ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຍົກຍ້ອງ ກຳລັງຮັກສາດິນແດນ ໃນການຮັບມື ກັບຄວາມວຸ້ນວາຍ


ສະມາຊິກຂອງກອງກຳລັງຮັກສາດິນແດນ ຢືນຍາມພື້ນທີ່ ໃນຂະນະທີ່ນັກດັບໄຟ ມອດໄຟຢູ່, ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ. 30 ພຶດສະພາ, 2020.
ສະມາຊິກຂອງກອງກຳລັງຮັກສາດິນແດນ ຢືນຍາມພື້ນທີ່ ໃນຂະນະທີ່ນັກດັບໄຟ ມອດໄຟຢູ່, ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ. 30 ພຶດສະພາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຍົກຍ້ອງກອງກຳລັງຮັກສາ ດິນແດນສຳລັບ “ການເຮັດວຽກໄດ້ດີຫຼາຍ” ໃນການຮັບມືກັບການປະທ້ວງທີ່ໄດ້ ກາຍເປັນຄວາມຮຸນແຮງໃນຂ້າມຄືນທີ່ຜ່ານມາທີ່ລັດ ມິນເນໂຊຕ້າ ລຸນຫຼັງຜູ້ຊາຍ ຜິວດຳໄດ້ເສຍຊີວິດ ຈາກການຖືກຕຳຫຼວດຄວບ ຄຸມຕົວ.

ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີເມື່ອວັນອາທິດວານນີ້, ຫຼັງຈາກຄໍ່າຄືນຂອງຄວາມ ຮຸນແຮງໃນຫຼາຍສິບຕົວເມືອງຂອງ ສະຫະລັດ ນັ້ນ, ທ່ານ ທຣຳ ໄດ້ຖິ້ມໂທດ ໃສ່ “ພວກບໍ່ມັກຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ນຳພາໂດຍກຸ່ມຕໍ່ຕ້ານຟາຊິສ” ໃນການກະຕຸ້ນໃຫ້ເກີດການຈະລາຈົນ.

ທ່ານໄດ້ກ່າວວ່າ “ເມືອງ ແລະ ລັດອື່ນໆທີ່ຖືກຄວບຄຸມໂດຍພັກເດໂມແຄຣັດ ຄວບເບິ່ງການປິດກິດຈະການທັງໝົດ ຂອງພວກຫົວຮຸນແຮງຝ່າຍຊ້າຍທີ່ນິຍົມ ຄວາມບໍ່ເປັນລະບຽບໃນນະຄອນ ມິນເນອາໂປລິສ ມື້ຄືນນີ້. ກຳລັງຮັກສາດິນ ແດນເຮັດໜ້າທີ່ໄດ້ດີຫຼາຍ ແລະ ຄວນຖືກໃຊ້ໃນລັດອື່ນໆກ່ອນທີ່ມັນຈະຊ້າເກີນ ໄປ.”

ທ່ານ ທຣຳ ໄດ້ກ່າວວ່າ ສະຫະລັດ ຈະລະບຸວ່າ ພວກຕໍ່ຕ້ານຟາຊິສ ເປັນອົງ ການກໍ່ການຮ້າຍ.

ທ່ານນາງ ຮີນາ ແຊມຊີ (Shamsi), ຜູ້ອຳນວຍການໂຄງການຮັກສາຄວາມ ປອດໄພແຫ່ງຊາດ ຂອງສະຫະພັນເສລີພາບພົນລະເມືອງ ອາເມຣິກັນ ກ່າວວ່າ “ດັ່ງທີ່ຂໍ້ຄວາມໃນທວິດເຕີນີ້ໄດ້ສະ ແດງ ໃຫ້ເຫັນ, ລັດທິກໍ່ການຮ້າຍແມ່ນເຄື່ອງ ໝາຍການເມືອງທີ່ມີຢູ່, ເຊິ່ງຈະຖືກລະເມີດ ແລະ ໃຊ້ໃນທາງທີ່ຜິດຢ່າງງ່າຍ ດາຍ. ມັນບໍ່ມີອຳນາດທີ່ຖືກຕ້ອງຕາມກົດໝາຍ ສຳລັບການກຳນົດກຸ່ມນຶ່ງພາຍ ໃນປະເທດ. ການກຳນົດແບບທີ່ວ່ານັ້ນ ຈະກໍ່ໃຫ້ເກີດຜົນກະທົບຈາກການຕັດ ສິນໃຈຂອງລັດຖະບານຢ່າງຫຼວງຫຼາຍ ແລະ ເກີດຄວາມເປັນຫ່ວງຕໍ່ບົດແກ້ໄຂ ລັດຖະທຳມະນູນຂໍ້ທີນຶ່ງ.”

ພັນທະມິດຕໍ່ຕ້ານການໃສ່ຮ້າຍໄດ້ອະທິບາຍກຸ່ມຕໍ່ຕ້ານລັດທິຟາຊິສນັ້ນວ່າ ເປັນ “ກຸ່ມ, ເຄືອຂ່າຍ ແລະ ບຸກຄົນ ທີ່ມີຢູ່ຢ່າງກະຈັດກະຈາຍບໍ່ເປັນຕົວຕົນ ຜູ້ທີ່ ເຊື່ອວ່າທຳການຄັດຄ້ານທີ່ຮຸນແຮງຕໍ່ການເຄື່ອນໄຫວຂອງພວກຝ່າຍຂວາ.“

ຄວາມວຸ້ນວາຍໃນທົ່ວ ອາເມຣິກາ ໄດ້ມີຂຶ້ນລຸນຫຼັງການປະທ້ວງ ທີ່ໂດຍທົ່ວໄປ ແລ້ວ ຖືກພິຈາລະ ນາວ່າງຽບສະຫງົບ ໃນຫຼາຍວັນຫຼັງຈາກການເສຍຊີວິດຂອງ ທ້າວ ຈອຣຈ໌ ຟລອຍ ອາຍຸ 46 ປີ, ຜູ້ ຊາຍຜິວດຳທີ່ອາໄສຢູ່ໃນນະຄອນ ມິນ ເນອາໂປລິສ, ເຊິ່ງລາວໄດ້ເສຍຊີວິດຫຼັງຈາກຕຳຫຼວດຜິວຂາວຄົນນຶ່ງ ໄດ້ຄວບ ຄຸມ ຕົວທ້າວ ຟລອຍ ຢູ່ພື້ນດິນ ແລະ ກົດຫົວເຂົ່າໃສ່ຄໍຂອງລາວດົນກວ່າ 8 ນາທີ.

ການຫ້າມອອກນອກເຮືອນໃນຍາມກາງຄືນແມ່ນໄດ້ຖືກກຳນົດຂຶ້ນໃນຢ່າງໜ້ອຍ 25 ຕົວເມືອງ, ລວມທັງນະຄອນຫຼວງ ວໍຊິງຕັນ, ແລະ ໃນ 16 ລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG