສົນໃຈ ໃນການປ່ຽນ ລະບອບການປົກຄອງ ຂອງ ອີຣ່ານ


ໃນພາບນີ້ ຂອງຜູ້ນຳທັງສອງ, ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ (Mohammad Javad Zarif), ຊ້າຍ, ເດີນທາງຮອດ ເມືອງແຊນຕາ ຄຣູູສ ຂອງໂບລີເວຍ, ວັນທີ 23 ກໍລະກົດ 2019; ປະທານາທິບໍດີ ທຣຳ ກຳລັງຍ່າງຜ່ານເດີ່ນຫຍ້າກ້ຳໃຕ້ ຂອງທຳນຽບຂາວ, ວັນທີ 30 ກໍລະກົດ 2019.
ໃນພາບນີ້ ຂອງຜູ້ນຳທັງສອງ, ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ (Mohammad Javad Zarif), ຊ້າຍ, ເດີນທາງຮອດ ເມືອງແຊນຕາ ຄຣູູສ ຂອງໂບລີເວຍ, ວັນທີ 23 ກໍລະກົດ 2019; ປະທານາທິບໍດີ ທຣຳ ກຳລັງຍ່າງຜ່ານເດີ່ນຫຍ້າກ້ຳໃຕ້ ຂອງທຳນຽບຂາວ, ວັນທີ 30 ກໍລະກົດ 2019.

ການເດີນທາງ​ໄປຢ້ຽມຢາມເມືອງທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງ ຝຣັ່ງ
ຕ້ອນຮັບບັນດາຜູ້ນຳຂອງໂລກ ຈາກກຸ່ມປະເທດ G-7 ໂດຍລັດຖະມົນຕີ ການຕ່າງ
ປະເທດຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ ນັ້ນແມ່ນບໍ່ເປັນ ທີ່ໜ້າແປກໃຈ
ເລີຍ ສຳລັບປະທານາທິບໍດີ ດໍໂນລ ທຣຳ ດັ່ງທີ່ຜູ້ນຳຂອງສະຫະ ລັດ ໄດ້ກ່າວໄປໃນ
ວັນຈັນມື້ນີ້.

ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ໃນເມືອງບີ​ອາ​ຣິສ ຂະນະທີ່ທ່ານເລີ້ມຕົ້ນພົບ
ປະກັບປະທານາທິບໍດີຂອງອີຈິບ ທ່ານອັບແດລ ຟາຕາ ແອລ-ຊີຊີ ວ່າ ທ່ານຖືວ່າ
ທ່ານຊາຣີຟ ມາພົບກັບປະທານາທິບໍດີຝຣັ່ງ ທ່ານເອມແມນູແອລ ມາກຣົງ ແລະຜູ້ນຳ
ຄົນອື່ນໆ.

ທ່ານທຣຳ ໄດ້ກ່າວວ່າ ທ່ານຕິດຕໍ່ກັບທ່ານມາກຣົງຢູ່ສະເໝີ ແລະວ່າ “ຂ້າພະເຈົ້າຮູ້
ຈັກທຸກສິ່ງທຸກຢ່າງ ທີ່ທ່ານມາກຣົງເຮັດ ແລະເຫັນດີນຳສິ່ງໃດກໍຕາມ ທີ່ ທ່ານເຮັດໄປ
ນັ້ນ.”

ອີຣ່ານ ແລະສະຫະລັດ ແມ່ນຢູ່ໃນສະພາບທີ່ມີສາຍສຳພັນເຄັ່ງຕຶງສູງຂຶ້ນ ນັບຕັ້ງແຕ່
ທ່ານທຣຳ ໄດ້ຖອນໂຕອອກຈາກຂໍ້ຕົກລົງສາກົນ ເມື່ອປີກາຍນີ້ ທີ່ຍັບ ຍັ້ງໂຄງການ
ນິວເຄລຍຂອງອີຣ່ານ ໃນການແລກປ່ຽນກັບການຜ່ອນຜັນ ມາດຕະການລົງໂທດ.
ຕໍ່ມາທ່ານທຣຳ ໄດ້ເພີ້ມມາດຕະການລົງໂທດຕື່ມອີກ ໂດຍສະເພາະ ແມ່ນແນໃສ່
ພາກອຸດສາຫະກຳນ້ຳມັນທີ່ສຳຄັນຂອງອີຣ່ານທີ່ໄດ້ສົ່ງ ຜົນກະທົບເສຍຫາຍຢ່າງ
ໜັກຕໍ່ເສດຖະກິດຂອງປະເທດດັ່ງກ່າວ.

ທ່ານທຣຳ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ທ່ານບໍ່ຊອກ​ຫາ​ທາງ ​ເພື່ອ​ໃຫ້​ມີ​ການ “ປ່ຽນລະ
ບອບການປົກຄອງ” ໃນອີຣ່ານ ແຕ່ຕ້ອງການໃຫ້ປະເທດນີ້ “ຍຸຕິການກໍ່ການຮ້າຍ.”

ທ່ານໄດ້ກ່າວອີກວ່າ “ຂ້າພະເຈົ້າຄຶດວ່າ ພວກເຂົາເຈົ້າຄົງຈະປ່ຽນແປງ. ຂ້າພະເຈົ້າຄຶດ
ຈັ່ງຊັ້ນແທ້ໆ. ຂ້າພະເຈົ້າເຊື່ອວ່າ ພວກເຂົາເຈົ້າ ມີໂອກາດທີ່ຈະ ກາຍເປັນປະເທດທີ່
ພິເສດ.”

ທ່ານກ່າວເຈາະຈົງວ່າ ຂໍ້ຕົກລົງໃໝ່ໃດໆ ກັບອີຣ່ານ ຈະຕ້ອງກຳນົດໃຫ້ໂຄງການນິວ
ເຄລຍຂອງອີຣ່ານບໍ່ໃຫ້ນຳໃຊ້ເພື່ອພັດທະນາອາວຸດ ແລະບໍ່ຄືກັນກັບ ຂໍ້ຕົກລົງປີ 2015
ຊຶ່ງຈະປະກອບດ້ວຍ ຂໍ້ຈຳກັດຕ່າງໆ ຕໍ່ໂຄງການລູກສອນ ໄຟຂີປະນາວຸດຂອງອີຣ່ານ.

ທ່ານທຣຳ ໄດ້ກ່າວຕື່ມວ່າ ທ່ານບໍ່ສົນໃຈເລີຍ ໃນການພົບປະກັບ ທ່ານຊາຣີຟ ໃນວັນ
ອາທິດວານນີ້ ໂດຍທ່ານເຊື່ອວ່າ ມັນເປັນເລື້ອງທີ່ “ໄວເກີນໄປ” ສຳລັບ ການເຈລະຈາ
ເຊັ່ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG