ທ່ານ ດໍໂນລ ທຣຳ ໄດ້ຈັດການຊຸມຊຸມທີ່ປະກອບມີການໃຊ້ຄຳເວົ້າທີ່ຫຍາບຄາຍ ແລະ ແບ່ງແຍກເຊື້ອຊາດຜິວພັນຢູ່ສະໜາມກິລາ Madison Square Garden ຂອງນະຄອນ ນິວຢອກ ໃນວັນອາທິດວານນີ້, ເຮັດໃຫ້ສິ່ງທີ່ການໂຄສະນາຫາສຽງຂອງທ່ານເອີ້ນວ່າ ເຫດການທີ່ທ່ານຈະຕ້ອງກ່າວຄຳອຳລາລາຍການ ກາຍເປັນການອະທິບາຍທີ່ເຮັດໃຫ້ບັນດາຜູ້ວິພາກວິຈານທ່ານບໍ່ພໍໃຈ.
ດ້ວຍເວລາພຽງອາທິດກວ່າກໍຈະຮອດວັນເລືອກຕັ້ງນັ້ນ, ບັນດາຜູ້ຂຶ້ນກ່າວຄຳປາໄສໄດ້ຈັດໃຫ້ເກາະ ເປີໂຕ ຣີໂກ “ເປັນເກາະຂີ້ເຫຍື້ອລອຍນ້ຳ,” ເອີ້ນຮອງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານນາງ ຄາມາລາ ແຮຣິສ ວ່າ “ຜີສາດມານຮ້າຍ,” ແລະ ໄດ້ກ່າວວ່າຜູ້ຍິງທີ່ກຳລັງພະຍາຍາມຈະກາຍເປັນປະທານາທິບໍດີແມ່ຍິງ ແລະ ແມ່ຍິງຜິວດຳຄົນທຳອິດນັ້ນ ໄດ້ເລີ່ມອາຊີບຂອງລາວເປັນໂສເພນີມາກ່ອນ.
ທ້າວ ໂທນີ ຮິນຈຄລິຟ, ນັກຢືນເວົ້າຕະຫຼົກ, ເຊິ່ງການຂຶ້ນເວົ້າຂອງລາວຍັງລວມມີຄຳເວົ້າລາມົກ ແລະ ການຈຳແນກເຊື້ອຊາດຜິວພັນ ກ່ຽວກັບ ຊາວ ອາເມຣິກາລາຕິນ, ຊາວຢິວ ແລະ ຄົນຜິວດຳ, ລັດຖະທຳມະນູນທີ່ສຳຄັນທັງໝົດ ໃນການເລືອກຕັ້ງທີ່ຍັງເຫຼືອອີກ 9 ວັນນັ້ນ ໄດ້ກ່າວວ່າ “ຂ້ອຍບໍ່ຮູ້ວ່າ ພວກເຈົ້າຮູ້ສິ່ງນີ້ຫຼືບໍ່, ແທ້ຈິງແລ້ວ ມັນເກາະຂີ້ເຫຍື້ອລອຍນ້ຳຢູ່ກາງມະຫາສະໝຸດໃນເວລານີ້. ຂ້ອຍຄິດວ່າມັນເອີ້ນວ່າ ເກາະ ເປີໂຕ ຣີໂກ.”
ຄຳເວົ້າຕະຫຼົກຂອງລາວຖືກຕຳໜິວິຈານໂດຍການໂຄສະນາຫາສຽງຂອງທ່ານນາງ ແຮຣິສ ໃນທັນທີ ໃນຂະນະທີ່ເຂົາເຈົ້າແຂ່ງຂັນກັບທ່ານ ທຣຳ ເພື່ອໃຫ້ໄດ້ຊະນະຊຸມຊົນຊາວ ເປີໂຕ ຣີໂກ ໃນລັດ ເພັນຊິລເວເນຍ ແລະ ລັດທີ່ມີການແຂ່ງຂັນສູສີກັນອື່ນໆ. ດາລານັກຮ້ອງຊາວ ເປີໂຕ ຣີໂກ ທ້າວ ແບດ ບັນນີ ໄດ້ສະໜັບສະໜູນທ່ານນາງ ແຮຣິສ ບໍ່ດົນຫລັງຈາກການປາກົດຕົວຂອງທ້າວ ຮິນຈຄລິຟ.
ການໂຄສະນາຫາສຽງທີ່ມັກເວົ້າໂວຍວາຍເປັນປົກກະຕິຂອງທ່ານ ທຣຳ ໄດ້ຖອຍຕົນເອງອອກຈາກທ້າວ ຮິນຈຄລິຟ ແບບບໍ່ຄ່ອຍມີມາກ່ອນ. ທີ່ປຶກສາອາວຸໂສ ທ່ານ ແດນຽລ ອາລວາເຣສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຄຳເວົ້າຕະຫຼົກນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ທັດສະນະຄະຕິຂອງປະທານາທິບໍດີ ທຣຳ ຫຼື ການໂຄສະນາຫາສຽງ.”
ແຕ່ຜູ້ກ່າວຄຳປາໄສອື່ນໆກໍໄດ້ໃຫ້ຄຳເຫັນທີ່ຍຸແຍ່ໃຫ້ໂມໂຫເຊັ່ນກັນ. ເພື່ອນສະໄໝຍັງນ້ອຍຂອງທ່ານ ທຣຳ, ທ່ານ ເດວິດ ເຣັມ ໄດ້ອ້າງທ່ານນາງ ແຮຣິສ ດັ່ງກັບ “ຜູ້ບໍ່ເຊື່ອໃນພະເຍຊູ” ແລະ “ເປັນຜີສາດມານຮ້າຍ.” ນັກທຸລະກິດ ທ່ານ ແກຣ້ນ ຄາດອນ ໄດ້ກ່າວຕໍ່ຝູງຄົນວ່າ ທ່ານນາງ ແຮຣິສ “ແລະຜູ້ເບິ່ງແຍງພວກແມງດາ ຈະທຳລາຍປະເທດຂອງພວກເຮົາ.”
ອ່ານຂ່າວນີ້ເປັນພາສາອັງກິດ
Donald Trump hosted a rally featuring crude and racist insults at New York’s Madison Square Garden Sunday, turning what his campaign had dubbed as the event where he would deliver his closing message into an illustration of what turns off his critics.
With just over a week before Election Day, speakers labeled Puerto Rico a “floating island of garbage,” called Democratic Vice President Kamala Harris “the devil,” and said the woman vying to become the first woman and Black woman president had begun her career as a prostitute.
“I don’t know if you guys know this, but there’s literally a floating island of garbage in the middle of the ocean right now. I think it’s called Puerto Rico,” said Tony Hinchcliffe, a stand-up comic whose set also included lewd and racist comments about Latinos, Jews and Black people, all key constituencies in the election just nine days away.
His joke was immediately criticized by Harris’ campaign as it competes with Trump to win over Puerto Rican communities in Pennsylvania and other swing states. Puerto Rican music superstar Bad Bunny backed Harris shortly after Hinchcliffe’s appearance.
The normally pugnacious Trump campaign took the rare step of distancing itself from Hinchcliffe. “This joke does not reflect the views of President Trump or the campaign,” senior adviser Danielle Alvarez said in a statement.
But other speakers also made incendiary comments. Trump’s childhood friend David Rem referred to Harris as “the Antichrist” and “the devil.” Businessman Grant Cardone told the crowd that Harris ”and her pimp handlers will destroy our country.”
ຟໍຣັມສະແດງຄວາມຄິດເຫັນ