ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ກ່າວວ່າ ລາຍງານສະພາຕໍ່າ ພິສູດ ໃຫ້ເຫັນວ່າ ບໍ່ມີການສົມຮູ້ຮ່ວມຄິດ


ປະທານຄະນະກຳມະການສືບລັບສະພາຕໍ່າ ທ່ານເດວິນ ນູເນສ ສັງກັດພັກຣີພັບບລິກັນ ຈາກລັດຄາລີຟໍເນຍ.
ປະທານຄະນະກຳມະການສືບລັບສະພາຕໍ່າ ທ່ານເດວິນ ນູເນສ ສັງກັດພັກຣີພັບບລິກັນ ຈາກລັດຄາລີຟໍເນຍ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ສັນລະ​ເສີນ​ການ​ເປີດ​ເຜິ​ຍລາຍ​ງານ
ສະບັບນຶ່ງ ​ຂອງ​ຄະນະ​ກຳ​ມະ​ການ​ສຶືບ​ລັບສະພາຕ່ຳ​ ທີ່ນຳພາໂດຍພັກຣີພັບ​ບລິ​ກັນ ຊຶ່ງທ່ານກ່າວ​ວ່າ ໄດ້ພິສູດ​ໃຫ້​ເຫັນ​ ບໍ່​ໄດ້​ມີ​ການ​ສົມຮູ້ຮ່ວມຄິດ​ລະ​ຫວ່າງ ​ຄະນະໂຄສະ
ນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ​ແລະ​ລັດຖະບານຣັດ​ເຊຍ.

ຄຳ​ຖາ​ມກ່ຽວ​ກັບ​ເລື່ອງ​ນີ້​ ໄດ້ມີຂຶ້ນ ໃນລະຫວ່າງ​ກອງ​ປະຊຸມ​ຖະແຫຼງຂ່າວ ຮ່ວມ ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນທ່ານ​ນາງ​ແອງເກີ​ລາ ເມີ​ເກີ​ລ ຊຶ່ງປະທານາທິ ບໍດີ​ທຣໍາ
ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ກຽດ. ມັນ​ເປັນ​ລາຍ​ງານທີ່​ຍິ່ງ​ໃຫຍ່. ບໍ່​ມີ​ກາ​ນ ສົມຮູ້ຮ່ວມຄິດ
ຊຶ່ງ​ຂ້າພະ​ເຈົ້າ​ຮູ້​ຢູ່ແລ້ວ.”

ທ່ານ​ຮ້ອງ​ການ​ສືບສວນນີ້​ວ່າ ເປັນການ “ຊອກ​ແກ້​ແຄ້ນ” ທີ່ໄດ້ສະທ້ອນໃຫ້ເຫັນເຖິງ​

ຂໍ້ຄວາມ​ ທີ່ທ່ານໄດ້ສົ່ງອອກໄປທາງທວິດ​ເຕີ​ໃນ​ຕອນ​ເຊົ້າ​ວານນີ້ ​ແລະ​ກ່າວ​ຕື່ມ​ອີກ​ວ່າ
“ພວກ​ສາມາດ​ເປັນເພື່ອນທີ່​ດີ​ກັບຣັດ​ເຊຍ ນັ້ນ​ເປັນ​ສິ່ງ​ທີ່​ດີ ບໍ່​ແມ່ນ​ສິ່ງ​ທີ່​ບໍ່​ດີ. ​ແຕ່ບໍ່​ມີ​ໃຜ
​ໄດ້​ເອົາຈິງເອົາຈິງກັບຣັດ​ເຊຍຄື​ດັ່ງ​ຂ້າພະ​ເຈົ້າ.”

ປະທານາທິບໍດີ​ທຣໍາ​ໄດ້​ຖືກ​ສ​ອບຖາມ​ກ່ຽວ​ກັບ​ລາຍ​ງານ ທີ່ຍາວ 243 ໜ້າ ທີ່​ໄດ້ນຳ
ອອກ​ເຜີຍ​ແຜ່ ​ໃນ​ວັນ​ສຸກ​ວານ​ນີ້​ ໂດຍ​ຄະນະ​ກຳມະການ​ສືບສວນ​ສະພາ​ຕໍ່າ. ລາຍງານ
ສ່ວນ​ໃຫຍ່ ໄດ້ມີ​ການ​ລຶບ​ອອກ ​ແລະ​ກໍມີການສະຫລຸບວ່າໃນ​ຂະ ນະ​ທີ່​ການແຊກແຊງ
ໂດຍຣັດ​ເຊຍ​ມີຄວາ​ມຈິງ ຕໍ່ການ​ກ່າວ​ຫາ​ວ່າ​ທ່ານ​ທຣໍາ​ໄດ້​ພົວພັນນຳ​ນັ້ນ ​ບໍ່​ມີຄວາມຈິງ.

ລາຍງານ​ຮ້ອງ​ນີ້ຮ້ອງການຕິ​ດຕໍ່​ ລະຫວ່າງພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ແລະ​ບັນດາ​ຜູ້​ຊ່ວຍ​ໃນຄະນະໂຄສະນາ​ຫາ​ສຽງນັ້ນວ່າ “​ເປັນ​ການ​ກະທຳທີ່ບໍ່ສະຫຼາດ” ​ແລະ​ກ່າວ​ວ່າ ຢ່າງ
​ໜ້ອຍ​ຄົນ​ນຶ່ງ​ອາດ​ໄດ້​ໃຫ້​ຄຳ​ຕອບ​ຢູ່​ໃນຄຳໃຫ້ການ​ທາງກົດໝາຍທີ່​ບໍ່ “ຄົບ​ຖ້ວນ.”

ສະມາຊິກ​ພັກຣີພັບ​ບລິ​ກັນທີ່ຢູ່​ໃນຄະນະ​ກຳມະການ ກ່າວ​ວ່າ ​ລາຍງານສະບັບນີ້
ແມ່ນ​ອີງ​ຕາມ​ການ​ສຳພາດ ​ກັບ 73 ຄົນ ​ແລະ​ທົບ​ທ​ວນເບິ່ງເອກ​ກະສາ​ນຕ່າງໆ
ຫຼາຍ​ກວ່າ 300,000 ສະບັບ​.

ຜູ້ແທນສະພາຕໍ່າ ທ່ານອາດຳ ຊິຟ ຫົວໜ້າຄະນະກຳມະການສືບລັບພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ກ່າວຕໍ່ບັນດານັກຂ່າວ ທີ 22 ກຸາພາ 2018.
ຜູ້ແທນສະພາຕໍ່າ ທ່ານອາດຳ ຊິຟ ຫົວໜ້າຄະນະກຳມະການສືບລັບພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ກ່າວຕໍ່ບັນດານັກຂ່າວ ທີ 22 ກຸາພາ 2018.

ແຕ່​ວ່າ​ ຫົວວໜ້າຂອງ​ພັກ​ເດ​ໂມ​ແຄຣັດ ທີ່ຢູ່ຄະນະ​ກຳ​ມະການ​ດັ່ງກ່າວ​ ທ່ານ​ອາ​ດຳ
ຊິ​ຟ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ນີ້ ສະ​ເໜີ​ໃຫ້​ເຫັນວ່າ “ພັກຣີພັບບລິ​ກັນທີ່ກຳສຽງສ່ວນ
ຫຼາຍ ໂດຍພື້ນຖານແລ້ວ ໄດ້ໃຊ້ວິທີການທີ່​ຜິດພາດ​ກ່ຽວກັບການ​ສື​ບສວນ ​ແລະ
ການສະຫລຸບແມ່ນເປັນໄປແບບຜິວເຜີຍ​ແລະ​ມີລັກສະນະທາງການ​ເມືອງ.”

ລາຍ​ງານນີ້ ​ໄດ້​ຕ້ອງຕິບັນດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ ໂດຍກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ປ່ອຍຂໍ້​ມູນ
ໃຫ້ຮົ່ວໄຫລ ​ກ່ອນແລະ​ຫຼັງ​ຈາກ​ການ​ເລືອກ​ຕັ້ງທີ່​ທ່າ​ນດໍ​ໂນ​ລ ທຣໍາ ​ໄດ້ເຂົ້າກຳຕຳ
ແໜ່ງເປັນ​ປະທານາທິບໍດີ ໂດຍຊີ້ໃຫ້ເຫັນລາຍ​ງານຕ່າງໆ ​ທີ່​ໄດ້​ພິມເຜີ​ຍ​ແຜ່​ໂດຍໜັງ
ສື​ພິມວໍ​ຊິງ​ຕັນ​ໂພສທ໌ ນິວຢອກ​ໄທມ໌ ໂທລະພາບແອນ​ບີ​ຊີ ​ແລະ​ຊີແອັນ​ແອັນ ​ເປັນ​
ໂຕ​ຢ່າງ​ຂອງການ​ຮົ່ວ​ໄຫຼ​ທີ່​ເປັນອັນຕະລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG