ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ມີຄວາມສົງໄສ ກ່ຽວກັບ ໄຫວພິບດ້ານຄວາມຄິດ ຂອງທ່ານ ໄບເດັນ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ສວນກຸຫຼາບ, ທຳນຽບຂາວ. 14 ກໍລະກົດ, 2020. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ສວນກຸຫຼາບ, ທຳນຽບຂາວ. 14 ກໍລະກົດ, 2020. (AP Photo/Evan Vucci)

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນມີຄວາມສົງໄສ ກ່ຽວກັບ ໄຫວພິບທາງດ້ານຄວາມຄິດຂອງຄູ່ແຂ່ງຂັນຂອງທ່ານ ໃນການເລືອກຕັ້ງເດືອນພະຈິກນີ້ຄືອະດີດຮອງປະທານາທິບໍ ດີ ໂຈ ໄບເດັນ, ໂດຍໂຕ້ແຍ້ງວ່າທ່ານ “ບໍ່ມີຄວາມສາມາດທີ່ຈະເປັນປະທານາທິບໍດີ.”

ທ່ານ ທຣຳ, ໄດ້ການກ່າວໂຈມຕີໃນການສຳພາດທີ່ອອກອາກາດຢູ່ລາຍການ Fox News Sunday ວ່າ “ທ່ານ ໄບເດັນ ແຕ່ງສອງປະໂຫຍກເຂົ້າກັນຍັງບໍ່ເປັນ.”

ທ່ານ ທຣຳ ໄດ້ໂຕ້ແຍ້ງວ່າ “ເຂົາເຈົ້າຕັ້ງລາວຂຶ້ນມາ. ລາວຂຶ້ນໄປ, ລາວເຮັດຊໍ້າແນວເກົ່າ ແລະ ເຂົາເຈົ້າກໍຖາມຄຳຖາມລາວ. ລາວອ່ານໜັງສືຢູ່ໜ້າຈໍ ແລ້ວລະກໍກັບໄປຫ້ອງໃຕ້ດິນຂອງລາວ. ເຈົ້າບອກຂ້ອຍເບິ່ງວ່າຄົນ ອາເມຣິກັນ ຢາກໄດ້ຄົນທີ່ມີອາຍຸສູງປານນັ້ນ ເຊິ່ງພວກເຮົາມີບັນຫາກັບປະ ເທດອື່ນທີ່ກຳລັງພະຍາຍາມສ້າງຄວາມເສຍຫາຍຕໍ່ເຮົາມາເປັນປະທານາທິບໍດີບໍ?”

ການໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ອອກອາກາດໂຄສະນາຈຳນວນຫຼາຍທີ່ສົງໄສ ກ່ຽວກັບ ໄຫວພິບຂອງຄວາມຄິດຂອງທ່ານ ໄບເດັນ ທີ່ມີອາຍຸ 77 ປີ, ຜູ້ທີ່ອາດຈະເປັນປະທານາທິບໍດີ ທີ່ມີອາຍຸແກ່ທີ່ສຸດເທົ່າທີ່ເຄີຍມີມາ ຖ້າທ່ານໄດ້ຊະນະໃນການເລືອກຕັ້ງວັນທີ 3 ພະຈິກນີ້ ແລະ ສາບານຕົວເຂົ້າຮັບຕຳແໜ່ງ ໃນເດືອນມັງກອນໜ້ານັ້ນວ່າ ໄດ້ຫຼຸດຕໍ່າລົງ. ທ່ານ ທຣຳ, ເຊິ່ງມີອາຍຸ 74 ປີ, ໃນເວລານີ້ແມ່ນຜູ້ທີ່ແກ່ທີ່ສຸດໃ.

ທ່ານ ໄບເດັນ ໄດ້ຕອບໂຕ້ຄືນໃນວັນອາທິດວານນີ້, ໂດຍເວົ້າໃນຖະແຫຼງການສະບັບນຶ່ງວ່າ ທ່ານໄດ້ເພັ່ງເລັງໃສ່ໂຣກລະບາດ, ເວົ້າວ່າ “ມັນກາຍກຳນົດມາດົນໂພດແລ້ວສຳລັບປະທານາທິບໍດີ ດໍໂນລ ທຣຳ ທີ່ຈະຟັງຄົນຄົນໃດ ນອກຈາກຕົວລາວເອງໃນວິທີການຕໍ່ສູ້ກັບໄວຣັສ, ເພາະວ່າຫຼັງຈາກຫົກເດືອນລຽນຕິດ ຂອງການບໍລິຫານທີ່ບໍ່ຖືກຕ້ອງທີ່ຮ້າຍແຮງເຖິງຊີວິດນັ້ນ ມັນກຳລັງບໍ່ສາມາດ ຄວບຄຸມໄດ້ຍິ່ງຂຶ້ນກວ່າເກົ່າ.

ທ່ານໄດ້ກ່າວຕື່ມວ່າ “ທ່ານ ປະທານາທິບໍດີ, ການຂາດຄວາມຮູ້ຂອງທ່ານບໍ່ແມ່ນຂໍ້ດີ ຫຼື ສັນຍານຂອງຄວາມແຂງແກ່ນຂອງເຈົ້າ. ມັນໄດ້ກັດເຊະການຕອບໂຕ້ຂອງພວກເຮົາຕໍ່ວິກິດການທີ່ບໍ່ເຄີຍມີມາກ່ອນນີ້ຕະຫຼອດເວລາ.”

ນັກຂ່າວຂອງໂທລະພາບ Fox, ທ້າວ ຄຣິສ ວອລເລສ ໃນການສຳພາດທີ່ໄດ້ ດຳເນີນຂຶ້ນທີ່ທຳນຽບຂາວໃນວັນສຸກແລ້ວນີ້, ໄດ້ຖາມຜູ້ນຳ ສະຫະລັດ ວ່າທ່ານຄິດວ່າທ່ານ ໄບເດັນ ແມ່ນຊະລາແລ້ວຫຼືບໍ່.

ທ່ານ ທຣຳ ຕອບວ່າ “ຂ້ອຍບໍ່ຢາກເວົ້າແນວນັ້ນ. ຂ້ອຍຢາກເວົ້າວ່າ ລາວບໍ່ມີຄວາມສາມາດທີ່ຈະເປັນປະທານາທິບໍດີ. ການເປັນປະທານາທິບໍດີ, ເຈົ້າຕ້ອງແຫຼມຄົມ ແລະ ເຂັ້ມແຂງ ແລະ ມີອື່ນໆອີກຫຼາຍຢ່າງ. ທ່ານ ໂຈ ຮອດບໍ່ຮູ້ ດ້ວຍຊໍ້າວ່າ ລາວມີຊີວິດຢູ່ຫຼືບໍ່, ໂອເຄ? ລາວບໍ່ຮູ້ວ່າລາວມີຊີວິດຢູ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG