ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກ​ະຊວງ​ຕ່າງ​ປະ​ເທດ ກ່າວ​ວ່າ ຍັງ​ບໍ່ໄດ້​ລົງ​ຄວາມ​ເຫັນເທື່ອກ່ຽວ​ກັບ​ການ​ຕາຍ ​ຂອງທ່ານ​ຊ​ອກກີ


​ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ຕອບ​ຄຳ​ຖາມ​ບັນ​ດາ​ນັກ​ຂ່າວ ເວລາ​ເດີນ​ທາງອອກ​ຈາກ​ທຳ​ນຽບ​ຂາວ ໄປສັງເກດເບິ່ງ ຄວາມເສຍຫາຍ ຈາກໄຟປ່າໃນ ຄາລີຟໍເນຍ ວັນ​ທີ 17 ພະ​ຈິກ 2018.
​ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ຕອບ​ຄຳ​ຖາມ​ບັນ​ດາ​ນັກ​ຂ່າວ ເວລາ​ເດີນ​ທາງອອກ​ຈາກ​ທຳ​ນຽບ​ຂາວ ໄປສັງເກດເບິ່ງ ຄວາມເສຍຫາຍ ຈາກໄຟປ່າໃນ ຄາລີຟໍເນຍ ວັນ​ທີ 17 ພະ​ຈິກ 2018.

ກະ​ຊ​ວງ​ຕ່າງ​ປະ​ເທດ​ສະ​ຫະລັດ​ ກ່າວວ່າ ການລົງຄວາມເຫັນ​ເທຶ່ອ​ສຸດ​ທ້າຍ​ກ່ຽວ​ກັບ
ການ​ສັງ​ຫານ​ນັກ​ຂ່າວຊາ​ອຸ​ດີ ທ່ານ​ຈາ​ມາ​ລ ຄ​າ​ຊອກ​ກີ ຍັງ​ບໍ່​ທັນ​ໄດ້​ບັນ​ລຸ​ໂດຍ​ລັດ​ຖະ
​ບ​ານສະຫະລັດ. ລັດ​ຖະ​ບານ​ປະ​ທາ​ນາ​ທິບໍ​ດີ​ທ​ຣໍ​າ​ໄດ້​ກ່າວ​ກ່ຽວ​ກັບ​ບັນ​ຫາ​ເລື່ອງ​ນີ້​ກັບ
ບັນ​ດາ​ນັກ​ຂ່າວ ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຄົນ​ນຶ່ງ​ກ່າວ​ວ່າ ​ບັນ​ດາອົງ​
ການ​ສືບ​ລັບ​ສະ​ຫະ​ລັດ ໄດ້​ລົງ​ຄວາມ​ເຫັນ​ວ່າ ​ອົງມົງກຸດ​ ​ຊາ​ອຸ​ດີ ໂມ​ຮາ​ເມດ ບິນ ຊາ​ລ​
ມັນ ໄດ້​ສັ່ງ​ໃຫ້ຂ້າ ​ທ່ານ​ຄາ​ຊ​ອກ​ກີ.

ຖະ​ແຫຼງ​ການຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ກ່າວ​ວ່າ “ລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້​ ໄດ້​ເນັ້ນ​
ຢ້ຳ​ວ່າ ລັດ​ຖະ​ບານ​ສ​ະ​ຫະ​ລັດ ທີ່ໄດ້​ລົງ​ຄວາມ​ເຫັນ​ເທື່ອ​ລ້າ​ສຸດ​ນັ້ນວ່າ​ບໍ່​ຖືກ​ຕ້ອງ.”
ຫຼາຍ​ຊົ່ວ​ໂມງ​ກ່ອນໜ້ານັ້ນ ​ໄດ້​ມີລາ​ຍ​ວ່າ ອົງ​ການ​ສືບ​ລັບ ຫຼື CIA ໄດ້​ລົງ​ຄວາມ​ເຫັນ​
ວ່າ ​ອົງມົງກຸດ​ ຊາ​ອຸ​ດີ ໄດ້​ສັ່ງ​ໃຫ້ຂ້າ​ ນັກ​ຂ່າວ​ໜັງ​ສື​ພິມ​ວໍ​ຂິງ​ຕັນ​ໂພ​ສທ໌ຄົນນັ້ນ.

ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ຮັບ​ລາຍງ​ານ​ໃຫ້​ຊາບ​ໂດຍທາງ​ໂທ​ລະ​ສັບ​ໃນ​ວັນ
​ເສົາ​ວານ​ນີ້​ໂດຍ ຜູ້​ອຳ​ນວຍ​ການ​ອົງ​ການ CIA ທ່ານ​ນາງ​ຈີ​ນາ ຮາ​ສ​ແປ​ລ​ ແລະລັດ​
ຖະ​ມົນ​ຕີ​ຕ່າງ​ປ​ະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ​ໃນ​ຂະ​ນະ​ທີ່​ປະ​ທານ​າ​ທິ​ບໍ​ດີຢູ່ເທິງເຮືອ
​ບິນ​ປະ​ຈຳ​ຕຳ​ແໜ່ງເດີນທາງ​ໄປ​ສູ່​ລັດ​ຄາ​ລິ​ຟໍ​ເນຍ.

ເວ​ລາ​ຕໍ່​ມາໃນ​ຂະ​ນະ​ທີ່​ຢ້ຽມ​ຢາມເບິ່ງຄວາມ​ເສຍ​ຫາຍ​ຈາກ​ໄຟ​ປ່າ ຢູ່​ທາງ​ພາກ​ໃຕ້
​ຂອງ​ລັດ​ຄາ​ລິ​ຟໍ​ເນຍຢູ່ນັ້ນ ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ​ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ
ລັດ​ຖະ​ບານ​ສະ​ຫະ​ລັດ ຈະ​ເຜິຍ​ແຜ່​ລາຍ​ງານດັ່ງກ່າວໃນ​ວັນ​ອັງ​ຄານ​ທີ່​ຈະ​ມາ​ເຖິງວ່າ
ໃຜສັງ​ຫານ​ທ່ານ​ຄາ​ຊ​ອກ​ກີ​.

ຖະ​ແຫຼງ​ການຂອງກະ​ຊວງ​ຕ່າງ​ປ​ະ​ເທດ ໄດ້​ອອກໄປ​ບໍ່​ເທົ່າ​ໃດ​ນາ​ທີ່ ລຸນຫຼັງທີ່ໂຄ
​ສົກ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ​ແຊ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ​ສ໌ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ
​ດີ​ທ​ຣຳ “ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ CIA.”

ນອກນັ້ນກະ​ຊວງ​ຕ່າງ​ປະ​ເທດ​ຍັງ​ກ່າວ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ “ໄດ້ຕັດສີນໃຈຢ່າງ
ແນ່ວແນ່ວ່າ ​ຈ​ະ​ເຮັດ​ໃຫ້ພວກພົວ​ພັວໝົດກັບການ​ສັງ​ຫານ​ນີ້ ຕ້ອງຮັດ​ຜິດ​ຊອບ” ແລະ
ຍັງມີ​ຫຼາຍຄຳ​ຖາມຍັງ​ບໍ່​ທັນ​ຕອບໄດ້ຕອບເທື່ອ.”

ການ​ຊັ່ງ​ຊາ​ໂດຍ​ອົງ​ການ​ CIA ທຳ​ອິດໄດ້​ລາຍ​ງານໄປ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ໜັງ
​ສື​ພິມວໍ​ຊິ​ງ​ຕັນ​ໂພ​ທ​ສ໌ ຄັດ​ແຍ້ງ​ວ່າຊາ​ອຸ​ດີ ອາ​ຣາ​ເບຍ ຜູ້​ທີ່ໄອ​ຍະ​ການ​ສູງ​ສຸດ ຂອງຕົນ
ມື້ນຶ່ງ​ ​ກ່ອນ​ໜ້າ​ນັ້ນ ​ໄດ້ປະ​ຕິ​ເສດຢ່າງສິ້ນເຊີງວ່າອົງມົງກຸດ​ບໍ່ໄດ້​ພົວພັນນຳ​ສັງ​ຫານ
​ທ່ານ​ຄາ​ຊອກ​ກີ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດກ່າວ​ວ່າ CIA ໄດ້​ລົງ​ຄວາມ​ເຫັນ​ວ່າ ພວກ​ນັກ​ສືບ​ຊ​າ​ອຸດ​ດີ
15 ຄົນ ໄດ້​ຂີ່​ເຮືອ​ບິນ​ລັດ​ຖະ​ບານ​ຊາ​ອຸ​ດີ ໄປ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ແລະ​ໄດ້​ສັງ​ຫານ​ທ່ານ​
ຄາ​ຊ​ອກ​ກີ ຢູ່​ໃນ​ກົງ​ສຸນ​ຊາ​ອຸ​ດີ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG