ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີດໍໂນລ ທຣໍາ ປະຕິເສດ ບໍ່ຮັບເອົາການຕາໍນິ ໃນການຮັບມື ຂອງ ສຫລ ຕໍ່ການລະບາດ ຂອງໄວຣັສໂຄໂຣນາ


ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ພິທີໃນສວນກຸຫຼາບ
ທຳນຽບຂາວ ວັນສຸກ ວັນທີ 15 ພຶດສະະພາ 2020.
ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ພິທີໃນສວນກຸຫຼາບ ທຳນຽບຂາວ ວັນສຸກ ວັນທີ 15 ພຶດສະະພາ 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເອີ້ນອະດີດປະທານາທິບໍດີ ບາຣັກ
ໂອບາມາ ວ່າ “ປະທານາທິບໍດີທີ່ບໍ່ມີຄວາມສາມາດ” ລຸນຫຼັງການຕຳໜິວິຈານຂອງທ່ານ
ໂອບາມາ ກ່ຽວກັບ ການຮັບມືກັບໂຣກລະບາດໄວຣັສໂຄໂຣ ນາຂອງ ສະຫະລັດ.

ທ່ານ ໂອບາມາ ໄດ້ກ່າວຕໍ່ບັນດານັກສຶກສາທີ່ຮຽນຈົບວິທະຍາໄລ ໃນການກ່າວຄຳປາ
ໄສສົດທາງຄອມພິວເຕີໃນວັນເສົາທີ່ຜ່ານມາວ່າ “ໂຣກລະບາດນີ້ໃນທີ່ສຸດ ກໍໄດ້ສິ່ງທີ່ຢູ່
ເບື້ອງຫຼັງຢ່າງເຕັມທີ່ ໃນຄວາມຄິດທີ່ວ່າຫຼາຍຄົນທີ່ຮັບຜິດຊອບນັ້ນຮູ້ ວ່າເຂົາເຈົ້າກຳລັງ
ເຮັດຫຍັງ.” ທ່ານບໍ່ໄດ້ກ່າວເຖິງຊື່ຂອງຄົນຜູ້ໃດ.

ເມື່ອຖືກຖາມ ກ່ຽວກັບ ຄຳປາໄສໃນວັນອາທິດວານນີ້, ທ່ານ ທຣຳ ໄດ້ກ່າວວ່າ “ລາວ
ແມ່ນປະທານາທິບໍດີທີ່ບໍ່ມີຄວາມສາມາດ, ນັ້ນແມ່ນທັງໝົດທີ່ຂ້າພະເຈົ້າສາມາດເວົ້າ
ໄດ້. ບໍ່ມີຄວາມສາມາດຢ່າງສິ້ນເຊີງ.”

ສະຫະລັດ ໄດ້ກາຍເປັນຈຸດສູນກາງໃນໂລກຂອງໂຣກລະບາດໄວຣັສໂຄໂຣນາ, ໂດຍປະ
ມານ ນຶ່ງລ້ານຫ້າແສນກໍລະນີ ທີ່ໄດ້ຮັບການຢືນຢັນ ແລະ ເສຍຊີວິດ 90,000 ຄົນ. ບັນດາ
ນັກວິຈານໄດ້ກ່າວຫາລັດຖະບານ ກ່ຽວກັບ ການເຮັດໃຫ້ສະຖານະການຮຸນແຮງຂຶ້ນດ້ວຍ
ການເມີນເສີຍກັບຄວາມຮ້າຍແຮງຂອງການລະບາດໃນອາທິດຕົ້ນໆທີ່ສຳຄັນ.

ໃນຕອນເຊົ້າຂອງວັນອາທິດວານນີ້, ເຈົ້າໜ້າທີ່ສາທາລະນະສຸກລະດັບສູງຂອງສະຫະລັດ
ໄດ້ປະຕິເສດການກ່າວຫາທີ່ວ່າ ລັດຖະບານໄດ້ເຮັດໃຫ້ປະຊາຊົນຂອງເຂົາເຈົ້າຜິດຫວັງ.

ລັດຖະມົນຕີສາທາລະນະສຸກ ແລະ ການບໍລິການມະນຸດ ທ່ານ ອາເລັກສ໌ ອາຊາ ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ມັນອາດຈະຮ້າຍແຮງກວ່ານີ້ຫຼາຍ.” ທ່ານໄດ້ ກ່າວວ່າ ສະຫະລັດ
ໃນສອງເດືອນທີ່ຜ່ານມາ “ສາມາດທີ່ຈະເຮັດໃຫ້ຕົວເລກຂອງກໍລະນີໄວຮັສໂຄໂຣນາຊ້າລົງ
ເພື່ອທີ່ຈະໃຫ້ບັນດາພະນັກງານປິ່ນປົວສຸຂະພາບມີໂອກາດທີ່ຈະຮັບມືກັບຄົນໄຂ້ຈຳນວນ
ຖ້ວມລົ້ນທີ່ຕ້ອງການ ການປິ່ນປົວ.

ທ່ານ ທຣຳ ໄດ້ຂຽນໃນທວິດເຕີວ່າ “ເຮັດໄດ້ດີຫຼາຍ, ໃນທາງການແພດ, ກ່ຽວກັບການແກ້
ໄຂສະຖານະການໄວຣັສໂຄໂຣນາ. ມັນຈະເກີດຂຶ້ນຢ່າງແນ່ນອນ.”

ໃນການເດີນທາງກັບຈາກການຢ້ຽມຢາມ Camp David ເຊິ່ງແມ່ນບ່ອນພັກຜ່ອນຂອງປະທານາທິບໍດີຕັ້ງຢູ່ນອກນະຄອນຫຼວງ ວໍຊິງຕັນ ນັ້ນ,​ ທ່ານ ທຣຳ ໄດ້ປະກາດວ່າ “ພວກ
ເຮົາໄດ້ທຳການປະຊຸມທີ່ດີເລີດຫຼາຍຄັ້ງ. ມີຄວາມກ້າວໜ້າທີ່ດີຫຼາຍໃນພາກສ່ວນຕ່າງໆ
ລວມທັງການຄົ້ນຫາຢາປິ່ນປົວສຳລັບໂຣກທີ່ໂຫດຮ້າຍ ທີ່ໄດ້ລະບາດໃນປະເທດເຮົາ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG