ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ໄດ້ປຽບທ່ານ ໄບເດັນໃນເລື້ອງເສດຖະກິດ ທີ່ກໍາລັງຖອຍຫລັງລົງຢູ່ນີ້


ພາບຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສຢູ່ເມືອງ Wilmington, ລັດເດລາເວໃນວັນທີ 12 ມີນາ, 2020 (ຊ້າຍ) ແລະປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສຢູ່ທໍານຽບຂາວ ໃນວັນທີ 5 ເມສາ, 2020
ພາບຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສຢູ່ເມືອງ Wilmington, ລັດເດລາເວໃນວັນທີ 12 ມີນາ, 2020 (ຊ້າຍ) ແລະປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສຢູ່ທໍານຽບຂາວ ໃນວັນທີ 5 ເມສາ, 2020

ໃນຂະນະທີ່ອະດີດຮອງປະທານາທິບໍດີໂຈ ໄບເດັນ ມີຄະແນນນຳໜ້າສະໝ່ຳສະເໝີ 6 ຫາ 7 ເປີເຊັນ ຕໍ່ປະທານາທິບໍດີດໍໂນລ ທຣຳ ໃນການຢັ່ງຫາງສຽງປະ ຊາຊົນໃນທົ່ວປະເທດ ແຕ່ທ່ານທຣຳ ກໍມີຂໍ້ໄດ້ປຽບຢ່າງຈະແຈ້ງຢູ່ຂໍ້ນຶ່ງຕໍ່ທ່ານໄບເດັນ ຄືໃນຄຳຖາມທີ່ວ່າ ບຸກຄົນໃດທີ່ຜູ້ມີສິດປ່ອນບັດເຊື່ອວ່າເໝາະສົມດີທີ່ສຸດທີ່ຈັດການໃນເລື້ອງເສດຖະກິດທີ່ພວມມີບັນຫາ.

ການຢັ່ງຫາງສຽງຂອງ CNN ໃນກາງເດືອນສິງຫາຜ່ານມານີ້ ສະແດງໃຫ້ເຫັນວ່າ 53 ເປີເຊັນຂອງຜູ້ມີສິດປ່ອນບັດເຊື່ອວ່າ ທ່ານທຣຳຊຶ່ງຄັ້ງນຶ່ງເຄີຍເປັນນັກທຸລະກິດຜູ້ມີອິດທິພົນດ້ານອະສັງຫາລິມມະຊັບທີ່ນະຄອນນິວຢອກແມ່ນຜູ້ສະໝັກທີ່ໄດ້ຮັບຄວາມໄວ້ວາງໃຈຫຼາຍກວ່າໃນຈັດການກັບບັນຫາເສດຖະກິດ ມີພຽງແຕ່ 45 ເປີເຊັນໃນການສໍາຫຼວດທີ່ເຫັນພ້ອມກັບທ່ານໄບເດັນ. ແມ່ນກະທັງແຕໍ່ຂໍ້ໄດ້ປຽບທີ່ວ່ານັ້ນກໍເລີ້ມທີ່ຈະໝົດໄປ. ໃນໄລຍະສອງອາທິດຕໍ່ມາ ການຢັ່ງຫາງສຽງດຽວກັນນີ້ພົບວ່າທ່ານທຣຳແມ່ນໄດ້ປຽບດ້ວຍຄະແນນສຽງໃກ້ຄຽງກັນຫຼາຍທີ່ສຸດ ຄື 49 ຕໍ່ 48 ເປີເຊັນ. ສ່ວນການຢັ່ງຫາງສຽງອື່ນໆ ສະແດງໃຫ້ເຫັນວ່າ ມີຄະແນນນຳໜ້າພຽງເລັກນ້ອຍທີ່ຄ້າຍຄືກັນ. ໃນຕົ້ນເດືອນກັນຍານີ້ການຢັ່ງຫາງສຽງຂອງໂທລະພາບ CBS ແລະມະຫາວິທະຍາໄລ Quinnipiac ສະແດງໃຫ້ເຫັນວ່າ ເກືອບມີຄະແນນສຽງເທົ່າກັນ ໃນຄວາມເຊື່ອໝັ້ນຂອງຜູ້ມີສິດປ່ອນບັດ ກ່ຽວກັບວ່າບຸກຄົນໃດທີ່ຈະຮັບມືກັບເສດຖະກິດໄດ້ດີກວ່າກັນ.

