ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ລົງນາມໃນດຳລັດ ເພື່ອໃຫ້ມີິການປະຕິຮູບບາງຢ່າງ ກ່ຽວກັບ ຕຳຫຼວດ


ປະທານາທິບໍດີດໍໂນລ ທຣຳ ລົງນາມໃນດຳລັດ ປະຕິຮູບຕຳຫຼວດ ເມື່ອວັນທີ 16 ມິຖຸນາ 2020.
ປະທານາທິບໍດີດໍໂນລ ທຣຳ ລົງນາມໃນດຳລັດ ປະຕິຮູບຕຳຫຼວດ ເມື່ອວັນທີ 16 ມິຖຸນາ 2020.

ທ່າມກາງການປະທ້ວງຕາມຖະໜົນໃນທົ່ວປະເທດຢ່າງຕໍ່ເນື່ອງນັ້ນ, ປະທານາ ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອັງຄານວານນີ້ ໄດ້ເຊັນດຳລັດ ປະທານາທິບໍດີ ທີ່ລະບຸເຖິງການປະຕິຮູບຕຳຫຼວດບາງອັນ.

ທ່ານ ທຣຳ ໄດ້ກ່າວໃນສວນກຸຫຼາບຂອງທຳນຽບຂາວ ກ່ອນເຊັນເອກະສານທີ່ ມີຫົວຂໍ້ວ່າ “ການກວດກາທີ່ປອດໄພເພື່ອຊຸມຊົນທີ່ປອດໄພ” ວ່າ “ການຫຼຸດຜ່ອນ ອາຊະຍະກຳ ແລະ ການຍົກມາດຕະຖານບໍ່ແມ່ນເປົ້າໝາຍທີ່ກົງກັນຂ້າມກັນ.”

ດຳລັດດັ່ງກ່າວຈະສົ່ງເສີມໃຫ້ “ກົມຕຳຫຼວດທົ່ວປະເທດ ຮັບຮອງເອົາມາດຕະ ຖານມືອາຊີບທີ່ສູງທີ່ສຸດ ເພື່ອຮັບໃຊ້ຊຸມຊົນຂອງເຂົາເຈົ້າ. ມາດຕະຖານທີ່ວ່າ ນີ້ຈະສູງ ແລະ ແຂງແກ່ນເທົ່າທີ່ມີໃນໂລກ,” ອີງຕາມການກ່າວຂອງທ່ານປະ ທານາທິບໍດີ.

ມາດຕະການດັ່ງກ່າວຍັງຮຽກຮ້ອງໃຫ້ບັນດາອົງການທີ່ອອກໃບປະກາດສະນິຍາ ບັດ ຝຶກຊ້ອມພວກເຈົ້າໜ້າທີ່ ກ່ຽວກັບ ເຕັກນິກການຜ່ອຍຄາຍ ສະຖານະການ ແລະ ມາດຕະຖານການໃຊ້ກຳລັງ.

ອີກສ່ວນນຶ່ງຂອງດຳລັດຈະຜັກດັນການສ້າງສິ່ງທີ່ເອີ້ນວ່າ ຜູ້ຮ່ວມຕອບສະໜອງ, ເປັນລະບົບເຊິ່ງບັນດາເຈົ້າໜ້າທີ່ຈະຈັບຄູ່ກັບນັກສັງຄົມສົງເຄາະ ໃນເວລາຕອບ ສະໜອງຕໍ່ໂທລະສັບ ກ່ຽວກັບ ເຫດການທີ່ບໍ່ໃຊ້ຄວາມຮຸນແຮງ, ດ້ວຍການກຳ ກັບ “ເງິນທຶນລັດຖະບານກາງ ເພື່ອສະໜັບສະໜູນບັນດາເຈົ້າໜ້າທີ່ໃນການຮັບ ມືກັບບຸກຄົນທີ່ບໍ່ມີບ່ອນຢູ່ອາໄສ, ແລະ ຜູ້ທີ່ມີບັນຫາທາງຈິດ ແລະ ມີບັນຫາໃຊ້ ສິ່ງເສບຕິດ,” ອີງຕາມທ່ານ ທຣຳ. ທ່ານເວົ້າວ່າ “ພວກເຮົາຈະສະໜອງແຫຼ່ງ ຊັບພະຍາກອນເພີ່ມເຕີມສຳລັບຜູ້ຮ່ວມຕອບສະໜອງ, ເຊັ່ນພະນັກງານສັງຄົມ ສົງເຄາະ ຜູ້ທີ່ສາມາດຊ່ວຍບັນດາເຈົ້າໜ້າທີ່ ຈັດການກັບການປະເຊີນໜ້າທີ່ຊັບ ຊ້ອນພວກນີ້.”

ທ່ານ ທຣຳ ບໍ່ໄດ້ກ່າວເຖິງການເຊື່ອມໂຍງ ກ່ຽວກັບ ການຈຳແນກເຊື້ອຊາດຜິວ ພັນຢ່າງເປັນລະບົບ ຕໍ່ຄວາມໂຫດຮ້າຍຂອງຕຳຫຼວດ, ເຊິ່ງແມ່ນບັນຫານຶ່ງທີ່ຖືກ ອ້າງເຖິງໂດຍບັນດາຜູ້ປະທ້ວງໃນທົ່ວປະເທດ.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວໃນຖະແຫຼງການສະບັບ ນຶ່ງວ່າ “ດຳລັດທີ່ອ່ອນແອຂອງທ່ານປະທານາທິບໍດີ ຂາດສິ່ງທີ່ຖືກຮຽກຮ້ອງເພື່ອ ຕໍ່ສູ້ກັບການລະບາດຂອງຄວາມບໍ່ຍຸຕິທຳທາງເຊື້ອຊາດສີຜິວ ແລະ ຄວາມໂຫດ ຮ້າຍຂອງຕຳຫຼວດ ທີ່ໄດ້ຄາດຕະກຳຊາວອາເມຣິກັນຜິວດຳ ຢ່າງໜ້າໂສກເສົ້າ ແລະ ຮ້າຍແຮງ. ທ່ານນາງໄດ້ໂຕ້ແຍ້ງວ່າ “ມັນຂາດມາດຕະການ ທີ່ມີຄວາມ ໝາຍ, ຂໍ້ບັງຄັບຄວາມຮັບຜິດຊອບເພື່ອສິ້ນສຸດການກະທຳທີ່ບໍ່ຖືກຕ້ອງ. ໃນລະ ຫວ່າງຊ່ວງເວລາແຫ່ງຄວາມເຂັບປວດຂອງປະເທດນີ້, ພວກເຮົາຕ້ອງຢືນຢັດໃນ ການປ່ຽນ ແປງທີ່ຊັດເຈນ, ບໍ່ແມ່ນໂນບນ້ອມຍອມແພ້ໃຫ້ພາກສ່ວນທີ່ເລັກນ້ອຍ ນີ້.”

ການສຳຫຼວດຄວາມຄິດເຫັນ ສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ມັນມີຄວາມ ເປັນຫ່ວງຢ່າງແຜ່ກວ້າງໃນໝູ່ປະຊາຊົນ ກ່ຽວກັບ ການຕອບໂຕ້ ທີ່ໂຫດຮ້າຍ ໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG