ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຄໍາເວົ້າ ຊໍ້າ ໆ ຂອງ ທ່ານ ດໍໂນລ ທຣໍາ ທີ່ວ່າສະຫະລັດຕ້ອງການຄວບຄຸມ ກຣີນແລນດ໌ ເຮັດໃຫ້ເກີດຄວາມກັງວົນ


ຄໍາເວົ້າ ຊໍ້າ ໆ ຂອງ ທ່ານ ດໍໂນລ ທຣໍາ ທີ່ສະຫະລັດຕ້ອງການຄວບຄຸມ ກຣີນແລນດ໌ ເຮັດໃຫ້ເກີດຄວາມກັງວົນ

ກຣີນແລນດ໌ ຊຶ່ງປົກຄຸມໄປດ້ວຍຫິມະແລະຖືກພະຍຸຫິມະພັດຖະລົ່ມກຳລັງປະເຊີນກັບລະດູໜາວຂອງ ອາກຣ໌ຕິກ ແຕ່ສາຍຕາຂອງຄົນທົ່ວໂລກຍັງກຳລັງເບິ່ງມາທີ່ເກາະຫ່າງໄກແຫ່ງນີ້.

ທ່ານ ດໍໂນລ ທຣໍາ ຈູເນຍຣ໌ ລູກຊາຍຂອງປະທານາທິບໍດີສະຫະລັດ ຫາກໍ່ບິນໄປເຖິງ ນູກຄ໌ ນະຄອນຫຼວງ ຊຶ່ງເປັນແຫ່ງທີ່ມີສະເນ່ແຕ່ສະພາບອາກາດທີ່ບໍ່ເພິ່ງປາດຖະໜາ ຊຶ່ງກິນເວລາພຽງບໍ່ພໍເທົ່າໃດຊົ່ວໂມງ. ປະທານາທິບໍດີ ດໍໂນລ ທຣໍາ ກ່າວຊໍ້າອີກທີ່ຫ້ອງການ ໂອວັລ ຂອງທຳນຽບຂາວ ບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກເຂົ້າຮັບຕໍາແໜ່ງປະທານາທິບໍດີ ວ່າ ສະຫະລັດຈຳເປັນຕ້ອງຍຶດຄອງກຣິນແລນດ໌ຈາກ ເດນມາຣກ໌.

ປະທານາທິບໍດີ ດໍໂນລ ທຣໍາກ່າວວ່າ “ ລູກຊາຍແລະຕົວແທນຂອງຂ້ອຍໄປບ່ອນນັ້ນ ເມື່ອສອງອາທິດກ່ອນ ແລະພວກເຂົາມັກພວກເຮົາ. ດັ່ງນັ້ນເຮົາຈະເບິ່ງວ່າ ຈະເກີດຫຍັງຂື້ນ ແຕ່ ກຣີນແລນດ໌ ມີຄວາມຈຳເປັນ ບໍ່ແມ່ນສຳລັບເຮົາມັນຈຳເປັນສຳລັບຄວາມໝັ້ນຄົງລະຫວ່າງປະເທດ."

ກຣີນແລນດ໌ ເປັນສ່ວນນຶ່ງຂອງ ເດັນມາກ ແຕ່ປະຊາກອນ 57,000 ຄົນຂອງເກາະນີ້ ໄດ້ຮັບອຳນາດປົກຄອງຕົນເອງ ໃນລະດັບສູງ. ລັດຖະບານກຣີນ ແລນດ໌ ມີຂໍ້ຄວາມທີ່ລຽບງ່າຍສຳລັບໂລກ.

ທ່ານນາງ ນາຈາ ນາທານິລເສັນ (Naaja Nathanielsen) ລັດຖະມົນຕີກະຊວງຊັບພະຍາກອນແລະຍຸຕິທຳ ຂອງລັດຖະບານ ກຣີນແລນດ໌ ກ່າວວ່າ “ ເຮົາບໍ່ແມ່ນສີນຄ້າແລະພວກເຮົາບໍ່ໄດ້ຂາຍ.”

ທ່ານ ທຣໍາປະຕິເສດທີ່ຈະຕັດຄວາມເປັນໄປໄດ້ທີ່ຈະໃຊ້ການບີບບັງຄັບທາງເສດຖະກິດ ຫຼືການທະຫານເພື່ອຍຶດຄອງກຣີນແລນດ໌. ຄຳເວົ້າຂອງທ່ານ ທຣໍາ ເຮັດໃຫ້ພັນທະມິດໃນ ຢູໂຣບ ຕົກໃຈ, ແຕ່ກຣີນແລນດ໌ ເຫັນຈຸດທີ່ຄ້າຍຄືກັນໃນບາງຢ່າງ ກັບວໍຊິງຕັນ.

ທ່ານນາງ ນາຈາ ນາທານິລເສັນ (Naaja Nathanielsen) ກ່າວອີກວ່າ “ ຫາກທ່ານຕັດຜ່ານຄໍາເວົ້າອອກໄປ ຂ້ອຍຈະໄດ້ຍິນຂໍ້ຄວາມສອງຂໍ້ຈາກສະຫະລັດ. ຂໍ້ຄວາມນຶ່ງຄື ຕ້ອງພິຈາລະນາເຖິງດ້ານຄວາມໝັ້ນຄົງແຫ່ງຊາດ ແລະເຮົາຂ້ອນຂ້າງເຫັນດີກັບຈຸດນັ້ນຂອງສະຫະລັດ. ໃນປະເດັນນັ້ນ ເຮົາພະຍາຍາມສະໜັບສະໜູນເລື່ອງນີ້ມາຫຼາຍປີແລ້ວ ແລະອີກທັດສະນະນຶ່ງຄື ແລະຂໍ້ຄວາມອີກຂໍ້ນຶ່ງ ທີ່ຂ້ອຍໄດ້ຍິນຄືເຮົາຕ້ອງການມີສ່ວນຮ່ວມຫຼາຍຂື້ນ ໃນພາກສ່ວນແຮ່ທາດຂອງກຣີນແລນດ໌ຢ່າງແທ້ຈິງ ແລະເຈົ້າກໍຮູ້, ນັ້ນເປັນການເຂົ້າມາແບບໂອຫັງ ທີ່ປະຕູກໍເປີດຢູ່ແລ້ວ.”

ກຣີນແລນດ໌ ຈະຈັດການເລືອກຕັ້ງຊ້າທີ່ສຸດໃນເດືອນເມສາ. ລັດຖະບານຕ້ອງການໃຫ້ມີການລົງປະຊາມະຕິພ້ອມກັນກ່ຽວກັບການເປັນເອກະລາດຢ່າງເຕັມທີ່ຈາກເດນມາກຣ໌.

ຫຼັງຈາກເດນມາກຣ໌ ຄວບຄຸມມາຫຼາຍສັດຕະວັດ ລົມແຫ່ງການປ່ຽນແປງທາງການເມືອງໃນກຣີນແລນດ໌ ກໍ່ແຮງຂຶ້ນເລື້ອຍ ໆ. ອາຣນາກຄ໌ ນີລເຊນ ບັນນາທິການຝ່າຍຄວາມຄິດຄວາມເຫັນຂອງໜັງສືພິມ Sermitsiaq ກ່າວເປັນພາສາກຣີນແລນດ໌ວ່າ “ດຽວນີ້ມັນມີຄວາມສຳຄັນຫຼາຍກ່ວາຄວາມສຳພັນທີ່ສັບສົນລະຫວ່າງເດນມາກຣ໌ແລະ ກຣີນແລນ. ທັນໃດນັ້ນ ທ່ານ ທຣໍາ ຈູເນຍຣ໌ ກໍ່ມາບ່ອນນີ້ ແລະທຸກຢ່າງກໍ່ລະເບີດຂື້ນ. ຜູ້ຄົນຈຳນວນໜ້ອຍທີ່ມີຄວາມສຸກຢ່າງແທ້ຈິງ ທີ່ ທ່ານທຣໍາ ຈູເນຍຣ໌ ມາ ກຣີນແລນດ໌ ແລະ ຜູ້ຄົນຈຳນວນໜ້ອຍທີ່ບໍ່ພໍໃຈທີ່ລາວມາບ່ອນນີ້.”

