ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ ບໍ່​ມີຄວາມກັງວົນ ກ່ຽວ​ກັບ ການ​ຖືກ​ຟ້ອງ​ຮ້ອງ


​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ນັ່ງ​ໃຫ້​​ສຳ​ພາດ​ພິ​ເສດ​ກັບ​ນັກ​ຂ່າວ ຣອຍ​ເຕີ ຢູ່​ຫ້ອງ​ການ ໂອ​ໂວ​ລ ອອ​ຟ​ຟິ​ສ. ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ທັນ​ວາ, 2018.
​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ນັ່ງ​ໃຫ້​​ສຳ​ພາດ​ພິ​ເສດ​ກັບ​ນັກ​ຂ່າວ ຣອຍ​ເຕີ ຢູ່​ຫ້ອງ​ການ ໂອ​ໂວ​ລ ອອ​ຟ​ຟິ​ສ. ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ທັນ​ວາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ ​
ທ່ານ “ບໍ່ໄດ້ເປັນຫ່ວງ” ກ່ຽວກັບວ່າຈະຖືກຟ້ອງຮ້ອງ.

ໃນ​ບົດ​ຂ່າວ​ທີ່​ຖືກ​ຕີ​ພິມລົງ ​ໃນ​ວັນ​ອັງ​ຄານ​ວານນີ້ ອີງ​ຕາມ​ການ​ສຳ​ພາດ​ພິ​ເສດ​ກັບທ່ານ​
ປະທານາທິບໍດີນັ້ນ, ຣອຍເຕີ ໄດ້ເນັ້ນຄຳເວົ້າຂອງທ່ານ ທຣຳ ວ່າ, “ມັນຍາກທີ່ຈະຟ້ອງ
ຮ້ອງຄົນຜູ້ທີ່ບໍ່ໄດ້ເຮັດຫຍັງຜິດ ແລະ ຜູ້ທີ່ໄດ້ສ້າງເສດຖະກິດທີ່ຍິ່ງໃຫຍ່ໃນປະຫວັດ
ສາດປະເທດຂອງພວກເຮົາ.”

ພັກ​ຝ່າຍ​ຄ້ານ ເດ​ໂມ​ແຄ​ຣັດ ໄດ້​ຍົກ​ບັນ​ຫາທີ່​ເຊື່ອມ​ໂຍງ​ກັບ​ການ​ຈ່າຍ​ເງິນ​ໃຫ້​ທະ​ນາຍ
ຄວາມຂອງທ່ານ ທຣຳ, ທ່ານ ໄມເຄິລ ໂຄເຮັນ, ສຳລັບແມ່ຍິງສອງຄົນກ່ອນການເລືອກ
ຕັ້ງປີ 2016, ເຊິ່ງບັນດາໄອຍະການລັດຖະບານກາງເວົ້າວ່າ ທ່ານ ທຣຳ ເປັນຜູ້ອອກ
ຄຳສັ່ງ.

ພັກ​ເດ​ໂມ​ແຄ​ຣັດ ໄດ້​ໂຕ້​ຖຽງ​ວ່າ​ ເງິນ​ທີ່​ເອົາໄປ​ຈ່າຍ ​ແມ່ນ ​ໄດ້​ມາ​ຈາກ​ການ​ປະ​ກອບ​
ສ່ວນ ໃນການໂຄສະນາຫາສຽງ ທີ່ວ່າຢູ່ເໜືອຂີດຈຳກັດຂອງກົດໝາຍ ແລະ ບໍ່ໄດ້ຖືກ
ເປີດເຜີຍ ໂດຍການໂຄສະນາຫາສຽງຂອງທ່ານ ທຣຳ ຢ່າງຖືກຕ້ອງ. ບັນດາສະມາຊິກ
ສະພາສັງກັດພັກເດໂມແຄຮັດກ່າວວ່າ ການລະເມີດກົດໝາຍການໂຄສະນາຫາສຽງ
ຈະເປັນການກະທຳຜິດທີ່ສາມາດນຳໄປສູ່ການຟ້ອງຮ້ອງໄດ້, ເຖິງແມ່ນວ່າບັນດາຜູ້ນຳ
ອາວຸໂສຂອງພັກ ຈະສົງໄສວ່າ ມັນແມ່ນຄວາມຜິດທີ່ຮ້າຍແຮງພໍ ເພື່ອອະນຸຍາດໃຫ້ມີ
ການຮັບຟັງຄຳໃຫ້ການ ເພື່ອຕັ້ງຂໍ້ຫາ ໃນການຟ້ອງຮ້ອງທາງການເມືອງ ຫຼືບໍ່.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່ ຣອຍ​ເຕີ ວ່າ​ ການ​ຈ່າຍ​ເງິນ​ດັ່ງ​ກ່າວ ບໍ່​ແມ່ນ​ເງິນ​ປະ​ກອບ​ສ່ວນ
ສຳລັບການໂຄສະນາຫາສຽງ ແລະ ວ່າ “ມັນບໍ່ໄດ້ມີການລ່ວງລະເມີດ ອີງຕາມສິ່ງທີ່
ພວກເຮົາໄດ້ເຮັດ.”

ການ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ ຈະ​ຮຽກ​ຮ້ອງ​ການ​ຮັບ​ຮອງ​ ໂດຍ​ສຽງ​ສ່ວນຫຼາຍ​ ໃນ​ສະ​ພາ
ຕ່ຳ, ເຊິ່ງພັກເດໂມແຄຣັດຈະເຂົ້າຄວບຄຸມໃນເດືອນໜ້າ, ຫຼັງຈາກນັ້ນກໍຈະແມ່ນ 2
ສ່ວນ 3 ຂອງສຽງສ່ວນຫຼາຍໃນສະພາສູງ ທີ່ນຳໜ້າໂດຍພັກຣີພັບບລີກັນ.

U.S. President Donald Trump has told Reuters he is "not concerned" about the prospect of being impeached.

In an article published Tuesday based on an exclusive interview with the president, Reuters quoted Trump as saying, "It's hard to impeach somebody who hasn't done anything wrong and who's created the greatest economy in the history of our country."

Opposition Democrats have raised the issue in connection with payments made by Trump's lawyer, Michael Cohen, to two women ahead of the 2016 election, which federal prosecutors say Trump ordered.

The Democrats argue the payments amount to campaign contributions that were far above legal limits and were not properly disclosed by the Trump campaign. Democratic lawmakers say such a campaign law violation would be an impeachable offense, though senior party leaders have questioned whether it is a serious enough crime to warrant politically charges impeachment hearings.

Trump told Reuters the payments were not a campaign contribution and that "there was no violation based on what we did."

Impeachment proceedings would require approval by a simple majority in the House of Representatives, which Democrats will control next month, then by a two-thirds majority in the Republican-led Senate.

XS
SM
MD
LG