ພວກນັກວິເຄາະກ່າວວ່າ ເຫດຜົນໃນການປ່ຽນແປງແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ແຕ່ການປ່ຽນແປງຈຳນວນນຶ່ງແມ່ນມີທ່າທາງວ່າພົວພັນກັບການທີ່ທ່ານໄບເດັນໄດ້ເອົາທ່າທີທີ່ແຂງຂັນຂຶ້ນກວ່າເກົ່າໃນການທ້າທາຍກ່ຽວກັບການຮັບມືທາງດ້ານເສດຖະກິດທີ່ໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນາຂອງປະທານາທິບໍດີ.

ໃນຂະນະທີ່ທ່ານທຣຳກ່າວອ້າງວ່າ ອັດຕາຄົນຫວ່າງງານ 8.4 ເປີເຊັນໃນເດືອນສິງຫາ ແມ່ນ “ດິີກວ່າທີ່ຄາດຄິດໄວ້ຢ່າງຫຼວງຫຼາຍ” ແລະຫລຸດລົງ ຈາກ 14.7 ເປີເຊັນ ໃນເດືອນເມສາ ແລະ 10.2 ເປີເຊັນ ໃນເດືອນກໍລະກົດ ແຕ່ແນວໃດກໍຕາມ ສະຫະລັດແມ່ນໄດ້ຮັບຜົນກະທົບທາງດ້ານເສດຖະກິດ ໜັກເປັນປະຫວັດການ ຄືມີປະຊາຊົນເກືອບ 14 ລ້ານຄົນ ບໍ່ມີວຽກມີການເຮັດ.

ທ່ານໄບເດັນໄດ້ກ່າວຢູ່ໃນຄຳປາໄສຫຼາຍໆຄັ້ງ ເມື່ອອາທິດແລ້ວນີ້ ໂດຍກ່າວຫາປະທານາທິບໍດີທຣຳວ່າ ບໍ່ເອົາຫົວຊາກັບພວກທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກສະພາບເສດຖະກິດ ທີ່ຊັກຊ້າລົງ ຊຶ່ງທ່ານກ່າວວ່າ “ພວກເຮົາທຸກຄົນຮູ້ດີ ມັນບໍ່ຄວນຮ້າຍແຮງເຖິງຂັ້ນນີ້. ມັນບໍ່ຄວນຂີ້ຮ້າຍແບບນີ້ຖ້າປະທານາທິບໍດີເຮັດໜ້າທີ່ຂອງທ່ານ.”

ທ່ານທຣຳແມ່ນກາງຕໍ່ຍຸດທະສາດ ໃນການເຕືອນກ່ຽວກັບໄພພິບັດທີ່ໜ້າຢ້ານຖ້າບຸກຄົນໃດກໍຕາມທີ່ບໍ່ແມ່ນທ່ານເຂົ້າໄປເຮັດວຽກຢູ່ທຳນຽບຂາວ. ໃນການກ່າວຄຳປາໄສຢູ່ບ່ອນໂຮມຊຸມນຸມແລະໃນການສົ່ງທວີດເຕີ້ ທີ່ເປັນໂຕໃຫຍ່ໝົດນັ້ນ ທ່ານ ທຣຳມັກຈະນຳເອົາທ່ານໄບເດັນໄປພົວພັນກັບອົງປະກອບຫົວນິຍົມຊ້າຍຈັດຢູ່ໃນພັກ ໂດຍກ່າວອ້າງວ່າ ການເປັນປະທານາທິບໍດີຂອງທ່ານໄບເດັນ ຈະນຳໄປສູ່ “ລະບອບສັງຄົມນິຍົມ” ແລະຈະພາໃຫ້ເກີດໄພພິບັດທາງດ້ານເສດຖະກິດ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG