ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ຢືນຢັດ ໃນຄວາມພະຍາຍາມ ຈະຕ່າວປີ້ນ ໄຊຊະນະຂອງ ທ່ານ ໄບເດັນໃຫ້ໄດ້


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດກ່ຽວກັບຢາວັກຊີນຂອງໂຄງການປະຕິບັດການສາຍຟ້າແລບ, ນະຄອນຫຼວງ ວໍຊິງຕັນ. 8 ທັນວາ, 2020.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສໃນລະຫວ່າງກອງປະຊຸມສຸດຍອດກ່ຽວກັບຢາວັກຊີນຂອງໂຄງການປະຕິບັດການສາຍຟ້າແລບ, ນະຄອນຫຼວງ ວໍຊິງຕັນ. 8 ທັນວາ, 2020.

ທ່ານ ທຣຳ ຍັງຢືນຢັດໃນຄວາມພະຍາຍາມທີ່ຈະຕ່າວປີ້ນໄຊຊະນະຂອງທ່ານ ໄບເດັນ. ປະທານາ ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ທຳການຜັກດັນໃນວັນພະຫັດວານນີ້ ດ້ວຍຄວາມພະຍາ ຍາມທີ່ມີໂອກາດນ້ອຍຫຼາຍຂອງທ່ານ ເພື່ອຕ່າວປີ້ນການຜ່າຍແພ້ການເລືອກຕັ້ງໃຫ້ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີຄົນໃໝ່, ທ່ານ ໂຈ ໄບເດັນ, ດ້ວຍການຈັດປະຊຸມຢູ່ທຳນຽບຂາວກັບບັນດາໄອຍະການສູງສຸດລັດທີ່ສະໜັບສະໜູນພັກຣີພັບບລີກັນທີ່ສະໜັບສະໜູນການ ຟ້ອງທີ່ຮ່າງຂຶ້ນໂດຍລັດ ເທັກຊັສ ໃນສານສູງສຸດເພື່ອພະຍາຍາມທີ່ຈະຍົກເລີກຫຼາຍລ້ານຄະແນນສຽງໃນລັດຕ່າງໆທີ່ທ່ານ ໄບເດັນ ໄດ້ຊະນະ.

ບັນດາຜູ້ຊ່ຽວຊານດ້ານກົດໝາຍຫຼາຍຄົນໄດ້ປະຕິເສດ ກ່ຽວກັບໂອກາດທີ່ຈະປະ ສົບຄວາມສຳ ເລັດຂອງການຟ້ອງຮ້ອງດັ່ງກ່າວ, ແຕ່ທ່ານ ທຣຳ ໄດ້ກ່າວໃນທວິດເຕີ ວ່າ “ສານສູງສຸດມີໂອກາດທີ່ຈະຊ່ວຍເຫຼືອປະເທດຂອງພວກເຮົາໃຫ້ອອກຈາກການເລືອກຕັ້ງທີ່ມີການສໍ້ໂກງທີ່ສຸດໃນປະຫວັດ ສາດຂອງສະຫະລັດ.”

ທວິດເຕີ ໄດ້ກ່າວວ່າ “ການກ່າວອ້າງ ກ່ຽວກັບ ການສໍ້ໂກງ” ຂອງທ່ານ ທຣຳ ແມ່ນໄດ້ຖືກຄັດຄ້ານ, ພ້ອມກັບການໂຕ້ແຍ້ງອີກອັນນຶ່ງທີ່ວ່າການເລືອກຕັ້ງໃນ ວັນທີ 3 ພະຈິກ ແມ່ນ “ການເລືອກຕັ້ງທີ່ມີການສໍ້ໂກງທີ່ສຸດໃນປະຫວັດສາດ, ຢ່າງເຫັນໄດ້ຊັດ. ພວກເຮົາໄດ້ຊະນະ.”

ແຕ່ທ່ານ ທຣຳ, ຫຼັງຈາກໄດ້ຜ່າຍແພ້ການໂຕ້ແຍ້ງໃນສານຫຼາຍສິບຄັ້ງຕໍ່ໄຊຊະນະຂອງທ່ານໄບເດັນ ໃນບັນດາລັດທີ່ເປັນສະໜາມແຂ່ງຂັນທາງການເມືອງນັ້ນ, ໄດ້ເພັ່ງເລັງໃສ່ຄວາມພະຍາຍາມຂອງທ່ານທີ່ຈະຮັກສາອຳນາດໃນກໍລະນີຂອງລັດ ເທັກຊັສ, ເຊິ່ງຖືກສະເໜີຕໍ່ສານສູງສຸດຂອງປະເທດໂດຍນຶ່ງໃນຜູ້ສະໜັບສະໜູນຂອງທ່ານ, ຄືໄອຍະການສູງສຸດຂອງລັດ ທ່ານ ເຄັນ ແພັກສຕັນ.

ການຟ້ອງຮ້ອງຂອງທ່ານ ແພັກສຕັນ ພະຍາຍາມທີ່ຈະທີ່ຍົກເລີກຜົນຄະແນນ ໃນສີ່ລັດທີ່ສຳຄັນທີ່ທ່ານ ໄບເດັນ ໄດ້ຊະນະຄືລັດ ຈໍເຈຍ, ເພັນຊິລເວເນຍ, ມິຊິແກນ ແລະ ວິສຄອນຊິນ ດ້ວຍຄະແນນສຽງຂອງຄະນະຜູ້ແທນທັງໝົດ 62 ຄະແນນ. ຄະແນນສຽງຂອງຄະນະຜູ້ແທນ, ບໍ່ແມ່ນຄະແນນສຽງປະຊານິຍົມແຫ່ງຊາດ, ຈະພິຈາລະນາຜູ້ຊະນະເລີດໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ, ໂດຍຜູ້ລົງແຂ່ງຂັນແມ່ນຕ້ອງການຄະແນນສຽງຂອງຄະນະຜູ້ແທນ 270 ຄະແນນເພື່ອໄດ້ຮັບຄະ ແນນສຽງສ່ວນຫຼາຍ.

ຖ້າຜົນຄະແນນໃນປັດຈຸບັນຍັງເປັນຄືເກົ່າ, ທ່ານ ໄບເດັນ ຈະຖືກເລືອກດ້ວຍ 306 ຕໍ່ 232 ຄະແນນໃນວັນຈັນ ເວລາທີ່ບັນດາຜູ້ເລືອກຕັ້ງຈະປະຊຸມກັນ ໃນເມືອງເອກຂອງ 50 ລັດໃນທົ່ວປະເທດ ເພື່ອລົງຄະແນນສຽງຂອງເຂົາເຈົ້າ. ລັດຖະສະພາຕ້ອງທົບທວນ ແລະ ຢືນຢັນຜົນຄະແນນສຽງຂອງຜູ້ແທນໃນວັນທີ 6​ ມັງກອນ ໃນສິ່ງທີ່ປົກກະຕິແລ້ວຈະເປັນພິທີປະຈຳ.

ແນວໃດກໍຕາມ, ທ່ານ ທຣຳ ແມ່ນໄດ້ຮຽກຮ້ອງບັນດາສະມາຊິກພັກຣີພັບບລີກັນ ບາງຄົນເພື່ອເປັນການປະເມີນວ່າຈະມີຄົນໃດແດ່ທີ່ໂຕ້ແຍ້ງລາຍຊື່ຂອງບັນດາຜູ້ເລືອກຕັ້ງຈາກລັດທີ່ສະໜັບສະໜູນທ່ານ ໄບເດັນ ຢ່າງຫວຸດຫວິດ. ຖ້າສະມາຊິກ ສະພາຕໍ່າ ແລະ ສະພາສູງທ່ານນຶ່ງຄັດຄ້ານຜົນຂອງລັດ, ທັງໝົດລັດຖະສະພາຈະລົງຄະແນນສຽງ ກ່ຽວກັບ ວ່າຈະຢືນຢັນຜູ້ເລືອກຕັ້ງຂອງແຕ່ລະລັດ ຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG