ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ປ່ຽນແປງ ນະໂຍບາຍ ຕໍ່ຄິວບາ ໂດຍຕ້ອງຕິ ລະບອບການປົກຄອງຄາສໂຕຣ


Trump Recasts Cuba Policy, Slams Castro
please wait

No media source currently available

0:00 0:02:48 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ດໍໂນລ ທຣຳ ໃນວັນຈັນທີ່ຜ່ານມາ ໄດ້ປະກາດ ຕ່າວ​ປີ້ນ ການ​ເອົາ​ມາດ
ຕະການຂອງປະທານາທິບໍດີຄົນກ່ອນສ່ວນໜຶ່ງ ທີ່ມີຈຸດປະສົງແນໃສ່ເພື່ອຟື້ນຟູສາຍພົວ
ພັນກັບປະເທດຄິວບາ ໃຫ້ເປັນປົກກະຕິ ຫຼັງຈາກຖືກສະຫະລັດ ໂດດດ່ຽວມາເປັນເວລາ
ດົນກວ່າເຄິ່ງສັດຕະວັດ. ແຕ່ດັ່ງທີ່ນັກຂ່າວຂອງວີໂອເອ Bill Gallo ລາຍງານນັ້ນ, ການເຄື່ອນໄຫວດັ່ງກ່າວແມ່ນຮ້າຍແຮງນ້ອຍກວ່າທີ່ຫລາຍຄົນໄດ້ຄາດເອົາໄວ້. ອັນດັບຕໍ່ໄປ
ພຸດທະສອນຈະນຳລາຍລະອຽດມາສະເໜີທ່ານ.

ມັນເປັນການຕ່າວ​ປີ້ນກັບ​ຄືນໄປສູ່ສະພາບກ່ອນ​ໜ້ານີ້ ເຊິ່ງ​ເປັນ ຍຸກສະໄໝທີ່ມີການໂຕ້
ແຍ້ງກັນ ໃນສາຍພົວພັນລະຫວ່າງ ສະຫະລັດ ແລະ ຄິວບາ.

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຕອນນີ້ ຂ້າພະເຈົ້າແມ່ນປະທາ
ນາທິບໍດີຂອງພວກທ່ານ, ອາເມຣິກາ ຈະເປີດ ໂປງການກໍ່ອາຊະຍາກຳຕ່າງໆຂອງລະ
ບອບການປົກຄອງ Castro ແລະຢືນຄຽງຂ້າງປະຊາຊົນ ຄິວບາ ໃນການຕໍ່ສູ້ເພື່ອໃຫ້
ໄດ້ມາເຊິ່ງສິດເສລີພາບຂອງພວກເຂົາເຈົ້າ.”

ໃນລະຫວ່າງການກ່າວຄຳປາໄສຂອງທ່ານ ໃນຄຸ້ມ Little Havana ຂອງນະຄອນ
Miami ນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ໃຫ້ ການສະໜັບສະໜູນຂອງທ່ານ ໃນ
ມາດຕະການ ການລົງໂທດຂອງສະຫະລັດ ຕໍ່ຄິວບາ ອີກຄັ້ງໜຶ່ງ, ດ້ວຍການຢຸດ ການ
ມີສາຍພົວພັນແບບເປັນປົກກະຕິ ທີ່ມີມາໄດ້ສອງປີ ລະຫວ່າງ ທັງສອງປະເທດ.

ທ່ານ ດໍໂນລ ທຣຳ ກ່າວວ່າ “ພວກເຮົາຈະບໍ່ຍົກເລີກ ມາດຕະການ ການລົງໂທດຕໍ່ລະ
ບອບການປົກຄອງ ຄິວບາ ຈົນກວ່ານັກໂທດການ ເມືອງໝົດທຸກຄົນຈະຖືກປ່ອຍຕົວ,
ມີການເຄົາລົບຕໍ່ສິດເສລີພາບ ໃນການໂຮມຊຸມນຸມ ແລະ ການສະແດງຄວາມຄິດເຫັນ,
ທຸກໆພັກການ ເມືອງສາມາດສ້າງຕັ້ງໄດ້ຢ່າງຖືກຕ້ອງຕາມກົດໝາຍ, ມີການເລືອກຕັ້ງ
ທີ່ເສລີ ແລະ ໄດ້ຮັບການຊີ້ນຳຈາກສາກົນ.”

ແຕ່ເຖິງແມ່ນທ່ານ ທຣຳ ຈະອ້າງວ່າ “ໄດ້ຍົກເລີກ” ສິ່ງທີ່ທ່ານເອີ້ນວ່າ “ຂໍ້ຕົກລົງຝ່າຍ
ດຽວກັບ ຄິວບາ ຢ່າງສິ້ນເຊີງ”
ຂອງລັດຖະບານທ່ານ ໂອບາມາ ກໍຕາມ, ແຕ່ທີ່ຈິງແລ້ວ
ມັນບໍ່ຮ້າຍແຮງເຖິງຂັ້ນນັ້ນ.