ຄວາມຮູ້ສຶກທະວີຄູນຂຶ້ນຈາກສື່ສັງຄົມອອນໄລນ໌ ຜູ້ມີອິດທິພົນທາງ ຢູທູບ ກໍ່ໄດ້ມາ ກຣີນແລນດ໌ ເຊັ່ນກັນ ແຈກເງິນໂດລາສະຫະລັດ ແລະໝວກເບສບອລ ທີ່ມີຂໍ້ຄວາມວ່າ ເຮັດໃຫ້ ກຣີນແລນດ໌ ຍິ່ງໃຫຍ່ຂຶ້ນນອີກຄັ້ງ. ບໍ່ແມ່ນທັງໝົດ

ເບິ່ງຂໍ້ຄວາມທີ່ຮັບອະນຸຍາດຈາກ ‘TikTok / @NEKBOYS’ ຂຽນວ່າ ຍິນດີຕ້ອນຮັບຄວາມສົນໃຈຈາກຊາວກຣີນແລນ ເບິ່ງຄືວ່າຈະແບ່ງແຍກກັນກ່ຽວກັບການແຊກແຊງຂອງທ່ານທຣໍາ.

Aká Grønvold ຊາວນູກຄ໌ ກ່າວເປັນພາສາເດນມາກຣ໌ ວ່າ “ຕອນນີ້ກຣີນແລນດ໌ ໄດ້ຮັບຄວາມສົນໃຈຈາກທົ່ວໂລກຖືເປັນເລື່ອງດີແທ້ ໆ ແລະເຖິງເວລາແລ້ວ ທີ່ ກຣີນແລນດ໌ ຈະໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.”

ຄວາມສົນໃຈດັ່ງກ່າວເບິ່ງຄືວ່າ ຈະຍັງດຳເນີນຕໍ່ໄປ

ຂະນະນີ້ສາຍຕາຂອງຄົນທົ່ວໂລກເລັ່ງໄປທີ່ ກຣີນແລນ ແຕ່ເມື່ອການຖົກຖຽງກັນກ່ຽວກັບອະນາຄົດຂອງເກາະນີ້ ທະວີຄວາມຮຸນແຮງຂຶ້ນ. ປະຊາຊົນໃນເກາະບອກວ່າ ພວກເຂົາເທົ່ານັ້ນ ທີ່ຄວນຕັດສີນໃຈອະນາຄົດຂອງຕົນເອງ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

Ice-bound and scoured by driving blizzards, Greenland is in the grip of the Arctic winter. Yet the eyes of the world are watching this remote island.

The U.S. president’s son, Donald Trump Junior, recently flew into the capital Nuuk – a charm offensive that lasted just a few hours.

Speaking from the Oval Office hours after his inauguration, President Trump repeated his assertion that the U.S. needs to take control of Greenland from Denmark.

President Donald Trump

“My son and representatives went up there two weeks ago and they like us. So, we'll see what happens. But Greenland is necessary. Not for us. It's necessary for international security.”

Greenland is part of Denmark. But the island’s population of 57,000 enjoys a high degree of autonomy. Greenland’s government has a simple message for the world.

Naaja Nathanielsen, Greenlandic Government Minister in English

“We are not a commodity. And we are not for sale.”

Trump has refused to rule out economic or military coercion to take control of Greenland. His comments alarmed European allies. But Greenland sees some common ground with Washington.

Naaja Nathanielsen, Greenlandic Minister for Resources and Justice in English

“If you cut through the rhetoric, I hear two messages from the U.S. One is need to look at the national security aspect, and we quite agree with the U.S. message in that point. We've been trying to advocate for that as well for some years. And the other perspective is, and the other message I hear is, we want to engage more in the Greenlandic mineral sector. And that is really, you know, kicking in an open door.”

Greenland is due to hold elections by April at the latest. The government wants a simultaneous referendum on full independence from Denmark.

After centuries of Danish control, the political winds of change in Greenland are growing stronger, says local journalist Arnaq Nielsen.

Arnaq Nielsen, Opinion Editor at Sermitsiaq Newspaper in Greenlandic

“Now it’s about a lot more than the complicated relationship between Denmark and Greenland. Suddenly Trump Junior is here, and it all explodes. A small number of people here are really happy that Trump Junior came to Greenland. And a small number of people really resent him coming here.”

Feelings amplified by social media. YouTube influencers have also come to Greenland, handing out American dollars and baseball caps.

cf. courtesy ‘TikTok / @NELKBOYS’

welcome the attention. Greenlanders appear divided on Trump’s intervention.

Per Chemnitz, Nuuk Resident male, in Danish

“I think we are in a terrible situation. Our politicians are handling this totally wrong. They have been seduced by something so much bigger than they are able to handle.”

Aká Grønvold, Nuuk Resident male, in Danish

“Right now, Greenland has the attention of the whole world. That is really good and it’s about time that Greenland gets some more attention.”

The eyes of the world are now on Greenland. But as the debate intensifies over the future of the island, its people say only they should decide their own future

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG