ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ອະນຸຍາດໃຫ້ ບັນດານັກລົບເກົ່າ ເຂົ້າຊົມໃຊ້ ອຸດທະຍານແຫ່ງຊາດ ໄດ້ຟຣີ ຕະຫຼອດຊີວິດ


ຝຸງງົວກຳລັງກິນຫຍ້າ ໃນອຸດທະຍານແຫ່ງຊາດ Theodore Roosevelt National Park. ສວນແຫ່ງນີ້ແບ່ງອອກເປັນສາມເຂດ. ເຂດຕອນໃຕ້ ມີເນື້ອທີ່ 46,158 ເອເກີ້ ແລະເຂົ້າຊົມໃຊ້ໄດ້ໃນທາງເຂົ້າເບື້ອງ ເມດໍຣາ ລັດດາໂກຕາເໜືອ. (Matt Haines/VOA)
ຝຸງງົວກຳລັງກິນຫຍ້າ ໃນອຸດທະຍານແຫ່ງຊາດ Theodore Roosevelt National Park. ສວນແຫ່ງນີ້ແບ່ງອອກເປັນສາມເຂດ. ເຂດຕອນໃຕ້ ມີເນື້ອທີ່ 46,158 ເອເກີ້ ແລະເຂົ້າຊົມໃຊ້ໄດ້ໃນທາງເຂົ້າເບື້ອງ ເມດໍຣາ ລັດດາໂກຕາເໜືອ. (Matt Haines/VOA)

ກ່ອນຈະເຖິງວັນນັກລົບເກົ່າ ຫຼື Veterans Day ໃນວັນພຸດມື້ນີ້ ລັດຖະບານທ່ານທຣຳ ໄດ້ປະກາດໃຫ້ພວກນັກລົບເກົ່າ ແລະຄອບຄົວທີ່ໄດ້ສູນເສຍລູກໃນການສູ້ລົບຫຼືຄອບຄົວດາວຄຳທັງໝົດ ສາມາດເຂົ້າໄປຊົມໃຊ້ສວນສາທາລະນະ
ຫຼືອຸດທະຍານແຫ່ງຊາດຂອງສະຫະລັດໄດ້ຕະຫຼອດຊີວິດໂດຍບໍ່ໄດ້ເສຍຄ່າເຂົ້າໃດໆເລີຍ.

ລັດຖະມົນຕີກະຊວງຄຸ້ມຄອງຊັບພະຍາກອນທຳມະຊາດຂອງສະຫະລັດ ທ່ານເດວິດ ແອລ ເບີນຮາດຕ໌ ໄດ້ກ່າວໃນທວິດເຕີ້ວ່າ “ລັດຖະບານທ່ານທຣໍາ ມີຄວາມໝັ້ນໝາຍ ທີ່ຈະໃຫ້ກຽດແກ່ບັນດາຊາວອາເມຣິກັນຜູ້ຮັກຊາດທັງຫຼາຍ ເຊັ່ນພວກຊາຍແລະຍິງ ຜູ້ທີ່ໄດ້ຮັບໃຊ້ປະເທດຊາດ ຢູ່ໃນບັນດາເຫຼົ່າທັບຂອງພວກເຮົາ.”

ຂໍ້ຄວາມໃນທວິດເຕີ້ https://twitter.com/NatlParkService/status/1326186242690740226?s=20

ເມື່ອອາທິດແລ້ວນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດຢ່າງເປັນທາງການວ່າ ເດືອນພະຈິກ “ເປັນເດືອນນັກລົບເກົ່າ ແລະຄອບຄົວທະຫານແຫ່ງຊາດ.” ອີງຕາມເວັບໄຊຂອງທຳນຽບຂາວ https://www.whitehouse.gov/presidential-actions/proclamation-national-veterans-military-families-month-2020/

ທ່ານໄດ້ຖືກຕ້ອງຕິຢ່າງໜັກໃນເດືອນກັນຍາຜ່ານມາ ຫຼັງຈາກວາລະສານແອັດແລນຕິກ ລາຍງານໂດຍກ່າວຫາທ່ານວ່າ ໄດ້ກ່າວເຖິງທະຫານອາເມຣິກັນທີ່ເສຍຊີວິດໃນການສູ້ລົບນັ້ນວ່າ “ຄົນໂງ່” ແລະ “ຜູ້ພ່າຍແພ້” ຊຶ່ງເປັນການກ່າວຫາທີ່ປະທານາທິບໍດີໄດ້ປະຕິເສດ.

ວັນນັກລົບເກົ່າ ເປັນວັນລະລຶກເຖິງບັນດາທະຫານທີ່ໄດ້ເສຍສະຫຼະຊີວິດ ທີ່ກົງກັບວັນທີ 11 ພະຈິກ ໃນແຕ່ລະປີ ອັນເປັນປະເພນີທີ່ໄດ້ເລີ້ມປະຕິບັດມາເມື່ອສົງຄາມໂລກຄັ້ງທີນຶ່ງ ໄດ້ສິ້ນສຸດລົງ ໃນມື້ນັ້ນ ເມື່ອປີ 1918 ໂດຍທີ່ເຢຍຣະມັນໄດ້ຍອມຈຳນົນ.

ວັນດັ່ງກ່າວ ເປັນວັນທີ່ໃຫ້ກຽດແກ່ຜູ້ໃດກໍຕາມທີ່ໄດ້ເຂົ້າຮັບໃຊ້ຊາດເປັນທະຫານໃນເຫຼົ່າທັບຂອງສະຫະລັດ. ໃນແຕ່ລະປີຕາມປົກກະຕິແລ້ວເປັນມື້ແຫ່ງຂີດໝາຍຂອງພິທີຕ່າງໆ ເຊັ່ນການສວນສະໜາມຂອງກອງດຸລິຍາງທະຫານ ແລະການເດີນສວນສະໜາມໃນທົ່ວປະເທດ. ໃນປີນີ້ ຍ້ອນໂຣກລະບາດໄວຣັສໂຄໂຣນາ ງານຕ່າງໆທັງຫຼາຍໄດ້ຖືກຍົກເລີກ ຖືກລົດຂະໜາດລົງ ຫຼື ໄດ້ປ່ຽນໄປເປັນແບບທາງອອນໄລແທນໃນຫຼາຍໆຫົວເມືອງ.

ປະທານາທິບໍດີ ທຣຳ ແລະພັນລະຍາ ທ່ານນາງມາລາເນຍ ແມ່ນໄດ້ມີກຳນົດຈະເຂົ້າຮ່ວມໃນພິທີວາງພວງມາລາ ຫຼື Veterans Day Observance ຢູ່ທີ່ສຸສານແຫ່ງຊາດຊາດອາລິງຕັນ ໃນວັນພຸດມື້ນີ້. ພິທີດັ່ງກ່າວຈະບໍ່ເປີດໃຫ້ມະຫາ ຊົນໄປຮ່ວມໄດ້ ແຕ່ຈະເປັນການຖ່າຍທອດສົດຜ່ານທາງອອນໄລນ໌ ຈາກຂຸມຝັງສົບຂອງທະຫານນິລະນາມ ຊຶ່ງເປັນການໃຫ້ກຽດແກ່ບັນດາສະມາຊິກທະຫານສະຫະລັດ ທີ່ໄດ້ເສຍຊີວິດໃນການສູ້ລົບບ່ອນທີ່ຊາກສົບຂອງພວກເຂົາຍັງບໍ່ທັນຖືກລະບຸໄດ້ເທື່ອ.

ອ່ານຂ່າວນີ້ຕື່ມ ເປັັນພາສາອັງກິດ

XS
SM
MD
LG