ແງ່ມຸມທີ່ສຳຄັນໃນນະໂຍບາຍ ຄິວບາ ຂອງທ່ານ ບາຣັກ ໂອບາມາ ແມ່ນຍັງຄົງມີຢູ່ຄື
ເກົ່າ.

ສາຍພົວພັນທາງການທູດຈະບໍ່ຖືກຕັດ. ສະຖານທູດໃນນະຄອນຫຼວງ ຮາວານາ ແລະ
ວໍຊິງຕັນ ຈະເປີດຢູ່ຄືເກົ່າ.

ແລະ ​ເຖິງ​ວ່າ​ໄດ້ມີການຫ້າມຄັ້ງໃໝ່ ກ່ຽວກັບການທ່ອງທ່ຽວສະຫະລັດ ແລະ ທຸລະກິດ
ຕ່າງໆ ທີ່ຢາກໄປລົງທຶນໃນ ຄິວບາ ກໍຕາມ ແຕ່ການ ເຄື່ອນໄຫວເຫລົ່ານັ້ນ ກໍບໍ່ໄດ້ຮ້າຍ
ແຮງດັ່ງທີ່ບາງຄົນໄດ້ຄາດຄິດໄວ້.

ທ່ານ William Leogrande ຈາກມະຫາວິທະຍາໄລ ອາເມຣິກັນ ໄດ້ກ່າວວ່າ “ເຖິງ
ແມ່ນວ່າ ການເດີນທາງໄດ້ຖືກຈຳກັດ, ແຕ່ມັນກໍບໍ່ໄດ້ຖືກຫ້າມ ແລະ ເຖິງແມ່ນວ່າ ໄດ້
ມີການຈຳກັດ ໃນການເຮັດທຸລະກິດ ກັບບາງບໍລິສັດຂອງ ຄິວບາ ກໍຈິງ, ແຕ່ມັນກໍບໍ່ໄດ້
ຖືກຫ້າມເຊັ່ນກັນ.”

ທ່ານ William Leogrande ນັກວິຊາການ ກ່ຽວກັບ ສາຍພົວພັນລະຫວ່າງ ສະຫະລັດ
ກັບ ຄິວບາ ໄດ້ເຕືອນວ່າ ການກະທຳຂອງທ່ານ ທຣຳ ອາດຈະເຮັດໃຫ້ທ່ານບໍ່ສາມາດ
ບັນລຸເປົ້າໝາຍຂອງທ່ານກ່ຽວກັບ ການປັບປຸງສະຖານະພາບດ້ານສິດທິມະນຸດໄດ້.

ທ່ານ Leogrande ກ່າວວ່າ “ເມື່ອມີສາຍພົວບໍ່ດີ, ປະຊາຊົນ ຄິວບາ ຈະຄັດຄ້ານດ້ວຍ
ຈິດໃຈທີ່ຂ້ອນຂ້າງຈະບໍ່ປົກກະຕິ ແລະຜົນທີ່ອອກມາໂດຍສະເພາະແລ້ວກໍແມ່ນວ່າ
ພວກເຂົາເຈົ້າຈະຈຳກັດເນື້ອທີ່ທາງການ ເມືອງທີ່ມີໃຫ້ແກ່ຜູ້ຕ້ອງຕິ ຜູ້ຄັດຄ້ານ ແລະ
ຜູ້ບໍ່ເຫັນດ້ວຍ ພາຍໃນປະ ເທດ. ດັ່ງນັ້ນຂ້າພະເຈົ້າຢ້ານວ່ານະໂຍບາຍນີ້ຈະເປັນການ
ຕໍ່ຕ້ານກັນ.”

ທ່ານ Andrew Otazo ກ່າວຜ່ານທາງ Skype ວ່າ ອີກຄວາມເສຍ ຫາຍດ້ານໜຶ່ງອາດ
ເປັນຜູ້ເຮັດທຸລະກິດຊາວ ຄິວບາ, ຜູ້ທີ່ໄດ້ເລີ່ມປະ ສົບຄວາມສຳເລັດ ໃນຂະນະທີ່ນັກ
ທ່ອງທ່ຽວ ສະຫະລັດ ໄດ້ລັ່ງໄຫຼໄປ ປະເທດເກາະທີ່ວ່ານີ້.

ທ່ານ Otazo ຈາກກຸ່ມການສຶກສາ ກ່ຽວກັບ ຄິວບາ ກ່າວວ່າ “ຖ້າເຈົ້າຈຳກັດຄວາມສາ
ມາດເດີນທາງໄປ ຄິວບາ ຂອງປະຊາຊົນ ອາເມຣິກັນ, ເຈົ້າກໍຈະໄດ້ຮັບຜົນກະທົບ ຕໍ່
ພາກສ່ວນທີ່ກ່ຽວຂ້ອງໂດຍກົງ ເຊິ່ງເຈົ້າຂອງທຸກລະກິດສ່ວນຕົວສ່ວນໃຫຍ່ ແມ່ນໄດ້
ພົວພັນກັບ ຄິວບາ.”

ນະໂຍບາຍ ຄິວບາ ຂອງທ່ານ ທຣຳ ໄດ້ຖືກຮ່າງຂຶ້ນສ່ວນໃຫຍ່​ແລ້ວ​ແມ່ນໂດຍສະມາ
ຊິກສະພາຫົວອະນຸລັກນິຍົມຄື ສະມາຊິກສະພາສູງ Marco Rubio ແລະ ສະມາຊິກ
ສະພາຕ່ຳ Mario Diaz-Balart.

ທ່ານ Mario Diaz Balart ສະມາຊິກພັກຣີພັບບລີກັນ ຈາກລັດຟລໍ ຣິດາ ກ່າວວ່າ
“ຂອບໃຈ, ປະທານາທິບໍດີ ທຣຳ, ທີ່​ທ່ານ​ຍັງຮັກສາຄຳໝັ້ນສັນຍາຂອງທ່ານ. ທ່ານບໍ່
ໄດ້ທໍລະຍົດຕໍ່ພວກເຮົາ.”

ຄຳສັນຍາໄດ້ຖືກຮັກສາໄວ້ກັບປະຊາຊົນ ອາເມຣິກັນ ເຊື້ອສາຍ ຄິວບາ ຂອງລັດຟລໍຣິ
ດາ, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມຂອງຜູ້ລົງຄະແນນສຽງ ທີ່ມີຄວາມສຳຄັນທີ່ສຸດຂອງ
ທ່ານ ທຣຳ.


President Donald Trump on Friday announced a partial rollback of his predecessor's actions that were meant to normalize relations with Cuba following more than a half-century of isolation by the United States. But as VOA's Bill Gallo reports, the move was less drastic than many expected.


It was a throwback to an earlier, more contentious era in US-Cuba relations.

((DONALD TRUMP, US PRESIDENT))
"Now that I am your president, America will expose the crimes of the Castro regime and stand with the Cuban people in their struggle for freedom."

During his speech in Miami's Little Havana, President Donald Trump renewed his support for U.S. sanctions on Cuba, effectively freezing the two-year-old normalization of ties between the two countries.

((PRESIDENT DONALD TRUMP))
"We will not lift sanctions on the Cuban regime until all political prisoners are freed, freedoms of assembly and expression are respected, all political parties are legalized, and free and internationally-supervised elections."

But although Trump claimed to be "canceling" what he called the Obama administration's "completely one-sided deal with Cuba," it was actually much less than that.

Key aspects of Barack Obama's Cuba policies will remain.

Diplomatic ties will not be severed. Embassies in Havana and Washington will stay open.

And though there are fresh restrictions on U.S. tourists and businesses that want to invest in Cuba, even those moves are not as severe as some had expected.

((WILLIAM LEOGRANDE, AMERICAN UNIVERSITY))
"Although travel is restricted, it's not prohibited, and although business is restricted to some Cuban enterprises, it's not prohibited either."

William LeoGrande, a scholar of U.S.-Cuba relations, warns Trump's actions may not accomplish his stated goal of improving human rights conditions.

((WILLIAM LEOGRANDE, AMERICAN UNIVERSITY))
"When relations have been bad, the Cubans have really hunkered down with a sort of siege mentality, and the result has typically been that they restrict the political space available for internal critics and opponents and dissidents. So I'm afraid this policy is going to be counterproductive."

Another casualty could be Cuban business people, who had begun to thrive as U.S. tourists flocked to the island, says Andrew Otazo, speaking via Skype.

((Mandatory CG: SKYPE))
((ANDREW OTAZO, CUBA STUDY GROUP))
"If you restrict the ability of American citizens to travel to Cuba you're going to directly impact the sector in which individual private business owners are most involved in Cuba."

Trump's Cuba policy was crafted in large part by two conservative lawmakers, Senator Marco Rubio and Congressman Mario Diaz-Balart.

((REP. MARIO DIAZ-BALART, (R) FLORIDA))
"Thank you, President Trump, for keeping your commitments. You have not betrayed us."

A promise kept to Florida's Cuban-Americans, one of Trump's most important constituencies.

XS
SM
MD
LG