ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ໄດ້ປະຕິເສດ ຕໍ່ລາຍງານຂ່າວ ທີ່ວ່າ ທ່ານບໍ່ໄດ້ກະກຽມ ໃນການພົບປະ ກັບຜູ້ນຳ ເກົາຫຼີເໜືອ


ພາກສ່ວນທາງໜ້າຂອງໂຮງແຮມກາແປລລາ ຢູ່ສິງກະໂປ ບ່ອນກອງປະຊຸມສຸດຍອດ ຈະຈັດຂຶ້ນ ລະຫວ່າງ ປ. ທຣໍາ ແລະ ທ່ານກິມ ຜູ້ນຳ ເກົາຫຼີເໜືອ.
ພາກສ່ວນທາງໜ້າຂອງໂຮງແຮມກາແປລລາ ຢູ່ສິງກະໂປ ບ່ອນກອງປະຊຸມສຸດຍອດ ຈະຈັດຂຶ້ນ ລະຫວ່າງ ປ. ທຣໍາ ແລະ ທ່ານກິມ ຜູ້ນຳ ເກົາຫຼີເໜືອ.

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ປ້ອງ​ກັນ ​ການ​ກະກຽມ​ຂອງ​ທ່ານ​ສຳ
ລັບ​ກອງ​ປະຊຸມ​ສຸດ​ຍອດ ​ທີ່ສຳຄັນ ໃນອາທິດ​ໜ້າ​ນີ້ ກັບຜູ້ນຳ ​ເກົາຫຼີ​ເໜືອ ທ່ານ​ກິ​ມ ຈົງ
ອຶນໂດຍກ່າວຕໍ່ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ​ໄດ້​ຕຽມ​ພ້ອມ​ໃນ​ເລື້ອງ
​ນີ້​ມາ​ຕະ​ຫຼອດ​ຊີວິດ​ຂອງ​ຂ້າພະ​ເຈົ້າ.”

ປະທານາທິບໍດີດຳໂນລ ທຣໍາ ເດີນທາງໄປເຖິງກອງປະຊຸມສຸດຍອດ G7 ວັນທີ 8, 2018 ທີ່ປະເທດການາດາ..
ປະທານາທິບໍດີດຳໂນລ ທຣໍາ ເດີນທາງໄປເຖິງກອງປະຊຸມສຸດຍອດ G7 ວັນທີ 8, 2018 ທີ່ປະເທດການາດາ..

ກ່ອນ​ອອກ​ເດີນທາງ​ຈາກ​ນະຄອນຫຼວງ​ວໍຊິງ​ຕັນ ​ໄປຮ່ວມ​ກອງ​ປະຊຸມກຸ່ມ G-7 ​ທີ່ແຂວງ​
ເກ​ເບັກ ປະເທດການາດານັ້ນ ປະທານາທິບໍດີ​ກ່າວ​ວ່າ ທ່​ານ​ໄດ້ເອົາ​ເອກກະສານ “15 ​
ແກັດ” ໄປນຳ ທີ່​ທ່ານ​ຈະ​ທົບ​ທວນ ​ກ່ອນ​ການ​ພົບ​ປະ ​ກັບ​ທ່ານ​ກິມ ຢູ່​ສິງກະໂປ ​ໃນ​ວັນ
​ທີ 12 ​ມິຖຸນາ​ ອາທິດ​ໜ້າ​ນີ້.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ທີ່ທຳນຽບຂາວ ວັນທີ 7 ມິຖຸນາ 2018.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ທີ່ທຳນຽບຂາວ ວັນທີ 7 ມິຖຸນາ 2018.

​ປະທານາທິບໍດີ​ເອງ ໄດ້ພາໃຫ້ມີ​ການ​ສົນທະ​ນາ​ ກ່ຽວ​ກັບການ​ກະກຽມ​ຂອງ​ທ່ານ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ເວລາ​ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວວ່າ ​ເຖິງ​ແມ່ນທ່ານ​ເຊື່ອ​ວ່າ ທ່ານ​ໄດ້​ຕຽມ​ພ້ອມ​ເປັນ​ຢ່າງ​ດີ​ກ່ຽວກັບ​ການສົນທະ​ນາ “ຂ້າພະ​ເຈົ້າ​ບໍ່ຄິດ​ວ່າ ຂ້າພະ​ເຈົ້າ​ບໍ່​ມີ​ຄວາ​ຈຳ​ເປັນ​ຫຍັງ​ຫຼາຍ. ມັນ​ກ່ຽວກັບ​ນິ​ໄສ ມັນ​ກ່ຽວ​ກັບ​ຄວາມ​ພໍ​ໃຈ​ທີ່ຈະ​ເຮັດ​ໃຫ້​ສຳ​ເລັດ.”

ລັດຖະບານ​ປະທານາທິບໍດີ​ທຣໍາ ກຳລັງ​ຊອກ​ຫາ​ຊ່ອງທາງ ເພື່ອເຮັດໃຫ້ແຫລມ ເກົາຫຼີເປັນເຂດປອດອາວຸດ​ນິວ​ເຄລຍ. ​ເພື່ອເປັນ​ການ​ແລກປ່ຽນ ເປັນທີ່ເຊື່ອກັນ ວ່າ ພຽງ​ຢາງ​ຈະຊອກຫາຊ່ອງທາງ ເພື່ອໃຫ້ມີການຫລຸດຜ່ອນການລົງ​ໂທດສາ ກົນຕໍ່ປະເທດດັ່ງກ່າວ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG