ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ທຣໍາ ສັນຍາວ່າ ຈະຫຼຸດລາຄາລົງ, ເພີ້ມນໍ້າມັນໃຫ້ຫຼາຍຂຶ້ນ ເພື່ອເສດຖະກິດຂອງສະຫະລັດ


ແຟ້ມພາບ - ຜູ້ຖືກສະເໜີຊື່ລົງແຂ່ງຂັນເປັນປະທານາທິບໍດີ ຕາງໜ້າພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ຍິ້ມຢູ່ທີ່ງານປາຕີຊົມຜົນການເລືອກຕັ້ງໃນຄືນກ່ອນວັນທີ 6 ພະຈິກ 2024, ໃນເມືອງພາມບິຈຕາເວັນຕົກ, ລັດຟລໍຣິດາ. (AP Photo/Alex Brandon, File)
ແຟ້ມພາບ - ຜູ້ຖືກສະເໜີຊື່ລົງແຂ່ງຂັນເປັນປະທານາທິບໍດີ ຕາງໜ້າພັກຣີພັບບລີກັນ ອະດີດປະທານາທິບໍດີ ດໍໂນລ ທຣຳ ຍິ້ມຢູ່ທີ່ງານປາຕີຊົມຜົນການເລືອກຕັ້ງໃນຄືນກ່ອນວັນທີ 6 ພະຈິກ 2024, ໃນເມືອງພາມບິຈຕາເວັນຕົກ, ລັດຟລໍຣິດາ. (AP Photo/Alex Brandon, File)

ເສດຖະກິດເປັນນຶ່ງໃນບັນຫາທີ່ໃຫຍ່ທີ່ສຸດສໍາລັບຜູ້ລົງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີສະຫະລັດປີນີ້. ໃນຂະນະທີ່ພວກເຂົາລໍຄອຍການກັບມາສູ່ອໍານາດຂອງທ່ານ ດໍໂນລ ທຣໍາ, ຄົນອາເມຣິກັນຈໍານວນຫຼວງຫຼາຍເວົ້າວ່າພວກເຂົາຄາດຫວັງວ່າການປັບປຸງເສດຖະກິດຈະເປັນນຶ່ງໃນບູລິມະສິດສູງສຸດ ອັນທໍາອິດຂອງທ່ານ.

ການໂຄສະນາຫາສຽງຂອງທ່ານ ດໍໂນລ ທຣໍາ ໄດ້ເພັ່ງເລັງໃສ່ເສດຖະກິດຕໍ່ເນື່ອງໄປຈົນເຖິງການກ່າວຄຳປາໄສປະກາດໄຊຊະນະຂອງທ່ານ.

((ທ່ານ ດໍໂນລ ທຣໍາ, ວ່າທີປະທານາທິບໍດີ)) ກ່າວວ່າ

“ຂ້າພະເຈົ້າຈະບໍ່ຢູ່ລ້າໆ ຈົນກວ່າພວກເຮົາຈະສ້າງອາເມຣິກາທີ່ເຂັ້ມແຂງ, ປອດໄພ ແລະຈະເລີນຮຸ່ງເຮືອງ ທີ່ພວກລູກໆຂອງພວກເຮົາສົມຄວນໄດ້ຮັບ ແລະທີ່ພວກເຈົ້າສົມຄວນໄດ້ຮັບ.”

((ທ່ານນາງ ແອຊລີ ເຄິຣຊິງເກີ, ຈາກມູນນິທິ Kaiser Family)) ກ່າວວ່າ

“ຍ້ອນຜູ້ລົງຄະແນນສຽງຈໍານວນຫຼວງຫຼາຍໄດ້ໃຫ້ຄວາມສໍາຄັນກັບເສດຖະກິດ. ການຢັ່ງຫາງສຽງ AP VoteCast ພົບວ່າ ຜູ້ມີສິດເລືອກຕັ້ງຈຳນວນນຶ່ງຜູ້ທີ່ບອກວ່າການເງິນຂອງຄອບຄົວກໍາລັງຕົກຕໍ່ານັ້ນ ແມ່ນໄດ້ເພີ່ມຂຶ້ນຈາກສີ່ປີທີ່ຜ່ານມາ.”

ແລະໃນດ້ານເສດຖະກິດ, ທ່ານນາງ ເຄິຣຊິງເກີ ເວົ້າວ່າ ປະຊາຊົນຈໍານວນຫຼາຍເລືອກທ່ານ ທຣໍາ - ຊຶ່ງເປັນການສື່ສານຈາກຜູ້ມີສິດເລືອກຕັ້ງທີ່ໄດ້ຍິນຢ່າງຊັດເຈນໃນຝ່າຍທີ່ບໍ່ຊະນະກໍເຊັ່ນກັນ.

ທ່ານ ຮາຄີມ ເຈັຟຟຣີສ໌, ເປັນຜູ້ນໍາສຽງສ່ວນນ້ອຍໃນສະພາຕ່ຳສັງກັດພັກເດໂມແຄຣັດ ກ່າວວ່າ

"ພວກເຂົາຕ້ອງການໃຫ້ພວກເຮົາເນັ້ນທີ່ປະເດັນທີ່ສໍາຄັນ ແລະຮ່ວມມືກັນແກ້ໄຂບັນຫາສໍາລັບຜູ້ເສຍພາສີຄົນອາເມຣິກັນທີ່ເຮັດວຽກໜັກ, ໂດຍເລີ້ມຈາກການຫຼຸດຄ່າໃຊ້ຈ່າຍສໍາລັບຄົນອາເມຣິກັນທົ່ວໄປທີ່ຕ້ອງດີ້ນຮົນເພື່ອດໍາລົງຊີວິດແບບເງິນເດືອນຕໍ່ເດືອນ.”

ໃນລັດ ນິວແມ໊ກຊີໂກ, ນາງ ຈູດີ້ ເອແວນສ໌ ເວົ້າວ່ານາງເລືອກທ່ານ ທຣໍາ ເພາະວ່າລາຄາຕ່າງໆແມ່ນສູງໂພດ.

((ນາງ ຈູດີ້ ເອແວນສ໌, ຜູ້ມີສິດປ່ອນບັດເລືອກຕັ້ງໃນລັດນິວແມັກຊິໂກ)) ກ່າວວ່າ “ເງິນເຟີ້ໄດ້ສົ່ງຜົນກະທົບກັບຂ້ອຍຢ່າງແນ່ນອນ, ຄ່າອາຫານຂອງຂ້ອຍເພີ້ມຂຶ້ນເປັນສອງເທົ່າໃນຊ່ວງສອງປີທີ່ຜ່ານມາ, ຄ່າໄຟຟ້າ ແລະຄ່າໃຊ້ຈ່າຍອື່ນໆກໍເພີ້ມຂຶ້ນຂ້ອນຂ້າງຫຼາຍ.”

ໃນລັດ ຄາໂຣໄລນາເໜືອ, ທ້າວ ແອຣອນ ແອນເດີສັນ ໄດ້ຊົມເຊີຍຜົນງານຂອງ ທຣໍາ ໃນດ້ານເສດຖະກິດ.

((ທ້າວ ແອຣອນ ແອນເດດີຊັນ, ຜູ້ມີສິດປ່ອນບັດເລືອກຕັ້ງໃນລັດຄາໂຣໄລນາ)) ກ່າວວ່າ "ດີ, ທ່ານ ທຣໍາ, ລາວຈະແກ້ໄຂມັນໃຫ້ພວກເຮົາ. ມັນດໍາເນີນໄປດ້ວຍດີເວລາລາວມາທີ່ນີ້ໃນເມື່ອກ່ອນ., ແລະ [ລາວຈະ] ພາມັນກັບຄືນເຂົ້າມາສູ່ເສັ້ນທາງອີກ.

ທ້າວ ຊາລສ໌ ບູໂດຣ, ຜູ້ມີສິດປ່ອນບັດເລືອກຕັ້ງໃນລັດຄາໂຣໄລນາເໜືອ ຄາດຫວັງວ່າລັດຖະບານຊຸດໃໝ່ຈະດຳເນີນການຢ່າງໄວວາ.

((ທ້າວ ຊາລສ໌ ບູໂດຣ, ຜູ້ມີສິດປ່ອນບັດເລືອກຕັ້ງໃນລັດ ຄາໂຣໄລນາເໜືອ)) ກ່າວວ່າ “ພວກເຂົາຈະມີກົດລະບຽບຫນ້ອຍລົງ. ພວກເຂົາຈະໃຊ້ຈ່າຍຫຼາຍຂຶ້ນໃນພື້ນທີ່ສະເພາະຂອງຕົນ, ປະຊາຊົນຈະມີເງິນຫຼາຍຂຶ້ນໃນພື້ນທີ່ສະເພາະຂອງຕົນ. ລາຄານໍ້າມັນຈະຫຼຸດລົງ.”

ທ່ານ ໄມເກີລ ເວເບີ, ສາດສະດາຈານດ້ານການເງິນເວົ້າວ່າ ຜູ້ບໍລິໂພກໃນສະຫະລັດ ອາດບໍ່ເຫັນການປ່ຽນແປງຢ່າງໄວວາແບບນີ້.

((ທ່ານ ໄມເກີນ ເວເບີ, ຈາກມະຫາວິທະຍາໄລຊີຄາໂກ)) ກ່າວວ່າ

“ໃນທີ່ສຸດ, ປະທານາທິບໍດີ, ໃນລະຍະສັ້ນ, ບໍ່ວ່າໃຜຈະຢູ່ໃນທໍານຽບຂາວກໍຕາມ, ແມ່ນເກືອບວ່າຈະບໍ່ເຂົ້າໃຈນະໂຍບາຍເສດຖະກິດໄລຍະສັ້ນເລີຍ, ລວມເຖິງລາຄາສິ່ງຂອງໃນຕະຫຼາດ, ໂດຍສະເພາະລາຄາຢູ່ເທິງບ່ອນວາງສິນຄ້າທີ່ພວກເຮົາຕ້ອງປະເຊີນໃນຊີວິດປະຈໍາວັນດ້ວຍ.”

ແຜນເສດຖະກິດຂອງ ທຣໍາ ລວມມີການຂຸດເຈາະນໍ້າມັນເພີ້ມຂຶ້ນ ແລະ ການຫຼຸດພາສີລົງ.

… ແລະພາສີນໍາເຂົ້າ, ຊຶ່ງນັກເສດຖະສາດສ່ວນໃຫຍ່ເຊື່ອວ່າ ຈະສົງຜົນໃຫ້ຜູ້ບໍລິໂພກຄົນອາເມຣິກັນຕ້ອງຈ່າຍຄ່ານໍ້າມັນທີ່ສູງຂຶ້ນ.

The economy was one of the biggest issues for voters in this year’s U.S. presidential election. As they await Donald Trump’s return to power, many Americans say they expect improving the economy will be one of his first priorities.

Donald Trump’s campaign focus on the economy carried through to his victory speech.

((Donald Trump, President-Elect))

"I will not rest until we have delivered the strong, safe and prosperous America that our children deserve and that you deserve.”

((Ashley Kirzinger, Kaiser Family Foundation))

“With so many voters focusing on the economy, AP VoteCast finds that the share of voters who say that their household's family finances are falling behind has increased from four years ago."

And on the economy, Krizinger says, more people chose Trump — an overwhelming message from voters heard clearly on the losing side as well.

Hakeem Jeffries leads Democrats in the House of Representatives.

((Rep. Hakeem Jeffries, House Minority Leader))

"They want us to focus on the issues that matter and to come together to solve problems for hardworking American taxpayers, beginning with lowering costs for everyday Americans struggling to live paycheck to paycheck.”

In New Mexico, Judy Evans says she chose Trump because prices are too high.

((Judy Evans, New Mexico Voter))

“Inflation has certainly affected me. My grocery bill has doubled in the last two years. My electricity and that sort of thing has gone up quite a bit.”

In North Carolina, Aaron Anderson admires Trump’s record on the economy.

((Aaron Anderson, North Carolina Voter))

"Well, Trump, he's going to get it fixed for us. It was running good when he was in here before, and [he will] get it back on track again."

Voter Charles Boudreaux expects fast action from the new administration.

((Charles Boudreaux, North Carolina Voter))

“They'll have less regulations. They'll be spending more in their particular areas. People will have more money will spend more money in their particular areas. Gas prices will go down.”

U.S. consumers may not see such quick change, says finance professor Michael Weber.

((Michael Weber, University of Chicago))

“At the end of the day, a president, in the short run, independent of who is in the White House, has very little grasp on economic policy in the very short run, but also, specifically on grocery prices, the price on the shelves we face in our daily lives.”

Trump’s economic plans include more oil drilling, lower taxes,

… and import tariffs, which most economists believe will result in higher prices for American consumers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG